ຫ້ອງການປະຈໍາພາກສະໜາມ ໂຄງການ 0137 ສ້າງຂະບວນການອອກແຮງງານລວມ






ວັນທີ 3 ເມສາ 2025, ຫ້ອງການປະຈໍາພາກສະໜາມ ໂຄງການ 0137 ກະຊວງປ້ອງກັນປະເທດ (ທົ່ງຜາເຈຍ) ໄດ້ສົມທົບກັບ ກອງພັນ 414 ກອງບັນຊາການທະຫານແຂວງຫຼວງພະບາງ ສ້າງຂະບວນການອອກແຮງງານລວມອະນາໄມສະຖານທີ່ຄ້າຍຄູ ແລະ ອະນາໄມລຽບຕາມເສັ້ນທາງເລກທີ 4-C ເລີ່ມຕັ້ງແຕ່ຫຼັກກິໂລແມັດທີ່ 41-45 ລວມໄລຍະທາງ 4 ກິໂລແມັດ, ການສ້າງຂະບວນການໃນຄັ້ງນີ້ ແມ່ນເພື່ອຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມຂອງກົມກອງ ແລະ ເພື່ອຂໍ່ານັບຊົມເຊີຍວັນບຸນປະຫວັດສາດສໍາຄັນຂອງພັກ, ຂອງຊາດ, ຂອງກອງທັບ ທັງເປັນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VIII ຂອງອົງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ.
ສະຫາຍ ພັນໂທ ບົວສະໄຫວ ຈໍາປາພັນ ຫົວໜ້າຫ້ອງການປະຈໍາພາກສະໜາມ ໂຄງການ 0137 ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ນອກຈາກເປັນການສ້າງຂະບວນການ ເພື່ອສ້າງຜົນງານຂໍ່ານັບຊົມເຊີຍວັນບຸນປະຫວັດສາດສໍາຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບແລ້ວ ຍັງເປັນການຈັດຕັ້ງປະຕິບັດຕາມຫຼັກການອະນາໄມ 3 ສະອາດ, ພ້ອມນັ້ນກໍເພື່ອແນໃສ່ເຕົ້າໂຮມຄວາມສາມັກຄີ ລະຫວ່າງຄະນະພັກ-ຄະນະບັນຊາ, ພະນັກງານ, ນັກຮົບ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງສອງກົມກອງ ໃຫ້ມີຄວາມເປັນເອກະພາບ ປະສານສົມທົບກົມກຽວ ເປັນຈິດໜຶ່ງໃຈດຽວກັນ ແລະ ພ້ອມກັນເຮັດສໍາເລັດໜ້າທີ່-ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ຂ່າວ: ຄໍາຫຼ້າ ແກ້ວບຸນມາ