ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

4 ຂັ້ນຕອນງ່າຍໆ ຈັດການ “ເລືອດກຳເດົາໄຫຼ” ໃຫ້ຢຸດພາຍໃນ 5 ນາທີ ⏱️🩸

  1. ນັ່ງຕົວຊື່, ກົ້ມໜ້າລົງເລັກນ້ອຍ
  • ຂໍ້ຫ້າມ: ຫ້າມແຫງນໜ້າເດັດຂາດ ເພາະຈະເຮັດໃຫ້ເລືອດໄຫຼຍ້ອນກັບລົງຄໍ ຈົນເກີດອາການສຳລັກ ຫຼື ກືນລົງກະເພາະອາຫານໄດ້.
  1. ໃຊ້ນິ້ວຊີ້ ແລະ ນິ້ວໂປ້ບີບປີກດັງໃຫ້ແໜ້ນ
  • ວິທີປະຕິບັດ: ເພື່ອກົດຈຸດທີ່ເລືອດອອກ ເປັນເວລາປະມານ 5 – 10 ນາທີ ໂດຍໃຫ້ຫາຍໃຈທາງປາກແທນ.
  1. ປະຄົບນໍ້າເຢັນ ທີ່ດັງ ແລະ ໜ້າຜາກ 🧊
  • ວິທີປະຕິບັດ: ຄວາມເຢັນຈະຊ່ວຍໃຫ້ຫຼອດເລືອດຫົດຕົວ ແລະ ເຮັດໃຫ້ເລືອດຢຸດໄຫຼໄດ້ໄວຂຶ້ນ.
  1. ນັ່ງພັກຜ່ອນນິ່ງໆ ແລະ ຫ້າມສັ່ງນ້ຳມູກ 🧘‍
  • ວິທີປະຕິບັດ: ນັ່ງພັກຜ່ອນ, ຫຼີກເວັ້ນການແກະ, ເກົາ ຫຼື ສັ່ງນ້ຳມູກແຮງໆ ພ້ອມທັງງົດການຍົກຂອງໜັກຊົ່ວຄາວ.

⚠️ ຂໍ້ຄວນລະວັງເພີ່ມເຕີມ:
ຫາກມີອາການເລືອດກຳເດົາໄຫຼດຸຕະຫຼອດແບບຜິດປົກກະຕິ (ເຊັ່ນ: ເປັນເກືອບທຸກມື້ ຫຼື ອາທິດລະຫຼາຍໆຄັ້ງ) ໃຫ້ຟ້າວໄປພົບແພດທັນທີ.

ທີ່ມາ: TNN Health