ສຳມະນາ ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ແລະ ຜົນການຄົ້ນຄວ້າ “ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່”










ວັນທີ 3 ກໍລະກົດ 2026 , ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາຮ່ວມ ລະຫວ່າງ ລາວ-ຈີນ ພາຍໃຕ້ຫົວຂໍ້: “ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ ແລະ ຜົນການຄົ້ນຄວ້າ ” ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່”, ເຂົ້າຮ່ວມໃນພິທີມີ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາ-ອົບຮົມສູນກາງພັກ, ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາສະຫາຍກຳມະການສູນກາງພັກ, ກຳມະການສຳຮອງສູນກາງພັກ, ການນຳຂັ້ນສູງ, ນັກວິຊາການ, ນັກຄົ້ນຄວ້າ, ພະນັກງານຫຼັກແຫຼ່ງ ຈາກກະຊວງ-ອົງການອ້ອມຂ້າງສູນກາງພັກ, ພະນັກງານສະຖານທູດຈີນ ແລະ ສື່ມວນຊົນ ລາວ-ຈີນ ເຂົ້າຮ່ວມ.
ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຂຶ້ນອ່ານສານອວຍພອນ ແລະ ມີຄຳເຫັນຊີ້ນຳວ່າ: ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ, ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນນຳ, ຕະຫຼອດຮອດສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກທົ່ວໜ້າ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ, ເຊີ່ງຕະຫຼອດໄລຍະ 105 ປີຜ່ານມາ ພັກກອມມູນິດຈີນ ໄດ້ຜ່ານຜ່າເສັ້ນທາງອັນລະອິດລະອ້ຽວ, ທໍລະຫົດອົດທົນ ແຕ່ເຕັມໄປດ້ວຍຜົນສຳເລັດອັນຍິ່ງໃຫຍ່ເປັນປະຫວັດສາດ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ, ໂດຍສະເພາະແມ່ນການຜັນຂະຫຍາຍ “ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ” ເຮັດໃຫ້ ສປ ຈີນ ມີການພັດທະນາແບບກ້າວກະໂດດ, ສ້າງຄວາມສາມັກຄີເປັນເອກະພາບພາຍໃນຊາດ, ບັນລຸເປົ້າໝາຍສູ້ຊົນຮ້ອຍປີທຳອິດ ໃນການສ້າງສາສັງຄົມກິນດີຢູ່ດີຮອບດ້ານ, ລົບລ້າງຄວາມທຸກຍາກ ແລະ ພວມກ້າວໄປສູ່ການຫັນເປັນປະເທດສັງຄົມນິຍົມ ທີ່ທັນສະໄໝ, ເຂັ້ມແຂງ, ຮັ່ງມີ, ສີວິໄລ ແລະ ສົມບູນແບບ. ຜົນການຄົ້ນຄວ້າ ແນວຄິດ ສີ ຈິ້ນຜິງ ບໍ່ພຽງແຕ່ເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາຂອງ ສປ ຈີນ ເທົ່ານັ້ນ, ແຕ່ຍັງເປັນບົດຮຽນທິດສະດີ ແລະ ພຶດຕິກຳອັນລ້ຳຄ່າ ໃຫ້ແກ່ພັກປະຊາຊົນປະຕິວັດລາວ ໃນການຄົ້ນຄວ້າ, ໝູນໃຊ້ເຂົ້າໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດຊາດ ຕາມຈຸດໝາຍສັງຄົມນິຍົມ ຢູ່ ສປປ ລາວ.
ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນຕື່ມອີກ ວ່າ: ” ພັກ-ລັດ ແລະ ປະຊາຊົນລາວ ຍາມໃດກໍຈົດຈຳ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນ ຈາກພັກ-ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຕະຫຼອດໄລຍະຜ່ານມາ. ໃນຍຸກໃໝ່ນີ້, ພວກເຮົາມີຄວາມມຸ່ງໝັ້ນທີ່ຈະຮ່ວມມືກັບສະຫາຍອ້າຍນ້ອງຢ່າງສະໜິດແໜ້ນ ເພື່ອຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ເປັນຮູບປະທຳ ແລະ ມີໝາກຜົນຕົວຈິງ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ “. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການທວນຄືນມູນເຊື້ອ 105 ປີ ແຫ່ງການເຕີບໃຫຍ່ ແລະ ເສັ້ນທາງປະຫວັດສາດອັນສະຫງ່າລາສີ ຂອງພັກກອມມູນິດຈີນ (1921-2026) ທີ່ໄດ້ນໍາພາປະຊາຊົນຈີນ ຜ່ານຜ່າອຸປະສັກນາໆປະການ ຈົນສາມາດສ້າງຕັ້ງປະເທດຈີນໃໝ່, ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຈົນກາຍເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ອັນດັບຕົ້ນໆຂອງໂລກ ແລະ ປະສົບຜົນສຳເລັດໃນການລຶບລ້າງຄວາມທຸກຍາກຢ່າງສິ້ນເຊີງ.
ໃນພິທີ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມສໍາມະນາໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ ທີ່ມີຄວາມໝາຍປະຫວັດສາດອັນເລິກເຊິ່ງເທົ່ານັ້ນ, ແຕ່ຍັງເປັນໂອກາດທາງວິທະຍາສາດອັນສຳຄັນຍິ່ງ ໃນການຮ່ວມກັນຄົ້ນຄວ້າ ແລະ ຜັນຂະຫຍາຍ “ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່”. ແນວຄິດດັ່ງກ່າວ ແມ່ນເຂັມທິດເຍືອງທາງ ທີ່ເຕັມໄປດ້ວຍຫົວຄິດປະດິດສ້າງ, ໄດ້ນຳພາປະເທດຈີນກ້າວໄປສູ່ຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງ. ສຳລັບ ສປປ ລາວ ບົດຮຽນການນຳພາຂອງພັກກອມມູນິດຈີນ ແລະ ຄຸນຄ່າທາງດ້ານທິດສະດີ-ພາກປະຕິບັດຂອງແນວຄິດ ສີ ຈິ້ນຜິງ ແມ່ນແຫຼ່ງຂໍ້ມູນອັນລ້ຳຄ່າ ທີ່ພັກ-ລັດ ສາມາດນຳມາໝູນໃຊ້, ຖອດຖອນບົດຮຽນເຂົ້າໃນພາລະກິດປ່ຽນແປງໃໝ່, ການພັດທະນາເສດຖະກິດ-ສັງຄົມ ຕາມທິດຍືນຍົງ ແລະ ການສ້າງປະຊາຄົມຮ່ວມຊະຕາກຳ ລາວ-ຈີນ ໃຫ້ມີໝາກຜົນຕົວຈິງ ສູງຂຶ້ນເລື້ອຍໆ.
ສະຫາຍ ປອ ຄຳມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ຂຶ້ນມີຄຳເຫັນແລກປ່ຽນໝາກຜົນ ກ່ຽວກັບການຄົ້ນຄວ້າແນວຄິດ ສີຈິ້ນຜິງ ວ່າ: ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ ແມ່ນການເພີ່ມທະວີການນໍາພາຂອງພັກ ຊຶ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX (2022) ຂອງພັກກອມມູນິດຈີນ ໄດ້ສະເໜີຂໍ້ສະຫຼຸບທີ່ສໍາຄັນວ່າ “ການປົກຄອງຂອງພັກຢ່າງເຂັ້ມງວດຮອບດ້ານ ແມ່ນຢູ່ໃນເສັ້ນທາງສະເໝີຕົ້ນສະເໝີປາຍ “ ເຊິ່ງປະກອບມີ 3 ຢ່າງ ໄປພ້ອມກັນ ຄື: ການກໍ່ສ້າງທາງດ້ານການເມືອງຂອງພັກ ຕ້ອງໄດ້ຮັບ ຄວາມສໍາຄັນອັນດັບໜຶ່ງ; ຕ້ອງຖືເອົາການກໍ່ສ້າງແນວຄິດ ເປັນການກໍ່ສ້າງພື້ນຖານຂອງພັກ ແລະ ຕ້ອງປະຕິບັດແນວທາງການຈັດຕັ້ງຂອງພັກ ໃນຍຸກໃໝ່. ແນວຄິດການກໍ່ສ້າງພັກຂອງສີຈິ້ນຜິງ ແມ່ນເຂັ້ມທິດຊີ້ນໍາທາງດ້ານແນວຄິດ ແລະ ແມ່ນຫຼັກການພື້ນຖານໃຫ້ແກ່ວຽກງານກໍ່ສ້າງພັກ ຊຶ່ງແນວຄິດນີ້ ໄດ້ສະເໜີຊຸດແນວຄິດໃໝ່, ທິດສະດີໃໝ່ ແລະ ຍຸດທະສາດໃໝ່ ຢ່າງຈະແຈ້ງ ເຊັ່ນ: ການເພີ່ມທະວີການນໍາພາຂອງພັກຢ່າງຮອບດ້ານ; ການຖືເອົາການກໍ່ສ້າງການເມືອງຂອງພັກເປັນສິ່ງຊີ້ນໍານໍາພາ ແລະ ການຖືເອົາຈິດໃຈກົດລະບຽບ 8 ຂໍ້ ຂອງສູນກາງພັກເປັນກົດເຫຼັກ ແລະ ມາດຕະຖານທີ່ເຄັ່ງຄັດ ຊຶ່ງບັນດາທັດສະນະ ແລະ ແນວຄິດເຫຼົ່ານີ້ ແມ່ນມີລັກສະນະປະດິດສ້າງ, ລັກສະນະວິຊາການ ແລະ ລັກສະນະເປັນເອກະລັກສະເພາະຕົວຢ່າງເດັ່ນຊັດ ໂດຍໄດ້ເປີດເຜີຍໃຫ້ເຫັນຢ່າງເລິກເຊິ່ງກ່ຽວກັບຮາກເຫງົ້າພື້ນຖານ ທີ່ເຮັດໃຫ້ພັກເຮົາສາມາດຢືນຢູ່ຕໍ່ໜ້າກະແສຟອງແຫ່ງຍຸກສະໄໝ ແລະ ກຳແໜ້ນຄວາມເປັນເຈົ້າການທາງປະຫວັດສາດໄດ້ຕະຫຼອດມາ,ທັງເປັນການສ້າງຕັ້ງຫຼັກສິລາຈາລຶກອັນຮຸ່ງເຮືອງສະຫວ່າງສະໄຫວ ເຂົ້າໃນປະຫວັດສາດແຫ່ງການຄົ້ນຄວ້າທາງດ້ານທິດສະດີ 100 ປີ ຂອງພັກເຮົາ.ນັບແຕ່ປີ 2013 ເປັນຕົ້ນມາ,ກົມການເມືອງສູນກາງພັກໄດ້ເປັນແບບຢ່າງໃນການຕ້ານ ການສໍ້ລາດບັງຫຼວງເພື່ອເປັນແບບຢ່າງໃຫ້ຂັ້ນລຸ່ມນຳໄປຈັດຕັ້ງປະຕິບັດ.ພ້ອມທັງໄດ້ແກ້ໄຂຢ່າງຮີບດ່ວນແນໃສ່ເພື່ອນຳໃຊ້ຢາແຮງປິ່ນປົວພະຍາດສໍ້ລາດບັງຫຼວງ,ນໍາໃຊ້ມາດຕະການລົງໂທດໜັກເພື່ອແກ້ໄຂຢ່າງເດັດຂາດ,ເອົາມີດຂຸດພິດທີ່ຕິດຢູ່ໃນກະດູກອອກເພື່ອປິ່ນປົວ,ຕັດມືອອກເພື່ອບໍ່ໃຫ້ພະຍາດແຜ່ລາມທົ່ວຮ່າງກາຍມີແຕ່ເຮັດຄືແນວນັ້ນສະມາຊິກພັກ-ພະນັກງານຈຶ່ງບໍ່ກ້າແຍມືອອກ.
ກອງປະຊຸມສຳມະນາຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດສະໜິດສະໜົມ,ໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ,ເຊິ່ງບັນດານັກວິຊາການ ແລະ ນັກຄົ້ນຄວ້າທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄົ້ນຄວ້າວິທະຍາສາດທີ່ປິ່ນອ້ອມ“ແນວຄິດ ສີ ຈິ້ນຜິງ“ແລະ ຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາ.
ดูน้อยลง