ເຊີຣີ” ໝາກໄມ້ດີຕໍ່ສຸຂະພາບ ຊ່ວຍໃຫ້ຫລັບສະບາຍ ແລະ ຫລຸດການອັກເສບ

ຜົນການສຶກສາທາງການແພດເປີດເຜີຍວ່າ “ເຊີຣີ” (Cherry) ບໍ່ພຽງແຕ່ເປັນໝາກໄມ້ທີ່ມີລົດຊາດແຊບເທົ່ານັ້ນ ແຕ່ຍັງມີຄຸນປະໂຫຍດຫຼາກຫຼາຍຕໍ່ຮ່າງກາຍ ໂດຍສະເພາະແມ່ນການຊ່ວຍເລື່ອງການນອນຫຼັບ ແລະ ຫຼຸດຜ່ອນອາການອັກເສບ ໂດຍມີລາຍລະອຽດທີ່ໜ້າສົນໃຈດັ່ງນີ້:
- 🍒 ເໝາະສຳລັບຜູ້ປ່ວຍເບົາຫວານ: ເຊີຣີ ມີຄ່າດັດສະນີທາດແປ້ງ ຫຼື ດັດສະນີໄກເຊມິກ (Glycemic Index – GI) ຕ່ຳພຽງແຕ່ 22 ເທົ່ານັ້ນ (ເມື່ອທຽບໃສ່ກັບໝາກອະງຸ່ນທີ່ມີຄ່າ GI ສູງເຖິງ 46). ດັ່ງນັ້ນ, ມັນຈຶ່ງບໍ່ສົ່ງຜົນກະທົບ ຫຼື ໄປກະຕຸ້ນໃຫ້ລະດັບນ້ຳຕານໃນເລືອດເພີ່ມສູງຂຶ້ນຢ່າງກະທັນຫັນ.
- 😴 ຊ່ວຍໃຫ້ຫຼັບສະບາຍ: ເຊີຣີ (ໂດຍສະເພາະແມ່ນສາຍພັນ Tart Cherry ທີ່ມີລົດຊາດສົ້ມ) ເປັນແຫຼ່ງທຳມະຊາດຂອງສານ ເມລາໂທນິນ (Melatonin) ເຊິ່ງເປັນຮໍໂມນທີ່ຄວບຄຸມການນອນຫຼັບ ຈະຊ່ວຍໃຫ້ຮ່າງກາຍຮູ້ສຶກຜ່ອນຄາຍ ແລະ ນອນຫຼັບໄດ້ສະບາຍ ແລະ ເລິກຂຶ້ນ.
- 💪 ຫຼຸດການອັກເສບ ແລະ ແກ້ປວດ: ໃນໝາກເຊີຣີມີສານຕ້ານອະນຸມູນອິດສະຫຼະກຸ່ມ ແອນໂທໄຊຢານິນ (Anthocyanins) ສູງ ເຊິ່ງມີສັບພະຄຸນຊ່ວຍຫຼຸດອາການອັກເສບຂອງກ້າມຊີ້ນ, ຫຼຸດອາການປວດຂໍ້ ແລະ ດີຕໍ່ຜູ້ປ່ວຍປະດົງ (Gout) ໃນການຫຼຸດລະດັບກົດຢູຣິກ.
ການຮັບປະທານເຊີຣີສົດ ຫຼື ດື່ມນ້ຳເຊີຣີສະກັດເຂັ້ມຂຸ້ນເປັນປະຈຳ ຈຶ່ງເປັນອີກໜຶ່ງທາງເລືອກທີ່ດີໃນການບຳລຸງສຸຂະພາບ, ຟື້ນຟູຮ່າງກາຍ ແລະ ຊ່ວຍແກ້ໄຂບັນຫາການນອນຫຼັບຍາກຢ່າງມີປະສິດທິພາບ.
.