ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຮອງຫົວຫນ້າກົມໃຫ່ຍເສນາທິການກອງທັບປະຊາຊົນຫວຽດນາມ ເຄື່ອນໄຫວຢ້ຽມຢາມ ບັນດາກ້ອນກຳລັງສວນສະໜາມທີ່ເຂົ້າຮ່ວມວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ.

ສະຫາຍ ພົນໂທ ຫງວຽນ ວັນ ເງ້ຍ ຮອງຫົວຫນ້າກົມໃຫ່ຍເສນາທິການກອງທັບ ປະຊາຊົນຫວຽດນາມ ເຄື່ອນໄຫວຢ້ຽມຢາມພົບປະ ບັນດາກ້ອນກຳລັງສວນສະໜາມທີ່ ເຂົ້າຮ່ວມເດີນສວນສະໜາມໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 50 ປີ ທີ່ນະຄອນ ໂຮ່ຈິມີນ ສສ ຫວຽດນາມ ໃນວັນທີ 26 ເມສາ 2025, ໃນນີ້ປະກອບ ມີກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ, ສປ ຈີນ ແລະ ຣາຊາອານາຈັກກຳປູເຈຍ.

ໂອກາດນີ້, ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ກໍ່ໄດ້ຕາງໜ້າພັກ-ລັດກໍ່ຄືປະຊາຊົນຫວຽດນາມ ສະເເດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕີລາຄາສູງຕໍ່ການເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 50 ປີ ເຕົ້າໂຮມປະເທດຊາດເປັນເອກະພາບ ຂອງບັນດາກ້ອນກຳລັງກອງທັບປະຊາຊົນລາວ, ສປ ຈີນ ແລະ ຣາຊາອານາຈັກກຳປູເຈຍ ໃນຄັ້ງນີ້ ພ້ອມອວຍພອນໄຊໃຫ້ບັນດາກ້ອນກຳລັງແຕ່ລະປະເທດຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ ພັກ-ລັດກໍ່ຄືປະຊາຊົນຊາວນາມມອບໝາຍໃຫ້ຢ່າງຈົບງາມ.

ໂອກາດດຽວກັນ, ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ຫົວໜ້າຄະນະຊີ້ນຳກ້ອນກຳລັງກອງທັບປະຊາຊົນລາວ ກໍ່ສະເເດງຄວາມຂອບໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ນໍາພາກ້ອນກຳລັງສວນສະໜາມ ຕາງໜ້າໃຫ້ແກ່ກອງທັບ ປະຊາຊົນລາວ ເຂົ້າຮ່ວມເດີນຂະບວນສວນສະໝາມໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ເຕົ້າໂຮມ ປະເທດຊາດຫວຽດນາມ ຄົບຮອບ 50 ປີ ໃນຄັ້ງນີ້ ເຊິ່ງເປັນເຫດການປະຫວັດສາດທີ່ສໍາຄັນໜຶ່ງ, ແມ່ນໄຊຊະນະຂອງພັກ-ລັດ, ກອງທັບ ແລະ ປະຊາຊົນຫວຽດນາມບັນດາເຜົ່າ ໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮູຮານ, ແມ່ນໝາກຜົນອັນໃຫ່ຍຫຼວງໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາ ປະເທດຊາດ ໂດຍແມ່ນພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດການລະນາ.

ພາບ-ຂ່າວ: ມິກກີ້ ແກ້ວສຸວັນ