ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ພົນເອກ ຫງວຽນ ຈ່ອງ ເຫງັຍ.





ໃນວັນທີ 6 ສິງຫາ 2026, ຢູ່ທີ່ຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ພົນເອກ ຫງວຽນ ຈ່ອງ ເຫງັຍ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 5-7 ສິງຫາ 2026.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ພົນເອກ ຫງວຽນ ຈ່ອງ ເຫງັຍ ພ້ອມດ້ວຍຄະນະ. ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ຜົນສຳເລັດຂອງການພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນການເມືອງຂັ້ນສູງຂອງກອງທັບສອງປະເທດ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໃນໂອກາດດຽວກັນ, ສະຫາຍ ພົນເອກ ຫງວຽນ ຈ່ອງ ເຫງັຍ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ທະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ໝັ້ນກ່ຽວຕະຫຼອດໄປ.
ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ຍັງໄດ້ເດີນທາງໄປຢ້ຽມຊົມ ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ຕື່ມອີກ.
ดูน้อยลง