ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ເອົາໃຈໃສ່ຫຼາຍບັນຫາ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.

ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ໃນກອງປະຊຸມ ສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X, ໃນວັນທີ 6 ກໍລະກົດ, ໂດຍການເປັນ ປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ.

ທ່ານ ວິໄລວົງ ບຸດດາຄຳ ກ່າວວ່າ: ຄະນະປະຈຳສະພາແຫ່ງຊາດ ເຫັນດີຕໍ່ການສະເໜີແຜນວຽກຈຸດສຸມ ແລະ ມາດຕະການ ຂອງລັດຖະບານ ໃນໄລຍະ 6 ເດືອນທ້າຍປີ 2026 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການດັ່ງກ່າວ ມີຜົນສໍາເລັດ, ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ມີຄຸນນະພາບ, ຮັກສາສະຖຽນລະພາບດ້ານການເງິນ-ເງິນຕາ ໃຫ້ມີຄວາມໜັກແໜ້ນ, ຕໍ່ເນື່ອງ, ຍືນຍົງ ແລະ ບັນລຸຕາມແຜນການ; ສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທີ່ຕ້ອງການ ຢ່າງມີຈຸດສຸມ ໂດຍສະເພາະ ການຜະລິດກະສິກຳ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ ເພື່ອທົດແທນການນໍາເຂົ້າ; ສືບຕໍ່ພັດທະນາຂະແໜງການທີ່ເປັນທ່າແຮງ ເປັນຕົ້ນ ອຸດສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ກາຍເປັນເສົາຄໍ້າ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະ ການພັດທະນາພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ ໃຫ້ກວມສ່ວນໃຫຍ່ ແລະ ພິຈາລະນາພະລັງງານຖ່ານຫີນຈໍານວນໜຶ່ງຢ່າງເລັ່ງດ່ວນ ຕາມຍຸດທະສາດ ຂອງຂະແໜງການ ເພື່ອຮັບປະກັນສະຖຽນລະພາບ ແລະ ການສະໜອງໄຟ ໄລຍະລະດູແລ້ງ ໃຫ້ພຽງພໍ ແລະ ມີແຜນໃຫ້ກຸ້ມຕົນເອງໄດ້ພາຍໃນປີ 2030; ສືບຕໍ່ຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງແຮ່ທາດໃຫ້ເຂັ້ມງວດ ເດັດຂາດ ໃນນັ້ນ ໃຫ້ມີກໍານົດເວລາພາຍໃນ 2-3 ປີ ໃຫ້ຢຸດຕິການສົ່ງອອກແຮ່ດິບ, ເພື່ອກະຕຸ້ນໃຫ້ເກີດມີການກໍ່ສ້າງໂຮງງານຫຼອມ, ປຸງແຕ່ງ ແຮ່ທາດເຂັ້ມຂຸ້ນ ເຊັ່ນ: ຄໍາ, ທອງແດງ, ເງິນ ທີ່ເຮົາມີໂຮງງານຫຼອມແລ້ວ ຄວນຢຸດຕິເດັດຂາດສົ່ງອອກແຮ່ດິບ ຫຼື ແຮ່ເຂັ້ມຂຸ້ນດັ່ງກ່າວທັນທີ, ພ້ອມທັງເປີດກວ້າງຮັບຕະຫຼາດໃໝ່ ເພື່ອປ້ອງກັນການຜູກຂາດດ້ານລາຄາ ສໍາລັບບາງແຮ່ທາດ; ຈັດຕັ້ງປະຕິບັດ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການພັດທະນາ ຢ່າງເຂັ້ມງວດ ພ້ອມທັງປະເມີນຜົນແຜນການດັ່ງກ່າວຢ່າງເປັນປະຈໍາ ເພື່ອຫຼີກລຽງບັນຫາຜົນກະທົບຕໍ່ສິ່ງແວດລ້ອມທີ່ຈະເກີດຂຶ້ນໃນຕໍ່ໜ້າ, ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຄາດໝາຍດ້ານງົບປະມານ ໃຫ້ເຂັ້ມງວດ ແລະ ຫັນເປັນທັນສະໄໝ ໂດຍການຂະຫຍາຍຖານພາສີ-ອາກອນ ແລະ ຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນ ໂດຍນໍາໃຊ້ລະບົບເອເລັກໂຕນິກ ໃຫ້ກວມອັດຕາສ່ວນຫຼາຍໃນທົ່ວປະເທດ ເພື່ອເຊື່ອມຕໍ່ລະບົບໃບບິນ ຂອງກະຊວງການເງິນ ໃຫ້ເປັນເອກະພາບ, ສືບຕໍ່ຈັດສັນງົບປະມານຂອງລັດໃຫ້ໄດ້ຕາມແຜນການ ຄຽງຄູ່ກັບການຄົ້ນຄວ້າສ້າງແຜນການຊໍາລະໜີ້ສິນຕ່າງປະເທດ ໃຫ້ມີແຫຼ່ງທຶນຊໍາລະທີ່ແນ່ນອນ, ໝັ້ນຄົງ ແລະ ຍືນຍົງ; ຫຼຸດຜ່ອນ ການສະເໜີຂໍຍົກເວັ້ນ, ການຫຼຸດຜ່ອນ ພາສີ-ອາກອນ ໃນທຸກກິດຈະການ ຫຼື ການລົງທຶນ ທີ່ບໍ່ນອນໃນກິດຈະການສະເພາະທີ່ຕ້ອງການສົ່ງເສີມພິເສດ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ, ນອກນີ້ ໃຫ້ສືບຕໍ່ປະຕິບັດນະໂຍບາຍຮັກສາສະຖຽນລະພາບດ້ານເງິນຕາ, ນໍາເຂົ້າເງິນຕາຈາກການລົງທຶນ ແລະ ການສົ່ງອອກສິນຄ້າ ຜ່ານລະບົບທະນາຄານໃຫ້ເພີ່ມຂຶ້ນ, ຂະຫຍາຍລະບົບຕະຫຼາດແລກປ່ຽນເງິນຕາຂອງລາວ (LFX). ຄຸ້ມຄອງ ລາຄາສິນຄ້າ ແລະ ບໍລິການ ໃຫ້ມີຄວາມກົມກຽວກັນ ໃນໄລຍະການຂຶ້ນ-ລົງຂອງລາຄານໍ້າມັນ, ອັດຕາແລກປ່ຽນ ແລະ ປັດໃຈອື່ນໆ ຈາກພາຍນອກ ໂດຍສະເພາະ ຕໍ່ກັບໝວດສິນຄ້າ ແລະ ບໍລິການພື້ນຖານ ທີ່ສົ່ງຜົນກະທົບຕໍ່ ການດໍາລົງຊີວິດຂອງ ປະຊາຊົນບັນດາເຜົ່າ, ພະນັກງານ-ລັດຖະກອນ ແລະ ທະຫານ-ຕໍາຫຼວດ, ສຸມໃສ່ກໍ່ສ້າງ ແລະ ບູລະນະ ສ້ອມແປງທາງ ໃຫ້ໄດ້ມາດຕະຖານ ແລະ ສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ສົມຄູ່ ກັບງົບປະມານການລົງທຶນ; ສືບຕໍ່ປະຕິບັດຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການກໍ່ສ້າງຮາກຖານ ການເມືອງໃຫ້ແຂງແຮງກວ່າເກົ່າ ຕາມຈຸດສຸມລັດຖະບານ ແລະ ທ້ອງຖິ່ນ, ສືບຕໍ່ສ້າງຕັ້ງຕາແສງໃຫ້ສໍາເລັດ ຕາມຄາດໝາຍ 617 ຕາແສງ ໃນກາງປີ 2027, ພ້ອມທັງ ສະໜອງງົບປະມານໃຫ້ພຽງພໍໃນການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານດັ່ງກ່າວ; ເອົາໃຈໃສ່ພັດທະນາ ແລະ ຂະຫຍາຍຜະລິດຕະພັນການທ່ອງທ່ຽວ ໃຫ້ເປັນທ່າແຮງລະດັບຊາດ, ອາຊຽນ, ພາກພື້ນ ແລະ ສາກົນ ໃນການສົ່ງເສີມ ແລະ ພັດທະນາ ການທ່ອງທ່ຽວແບບລະບົບນິເວດ, ຊຸມຊົນມີສ່ວນຮ່ວມ ນໍາໃຊ້ ມໍລະດົກວັດທະນະທຳ, ບຸນປະເພນີ ຂອງຊາດ ແລະ ທ້ອງຖິ່ນ.