ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ

ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ຫົວໜ້າກົມ, ຫົວໜ້າຫ້ອງການ ແລະ ຮອງອໍານວຍການບໍລິສັດ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນ ໃນວັນທີ 24 ເມສາ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຕາງໜ້າຄະນະກົມ, ຫ້ອງການ, ກົມພະນັກງານ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ, ບັນດາພະແນກການ, ພະນັກງານຫຼັກແຫຼ່ງພາຍໃນອົງການກົມໃຫຍ່ເຕັກນິກ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ເຂົ້າຮ່ວມ.

ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານດຳລັດ ນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ນາຍົກລັດຖະມົນຕີອອກດຳລັດ ມາດຕາ 01: ແຕ່ງຕັ້ງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ແລະ ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ເປັນຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ພ້ອມທັງແຕ່ງຕັ້ງໃຫ້ 2 ສະຫາຍເປັນກຳມະການຄະນະປະຈຳພັກກົມໃຫຍ່ເຕັກນິກກອງທັບ ແລະ ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ຮອງອໍານວຍການບໍລິສັດ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ໃນນີ້ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ອານຸສອນ ຈະເລີນພົນມີໄຊ ເປັນຫົວໜ້າກົມຄຸ້ມຄອງລົດ-ເຮືອ, ສະຫາຍ ພັນໂທ ວົງເພັດ ອິນທະພອນ ເປັນຮອງຫົວໜ້າກົມຄຸ້ມຄອງລົດ-ເຮືອ, ສະຫາຍ ພັນເອກ ວິໄລຄຳ ຫຼວງຊົມພູ ເປັນຫົວໜ້າຫ້ອງການ, ສະຫາຍ ພັນໂທ ອະລິຍະສິດ ພົມມີລາດ ເປັນຮອງຫົວໜ້າກົມອຸດສາຫະກຳປ້ອງກັນຊາດ, ສະຫາຍ ພັນເອກ ສຸດທິພົງ ເພັງວິໄລຈິດ ເປັນຮອງອຳນວຍການບໍລິສັດລາວ-ຢູນ ແລະ ສະຫາຍ ພັນໂທ ສັງທອງ ເລືອງສິດທິເດດ ເປັນຮອງອຳນວຍການໂຮງງານທາດລະເບີດຫຼັງ 1 ກົມໃຫຍ່ເຕັກນິກກອງທັບ.

ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ກ່າວວ່າ: ການປະກາດແຕ່ງຕັ້ງນາຍທະຫານໃນຄັ້ງນີ້, ແມ່ນເປັນການປັບປຸງບູລະນະກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໃນການເຄື່ອນໄຫວເຮັດວຽກງານ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ. ພ້ອມທັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນຈົ່ງສືບຕໍ່ຖືເອົາວຽກງານ ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ໂດຍສະເພາະນາຍທະຫານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ກໍຄືການປະຕິບັດໜ້າທີ່ການເມືອງຂອງກົມກອງເປັນຢ່າງດີ, ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຍົກລະດັບການສຶກສາ, ວິຊາສະເພາະ, ເຝິກຝົນຫຼ່ໍຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ເພື່ອແນໃສ່ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້.

ໂດຍ: ອານຸສອນ ວິລະວົງສາ