ວິລະກຳອັນມະຫັດສະຈັນຂອງວັນຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ

ເນື່ອງໃນໂອກາດວັນຜູ້ນໍາແນວລາວຮັກຊາດ ຈຳນວນ 16 ທ່ານ ໂຕນອອກຈາກຄຸກໂພນເຄັງຄົບຮອບ 65 ປີ (23 ພຶດສະພາ 1960 – 23 ພຶດສະພາ 2025), ສະຫາຍ ພັນໂທ ສີສຸມັງ ມີໄຊຜົນ ຫົວໜ້າອຳນວຍການ ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຍົກໃຫ້ເຫັນມູນເຊື້ອວິລະກຳອັນມະຫັດສະຈັນຂອງວັນຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ເພື່ອປະຕິບັດຕາມສັນຍາເຊີແນວທີ່ໄດ້ເຊັນກັນ ໃນວັນທີ 20 ກໍລະກົດ 1954 ແລະ ສັນຍາວຽງຈັນ ວັນທີ 22 ຕຸລາ 1957, ບັນດາຜູ້ນໍາຂອງພັກ, ແນວລາວຮັດຊາດ ພ້ອມທັງກໍາລັງຝ່າຍປະເທດລາວ ທີ່ໄດ້ເຕົ້າໂຮມຢູ່ສອງແຂວງ(ຫົວພັນ ແລະ ຜົ້ງສາລີ) ທັງໝົດເກືອບ…





