“ນ້ຳໝາກພ້າວ” ເຄື່ອງດື່ມສະໝານຜິວ ຈາກທຳມະຊາດ

ອາກາດຮ້ອນໆແບບນີ້ ບໍ່ມີຫຍັງຈະດີໄປກວ່າການໄດ້ດື່ມນ້ຳໝາກພ້າວເຢັນໆໃຫ້ຊື່ນໃຈ! ແຕ່ຮູ້ບໍ່ວ່າ ນ້ຳໝາກພ້າວບໍ່ໄດ້ມີດີແຕ່ຄວາມຫວານຫອມສົດຊື່ນ ແຕ່ໃນທາງວິທະຍາສາດ ມັນຄື “Superfood” ຈາກທຳມະຊາດເລີຍ
- ເກືອແຮ່ທຳມະຊາດ (Natural Electrolytes): ນ້ຳໝາກພ້າວອຸດົມໄປດ້ວຍ ໂປຕາສຊຽມ, ແມກນີຊຽມ ແລະ ໂຊດຽມ ເຮັດໃຫ້ມັນສາມາດຊ່ວຍເຕີມນ້ຳ ແລະ ເກືອແຮ່ໃຫ້ຮ່າງກາຍໄດ້ທັນທີຫຼັງຈາກທີ່ເຮົາເສຍເຫື່ອຈາກອາກາດຮ້ອນ ຫຼື ຫຼັງອອກກຳລັງກາຍ ໂດຍບໍ່ມີສານເຄມີເຈືອປົນ.
- ຢາອາຍຸວັດທະນະຂອງຜິວພັນ: ມີສານ “ໄຊໂຕໄຄນິນ” (Cytorinin) ເຊິ່ງເປັນຮໍໂມນພືດທີ່ມີວິໄຈພົບວ່າ ຊ່ວຍຊະລໍຄວາມເສື່ອມຂອງເຊລໃນຮ່າງກາຍ, ບຳລຸງຜິວພັນໃຫ້ເຕັ່ງຕຶງ, ສົດໃສ ແລະ ມີສ່ວນຊ່ວຍຂັບລ້າງສານພິດອອກຈາກຮ່າງກາຍ.
- ແຄລໍຣີຕ່ຳ ບໍ່ມີໄຂມັນ ໝັ້ນໃຈສາຍຫຸ່ນດີ: ນ້ຳໝາກພ້າວທຳມະຊາດ 100% ມີນ້ຳຕານຕ່ຳ ແລະ ແຄລໍຣີຕ່ຳຫຼາຍ (ບໍ່ມີໄຂມັນເລີຍ) ດື່ມແລ້ວອີ່ມດົນ, ຊ່ວຍຫຼຸດຄວາມຢາກຂອງຫວານອື່ນໆ ໄດ້ດີສຸດໆ. ເວລາຊື້ ຄວນເລືອກດື່ມນ້ຳໝາກພ້າວສົດໆຈາກໜ່ວຍ ຈະໄດ້ຄຸນຄ່າທາງອາຫານ ແລະ ຄວາມປອດໄພສູງສຸດ ໂດຍບໍ່ຕ້ອງເພີ່ມນ້ຳຕານ.