80 ປີ ຫວຽດນາມ ເຮັດສຳເລັດພາລະກິດປ່ຽນແປງໃໝ່ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ









ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກອງທັບ ວ່າ: ກະຊວງປ້ອງກັນປະເທດ ແລະ ພະນັກງານ-ນັກຮົບ ທົ່ວກອງທັບ ມີຄວາມຮູ້ສຶກເບີກບານມ່ວນຊື່ນເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຮ່ວມໃຈສະເຫຼີມສະຫຼອງວັນນຊາດ ສສ ຫວຽດນາມ ຄົບຮອບ 80 ປິ, ເຊິ່ງນອນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງສອງຊາດ ພວມຍາດໄດ້ຜົນງານ ແລະ ໄຊຊະນະໃໝ່ທີ່ຍິ່ງໃຫຍ່ຫຼາຍດ້ານ ໃນການດຳເນີນພາລະກິດປ່ຽນແປງໃໝ່ຂອງແຕ່ລະປະເທດຢ່າງຕັ້ງໜ້າ ແລະ ຟົດຟື້ນ.) ນັບແຕ່ມື້ມີພັກຄອມມູນິດອິນດູຈີນເປັນຕົ້ນມາ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດຂອງ 2 ຊາດ ຫວຽດນາມ-ລາວ ທີ່ ກ້າວເຂົ້າສູ່ລວງເລິກ ໂດຍແມ່ນ ປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນ ເຄົາລົບຮັກເປັນຜູ້ປູພື້ນຖານ ແລະ ປະຊາຊົນສອງຊາດ ໄດ້ພ້ອມກັນສືບຕໍ່ບຳລຸງຄູນສ້າງຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ແລະ ໄດ້ສືບທອດເປັນສາຍພົວພັນທີ່ເປັນແບບຢ່າງບໍລິສຸດຜ່ອງໃສ, ສະເໝີຕົ້ນສະເໝີປາຍທີ່ຫາຍາກໃນການພົວພັນສາກົນ, ເປັນປັດໃຈຮັບປະກັນໄຊຊະນະແຫ່ງພາລະກິດປະຕິວັດ ຂອງແຕ່ລະປະເທດ ແລະ ເປັນມູນມໍລະດົກອັນລ້ຳຄ່າຂອງທັງສອງຊາດ. ການຮ່ວມມືລະຫວ່າງສອງປະ ເທດ ລາວ-ຫວຽດ ແມ່ນຄວາມໝັ້ນແກ່ນຂອງສາຍພົວ ພັນລະຫວ່າງສອງປະເທດພວກເຮົາ, ເຖິງແມ່ນວ່າສະພາບ ແວດລ້ອມຂອງໂລກ ກໍຄືສາກົນໄດ້ຜັນແປໄປຢ່າງໄວວາສັບ ສົນທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະການກໍຕາມ, ແຕ່ພັກ -ລັດ, ກອງທັບ ແລະ ປະຊາຊົນລາວບັນ ດາເຜົ່າກໍໄດ້ເອົາໃຈໃສ່ເພີ່ມທະວີສ້າງໃຫ້ການພົວພັນຮ່ວມ ມື ຂອງສອງຊາດຍິ່ງເພີ່ມພູນຄູນສ້າງໃຫ້ອຸດົມສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບທັງທາງດ້ານປະລິມານ ແລະ ຄຸນະພາບໃຫ້ສູງຂຶ້ນເລື້ອຍໆ. ເນື້ອໃນ ຂອງການຮ່ວມມື ນັບມື້ນັບເຂົ້າສູ່ລວງເລິກ ແທດເຖິງຕົວຈີງ; ກົນໄກ ແລະ ວິ ທີການຕ່າງໆ ແມ່ນນັບມື້ຄ່ອງຕົວຍິ່ງຂຶ້ນ, ນັບທັງການພົວ ພັນຮ່ວມມືລະຫວ່າງທ້ອງຖິ່ນ, ຂະແໜງການ, ການຮ່ວມມືພາກສ່ວນຂົງເຂດເສດຖະກິດ, ການຜະລິດ-ທຸລະກິດ ກໍມີມູນຄ່າ ນັບມື້ນັບຫຼາຍ ແລະ ມີປະສິດທິຜົນຫຼາຍຂຶ້ນ. ພິ ເສດ ແມ່ນການເພີ່ມທະວີການພົວພັນທາງດ້ານການເມືອງ ແລະ ການແລກປ່ຽນຖອດຖອນບົດຮຽນດ້ານແນວຄິດ ທິດ ສະດິ ແລະ ພຶດຕິກຳ, ດ້ານການກໍ່ສ້າງບຳລຸງຍົກລະດັບພະ ນັກງານ; ດ້ານການຕ່າງປະເທດ ແລະ ດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກ່າວຕື່ມວ່າ: ໃນໂອກາດອັນມີຄວາມໝາຍ ແລະ ສະຫງ່າລາສີນີ້, ອີກເທື່ອໜຶ່ງ ຕາງໜ້າໃຫ້ພະນັກງານ-ນັກຮົບທົ່ວກອງທັບ ຂໍສະແດງຄວາມຊົມເຊີຍວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ຂໍສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ໝົດຈິດໝົດໃຈ ຈາກພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃຫ້ແກ່ພັກ-ລັດ, ກອງທັບ ແລະ ປະຊາຊົນລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍຄືໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວອ້າຍນ້ອງໝັ້ນຍືນ !
ພາລະກິດ ແລະ ແນວຄິດຊີ້ນຳ ຂອງປະທານໂຮຈີ່ມິນ ຜູ້ຍິ່ງໃຫຍ່ ແລະ ຂອງປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ຍືນຍົງຢູ່ກັບພວກເຮົາຕະຫຼອດໄປ.
ຂ່າວ ພິດສະໄໝ ແກ້ວມະຫາວົງ