ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ
Admin

Admin

ລັດຖະມົນຕີກະຊວງປ້ອງກັນປະເທດລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ໃຫ້ແກ່ ການເລືອກຕັ້ງ ສສຊ ແລະ ສສຂ ແຂວງ ໄຊສົມບູນ.

ວັນທີ 12 ກຸມພາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມຄະນະໄດ້ລົງຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງໄຊສົມບູນ, ມີ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ຮອງເລຂາຄະນະບໍລິຫານພັກແຂວງໄຊສົມບູນ, ມີ ບັນດາຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ສະຫາຍ ທອງວັນ ທຳມະວົງ, ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ…

ຜູ້ສະໝັກຮັບເລືອກຕັ້ງ ເຂດ 15 ແຂວງຈໍາປາສັກ ລົງເຄື່ອນໄຫວໂຄສະນາຫາສຽງຢູ່ກອງພົນທີ 5

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຈຳນວນ 10 ທ່ານ (ຍິງ 2 ທ່ານ) ໄດ້ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ກອງພົນທີ 5 ໃນວັນທີ 13 ກຸມພາ 2026 ນຳໂດຍ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໃຫ້ກຽດຕ້ອນຮັບໂດຍສະຫາຍພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ5ພ້ອມດ້ວຍຄະນະນຳເມືອງບາຈຽງຈະເລີນສຸກ, ຄະນະພັກ-ຄະນະບັນຊາອົງການ, ກົມກອງຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂອກາດນີ້, ຜູ້ຮັບສະໝັກເລືອກຕັ້ງກໍໄດ້ຜັດປ່ຽນກັນຂຶ້ນສະເໜີຕົວ…

ທົ່ວປະເທດ ຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ມີຈຳນວນທັງໝົດ 4.764.384 ຄົນ.

ຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນທົ່ວປະເທດ ມີຈຳນວນທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ ມີຈຳນວນ 23.378 ຄົນ, ຍິງ 7.828 ຄົນ. ທ່ານ ສຈ. ປອ ຈະເລີນ ເຍຍປາວເຮີ, ຮອງປະທານສະພາແຫ່ງຊາດ, ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນເຊົ້າວັນທີ 12 ກຸມພາ 2026 ວ່າ: ອີງຕາມມະຕິຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການປະກາດຈຳນວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ…

ລັດຖະມົນຕີກະຊວງປ້ອງກັນປະເທດ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານປກຊ-ປກສ ຢູ່ແຂວງບໍລິຄຳໄຊ

ວັນທີ 11 ກຸມພາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງບໍລິຄຳໄຊ, ມີ ສະຫາຍ ປອ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານພັກແຂວງ ບໍລິຄຳໄຊ, ມີ ບັນດາຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ປອ ສຸວັນນີ ໄຊຊະນະ…

🚨 5 ຄວາມສ່ຽງອັນຕະລາຍທີ່ລູກຫຼານຂອງທ່ານອາດກຳລັງເຊື່ອງຢູ່:

ຈໃນຂະນະທີ່ພວກເຮົາກຳລັງກ້າວເຂົ້າສູ່ປີ 2026 ທີ່ເຕັມໄປດ້ວຍເຕັກໂນໂລຊີອັນທັນສະໄໝ ແຕ່ໃນອີກດ້ານໜຶ່ງ “ໄພຄຸກຄາມອອນລາຍ” ກໍ່ກຳລັງວິວັດທະນາການໄປຢ່າງໜ້າຢ້ານກົວ.າກຂໍ້ມູນຫຼ້າສຸດຂອງ UNICEF ພົບວ່າເດັກນ້ອຍກຳລັງປະເຊີນກັບຄວາມສ່ຽງທີ່ຮຸນແຮງຂຶ້ນເລື້ອຍໆ ໂດຍທີ່ພວກເຮົາອາດບໍ່ທັນຕັ້ງຕົວ🚨 5 ຄວາມສ່ຽງອັນຕະລາຍທີ່ລູກຫຼານຂອງທ່ານອາດກຳລັງເຊື່ອງຢູ່: UNICEF ຢືນຢັນວ່າ ຮູບພາບເດັກນ້ອຍທີ່ຖືກສ້າງຂຶ້ນດ້ວຍ AI ໃນທາງລາມົກຖືເປັນ “ສື່ລາມົກອານາຈານເດັກ” (CSAM) ແລະ ມັນສ້າງຜົນກະທົບທາງຈິດໃຈຕໍ່ເດັກນ້ອຍຢ່າງມະຫາສານ. ມັນບໍ່ແມ່ນພຽງແຕ່ຮູບພາບທີ່ຖືກສ້າງຂຶ້ນແຕ່ມັນຄືການລະເມີດສິດທິ ແລະ ສັກສີຂອງຄວາມເປັນມະນຸດ. 🛡️ ພວກເຮົາຈະປົກປ້ອງ “ຫົວໃຈ” ຂອງເດັກນ້ອຍໄດ້ແນວໃດ? “ເດັກນ້ອຍບໍ່ສາມາດລໍຖ້າໃຫ້ກົດໝາຍໄລ່ຕາມເຕັກໂນໂລຊີໃຫ້ທັນ ພວກເຮົາຕ້ອງເລີ່ມປົກປ້ອງເຂົາເຈົ້າຕັ້ງແຕ່ຕອນນີ້.” 💙

ວິທີກິນຢາທີ່ປອດໄພມາໃຫ້ທຸກທ່ານໄດ້ຮູ້:

ຫລາຍຄົນທີ່ມີພະຍາດແຊກຊ້ອນຈາກການກິນຢາເມັດກັບນ້ຳອຸ່ນ ເພາະຢາຈະເປື່ອຍກ່ອນ ເລື່ອງນີ້ເປັນອີກຢ່າງໜຶ່ງທີ່ຫລາຍຄົນຄິດບໍ່ເຖິງ ດັ່ງນັ້ນ ເຮົາຈຶ່ງມີວິທີແນະນຳ ວິທີກິນຢາທີ່ປອດໄພມາໃຫ້ທຸກທ່ານໄດ້ຮູ້:ຢາເມັດສາມາດລະລາຍໃນນ້ຳເຢັນໄດ້ ແຕ່ຫລັງຈາກກິນຢາແລ້ວ ຄວນດື່ມນ້ຳຫລາຍໆ ຖ້າແພດສັ່ງໃຫ້ກິນກ່ອນນອນ ກໍຄວນກິນກ່ອນນອນປະມານ 30 ນາທີ ແລະ ບໍ່ຄວນກິນຢາ ແລ້ວເຂົ້ານອນທັນທີເວລາກິນຢາ ບໍ່ຄວນດື່ມນ້ຳອຸ່ນ ຫລື ນ້ຳຮ້ອນ, ນ້ຳໝາກໄມ້ ຫລື ນ້ຳຫວານ ທຸກຊະນິດ ທາງທີ່ດີຄວນດື່ມນ້ຳທຳມະດາ ແລະ ດື່ມໃຫ້ຫລາຍໆ.

ອາການວິນຫົວ ແລະ ເສຍການຊົງຕົວໃນຜູ້ເຖົ້າ.

ການສູນເສຍການຊົງຕົວໃນຜູ້ເຖົ້າມັກກ່ຽວຂ້ອງກັບອາການວິນຫົວ, ພະຍາດກະດູກ ແລະ ຂໍ້ເສື່ອມ, ກ້າມຊີ້ນອ່ອນແຮງ, ລະບົບປະສາດຮັບສຳຜັດເສື່ອມ, ພະຍາດທາງສະໝອງ, ພະຍາດທາງຈິດໃຈ ຫລື ຫລາຍສາເຫດລວມກັນ. ໃນຜູ້ເຖົ້າ ອາການວິນຫົວເປັນອາການເຕືອນ ເຊິ່ງບອກເຫດທີ່ຮຸນແຮງຫລາຍກ່ວາກຸ່ມອື່ນໆ ເນື່ອງຈາກມີຄວາມເປັນໄປໄດ້ສູງ ສ່ຽງກັບການລົ້ມ, ອ່ອນແຮງ, ສະໝອງເລີ່ມເສື່ອມ ຫລື ຫລາຍສາເຫດລວມກັນ. ນອກຈາກນີ້, ຜູ້ເຖົ້າມັກປ່ວຍເປັນພະຍາດຊຳ້ເຮື້ອຫລາຍກ່ວາ 1 ພະຍາດ ຈຶ່ງເປັນເຫດໃຫ້ຕ້ອງກິນຢາຫລາຍກ່ວາ 1 ຊະນິດເຊັ່ນກັນ. ຜູ້ເຖົ້າບາງຄົນບໍ່ມີພະຍາດສະເພາະທີ່ເຮັດໃຫ້ເກີດອາການວິນຫົວ, ເສຍການຊົງຕົວ ອາດເປັນອາການທີ່ຜູ້ປ່ວຍຮູ້ສຶກເອງ ແລະ ປ່ຽນແປງຕາມການແປຜົນ ໂດຍທັງຜູ້ປ່ວຍເອງ ແລະ ແພດຜູ້ເບິ່ງແຍງດູແລ.ອາການວິນຫົວ ແລະ ເສຍການຊົງຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງເມື່ອອາຍຸເພີ່ມຂຶ້ນ ເຊິ່ງສາເຫດເບື້ອງຫລັງຍັງບໍເປັນທີ່ສະຫລຸບໄດ້. ນອກຈາກສິ່ງທີ່ນັກວິຊາການຫລາຍຝ່າຍຢັ້ງຢືນກົງກັນ ຄື ຜົນກະທົບທີ່ຕາມມາຕໍ່ສຸຂະພາບຮ່າງກາຍ,…

ເບີ່ງແຍງຕົວຕົນເອງໃຫ້ນານເຖົ້າແລະມີສຸຂະພາບດີ

ເວລາຜ່ານໄປໄວຫລາຍເຮັດໃຫ້ຫລາຍຄົນອາຍຸເຂົ້າຫລັກ 3 ຫລັກ 4 ກັນແລ້ວ, ແຕ່ເປັນຫຍັງບາງຄົນເບິ່ງຄືຍັງບໍ່ເຖົ້າເລີຍ, ໃບໜ້າຍັງຄົງຄືເປັນບ່າວເປັນສາວຢູ່ ໂດຍທີ່ອາຍຸລຸ້ນລາວຄາວດຽວກັນ ?ເຊິ່ງສາເຫດທີ່ເປັນແບບນັ້ນນອກຈາກກຳມະພັນແລ້ວສິ່ງສຳຄັນກໍແມ່ນການເບິ່ງແຍງດູແລຕົນເອງໂດຍມີຫລາຍວິທີທີ່ເຮັດໃຫ້ສຸຂະພາບແຂງແຮງແລະນານເຖົ້າພຽງແຕ່ຕ້ອງມີຄວາມຕັ້ງໃຈສະໝ່ຳສະເໝີພ້ອມທັງມີຄວາມເອົາໃຈໃສ່ ເລີ່ມຈາກກິນອາຫານທີ່ມີປະໂຫຍດດັ່ງທີ່ຫລາຍທ່ານຮູ້ຈັກກັນດີກິນຜັກ- ໝາກໄມ້, ອາຫານທີ່ບໍ່ແປຮູບ, ອາຫານທີ່ປາສະຈາກສານເຄມີຕົກຄ້າງແລະຫລຸດການກິນອາຫານຫວານເພື່ອຫລຸດສະພາບການອັກເສບໃນຮ່າງກາຍ. ນອກຈາກນີ້, ຕ້ອງບໍ່ກິນຫລາຍເກີນໄປຫລືໜ້ອຍເກີນໄປເພາະຈະເຮັດໃຫ້ຮ່າງກາຍບໍ່ຢູ່ໃນສະພາບດຸ່ນດ່ຽງ. ການກິນຫລາຍເກີນໄປເຮັດໃຫ້ເກີດການເຜົາຜານຫລາຍຂຶ້ນ, ເກີດຂອງເສຍແລະເກີດໄຂມັນສະສົມເຮັດໃຫ້ເຖົ້າໄວ. ສ່ວນການກິນໜ້ອຍເກີນໄປກໍເຮັດໃຫ້ຮ່າງກາຍຂາດສານອາຫານ, ບໍ່ມີເຫື່ອແຮງໃນການອອກກຳລັງກາຍ. ຈົ່ງເລືອກກິນເມື່ອເຮົາກິນຫຍັງເຂົ້າໄປແລ້ວຮ່າງກາຍສົດຊື່ນ, ບໍ່ຍື່ງທ້ອງ, ລົມໃນທ້ອງໜ້ອຍການຂັບຖ່າຍກໍເປັນປົກກະຕິອັນນີ້ແມ່ນກິນແລ້ວເໝາະສົມກັບເຮົາບໍ່ແມ່ນກິນຜັກແລ້ວຊີວິດຈະດີຕະຫລອດບາງຄົນກິນຜັກຫລາຍເກີນໄປກໍເຮັດໃຫ້ຍື່ງທ້ອງແລະມີລົດໃນທ້ອງຫລາຍຍ້ອນເອັນໄຊທີ່ມີຢູ່ບໍ່ສາມາດຍ່ອຍໄດ້ກໍມີ.ຮ່າງກາຍຄົນເຮົານອກຈາກກຳມະພັນບໍ່ຄືກັນແລ້ວສິ່ງແວດລ້ອມກໍຍັງບໍ່ຄືກັນນຳບໍ່ແມ່ນວ່າທຸກຄົນກິນສິ່ງດຽວກັນແລ້ວສຸຂະພາບຈະດີຄືກັນຕ້ອງສັງເກດຕົນເອງວ່າກິນຫຍັງເຂົ້າໄປແລ້ວມັນດີຕໍ່ຮ່າງກາຍແລະຈິດໃຈຖ້າກິນຫວານແລ້ວມີຄວາມສຸກກໍກິນແດ່, ແຕ່ຢ່າຫລາຍຈົນເກີນໄປ. ຈົ່ງເລືອກກິນໃຫ້ຫລາກຫລາຍກໍຈະຊ່ວຍໃຫ້ສະພາບຮ່າງກາຍດຸ່ນດ່ຽງຂຶ້ນຫລືບາງຄົນອາດໃຊ້ ວິທີການກວດສະພາບການແພ້ອາຫານເຂົ້າມາຊ່ວຍເພື່ອເລືອກກິນອາຫານທີ່ຖືກກັບຮ່າງກາຍໄດ້. ການດື່ມນ້ຳກໍຈຳເປັນຫລາຍທີ່ຈະເຮັດໃຫ້ຜິວນານເຖົ້າ, ນານຫ່ຽວຍານຄວນຈະດື່ມນ້ຳຢ່າງໜ້ອຍມື້ລະ 8 ຈອກຫລືປະມານ 2 ລິດຈະດື່ມຫລາຍກ່ວານີ້ກໍໄດ້ ເພາະການໄລ່ນ້ຳອອກໝາກໄຂ່ຫລັງຫລືໄຕບໍ່ໄດ້ເຮັດວຽກໜັກຫລາຍ, ແຕ່ການກິນເກືອຫລືເຄື່ອງປຸງຫລາຍໆ ອັນນີ້ເຮັດໃຫ້ໝາກໄຂ່ຫລັງເຮັດວຽກໜັກຍ້ອນຕ້ອງໄລ່ເກືອແຮ່ອອກໄປນ້ຳຈະຊ່ວຍໃຫ້ເຮົາໄລ່ສິ່ງເສດເຫລືອອອກຈາກຮ່າງກາຍໄດ້ດີຂຶ້ນແລະເຮັດໃຫ້ຮ່າງກາຍຢູ່ໃນສະພາບດຸ່ນດ່ຽງຫລາຍຂຶ້ນຜິວໜັງທີ່ອີ່ມນ້ຳກໍຈະເປັນຜິວໜັງທີ່ກ້ຽງງາມສົດໃສເບິ່ງຄືຜິວເດັກນ້ອຍ.ການນອນການທີ່ເຮົານອນຫລັບພັກຜ່ອນພຽງພໍແລະນອນຫລັບໄດ້ຢ່າງສະໜິດຈະຊ່ວຍໃຫ້ຮ່າງກາຍໄດ້ຟື້ນຟູຕົນເອງ, ຮໍໂມນທີ່ກ່ຽວຂ້ອງກັບການຟື້ນຟູພາກສ່ວນເສື່ອມສະພາບຂອງຮ່າງກາຍຈະເຮັດວຽກໄດ້ດີເມື່ອນອນຫລັບສະໜິດແລະຢູ່ໃນສະພາບທີ່ມືດໆ ໂກ໊ດຮໍໂມນຈະຫລັ່ງຕາມຫລັງຮໍໂມນທີ່ຊື່ວ່າເມລາໂທນິນທີ່ມັນຈະຫລັ່ງໄດ້ດີເມື່ອບັນຍາກາດອ້ອມໂຕຂອງການນອນມືດດີຄວນປິດໄຟນອນແລະນອນໃນບ່ອນທີ່ສະຫງົບມິດງຽບບໍ່ມີສຽງລົບກວນເພື່ອໃຫ້ຫລັບສະໜິດແລະເຂົ້າສູ່ການນອນຫລັບທີ່ດີ. ນອກຈາກນີ້, ຄວນເຂົ້ານອນປະມານ 22:00 ໂມງເພື່ອໃຫ້ໂມງຊີວິດໄດ້ເຮັດວຽກຢ່າງດຸ່ນດ່ຽງ,…

10 ສິ່ງທີ່ຄວນລະວັງ ເມື່ອໃຊ້ຫ້ອງນ້ຳສາທາລະນະ

ຫ້ອງນ້ຳສາທາລະນະ ເປັນສະຖານທີ່ລວມເຊື້ອພະຍາດຫາກໃຊ້ຢ່າງບໍ່ລະມັດລະວັງ ນອກຈາກຕ້ອງເລືອກຫ້ອງນ້ຳທີ່ສະອາດເຮັດຄວາມສະອາດລະຫວ່າງມື້ເປັນປະຈຳໆ ເພື່ອຫລຸດການສະສົມຂອງເຊື້ອພະຍາດແລ້ວ ຍັງຕ້ອງລະວັງບໍ່ແຜ່ເຊື້ອພະຍາດຈາກຕົນເອງສູ່ຜູ້ອື່ນພ້ອມ ເຊິ່ງມື້ນີ້ຈະມາແນະນຳວິທີການໃຊ້ຫ້ອງນ້ຳສາທາລະນະໃຫ້ປອດໄພຈາກເຊື້ອພະຍາດເອົາໄວ້ດັ່ງນີ້:

ວິທະຍາຄານເຕັກນິກການທະຫານ ຕ້ອນຮັບຜູ້ສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງໄຊທານີ.

ໃນວັນທີ 9 ກຸມພາ 2026, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນຊຸດທີ V ປະຈຳເຂດເລືອກຕັ້ງເມືອງໄຊທານີ ເຊິ່ງນຳພາໂດຍ ທ່ານວຽງຄຳ ສີຫາໂຄດ ພ້ອມຄະນະ ຈໍານວນ 6 ສະຫາຍ, ຍິງ 1 ສະຫາຍ ໄດ້ລົງເຄື່ອນໄຫວ ພົບປະພະນັກງານ-ນັກຮົບ ວິທະຍາຄານເຕັກນິກການທະຫານ. ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ ພ້ອມດ້ວຍ ຄະນະພັກ-ຄະນະອຳນວຍການ ພະນັກງານຫຼັກແຫຼ່ງທົ່ວວິທະຍາຄານຕ້ອນຮັບຢ່າງອົບອຸ່ນ. ການລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຄັ້ງນີ້, ບັນດາຜູ້ສະໝັກ ສະມາຊິກສະພາປະຊາຊົນນະຄອນຫຼວງ ປະຈຳເຂດເລືອກຕັ້ງເມືອງໄຊທານີໄດ້ຜັດປ່ຽນກັນ ຂຶ້ນນໍາສະເໜີ…

ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ໂຄສະນາຫາສຽງຢູ່ກະຊວງປ້ອງກັນປະເທດ

ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ໂຄສະນາຫາສຽງ ຢູ່ກະຊວງປ້ອງກັນປະເທດ ວັນທີ 6 ກຸມພາ 2026, ໂດຍມີ ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານຫຼັກເເຫຼ່ງຈາກບັນດາອົງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ຜູ້ສະໜັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ນະຄອນຫລວງວຽງຈັນ ນຳໂດຍ ທ່ານ ທະນົງໄຊ ຄຸດໄພທູນ ກໍາມະການສໍາຮອງສູນກາງພັກ, ກໍາມະການພັກນະຄອນຫລວງ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ການລົງທຶນ…

ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ: ລົງສະໝັກ 10 ທ່ານ, ເລືອກເອົາ 07 ທ່ານ

1) ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; 2) ທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງໄຊສົມບູນ; 3) ທ່ານ ນາງ ຄຳສີ ສິດທິວໍລະດາ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ; 4) ທ່ານ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ, ປະທານສະຫະພັນກຳມະບານ ແຂວງ; 5) ທ່ານ ນາງ ບຸນທະວີ ສິງວິໄລ ກໍາມະການພັກແຂວງ, ປະທານສະພັນແມ່ຍິງແຂວງ; 6) ທ່ານ ໂພສີ ເຕັມເມລາດ ກໍາມະການໜ່ວຍພັກຮາກຖານ, ຫົວໜ້າກົມ,…

ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ: ລົງສະໝັກ 10 ທ່ານ, ເລືອກເອົາ 07 ທ່ານ

1) ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; 2) ທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງໄຊສົມບູນ; 3) ທ່ານ ນາງ ຄຳສີ ສິດທິວໍລະດາ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ; 4) ທ່ານ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ, ປະທານສະຫະພັນກຳມະບານ ແຂວງ; 5) ທ່ານ ນາງ ບຸນທະວີ ສິງວິໄລ ກໍາມະການພັກແຂວງ, ປະທານສະພັນແມ່ຍິງແຂວງ; 6) ທ່ານ ໂພສີ ເຕັມເມລາດ ກໍາມະການໜ່ວຍພັກຮາກຖານ, ຫົວໜ້າກົມ,…

ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື: ມີຈໍານວນຜູ້ສະໝັກ 10 ທ່ານ, ເລືອກເອົາ 07 ທ່ານ.

1) ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາຄະນະພັກແຂວງອັດຕະປື; 2) ທ່ານ ພົຈວ ສຸລິໄຊ ພິຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ; 3) ທ່ານ ລິດຕາ ຂັດທິຍະ ກຳມະການປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ; 4) ທ່ານ ພູວັນ ພົມມະຈັນ ກໍາມະການປະຈຳພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານສະພາປະຊາຊົນແຂວງ (ສສຂ ຊຸດທີ IV); 5) ທ່ານ ກົງໃຈ ສີດາວົງ ກໍາມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງ…

ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 16 ແຂວງເຊກອງ: ມີຈໍານວນຜູ້ສະໝັກ 10 ທ່ານ, ເລືອກເອົາ 07 ທ່ານ.

1) ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ; 2) ທ່ານ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ, ເລຂາຄະນະພັກແຂວງເຊກອງ; 3) ທ່ານ ຈັນທະບູນ ສຸກອາລຸນ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ສສຊ ຊຸດ ທີ IX); 4) ທ່ານ ຕຸລາວັນ ວົງໄຊ ກຳມະການປະຈຳພັກແຂວງ; 5) ທ່ານ ໃຈເພັດ ພັນທະວົງ ກຳມະການພັກແຂວງ, ປະທານຄະນະກຳມະການຍຸຕິທໍາ ແລະ ປກຊ-ປກສ ແລະ (ສສຂ ຊຸດທີ…