ກະຊວງການເງິນ ເລັ່ງອັດຊ່ອງຫວ່າງລາຍຮັບຮົ່ວໄຫຼງົບປະມານ ເຜີຍຕົວເລກສຳປະທານບໍ່ແຮ່ 407 ໂຄງການ ແຕ່ລາຍຮັບຄ່າເຊົ່າ-ຄ່າສຳປະທານ ຍັງບໍ່ທັນສົມຄູ່

ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 7 ກໍ ລະກົດ 2026 ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ ຄໍາຊັກຖາມ ແລະ ການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ເຊິ່ງສະແດງໃຫ້ເຫັນຄວາມເປັນຫ່ວງເປັນໄຍຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະຕິດພັນກັບວຽກງານຫັນເປັນທັນສະໄໝ ບັນຫາໜີ້ສິນສາທາລະນະ ແລະ ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ແລະ ເອກະຊົນ ໂດຍສັງ ລວມ 4 ປະເດັນຈຸດສຸມ.
ໃນນີ້ ຫົວຂໍ້ສໍາຄັນອີກອັນໜຶ່ງ ທີ່ ສສຊ ໃຫ້ຄວາມສົນໃຈເປັນພິເສດ ແມ່ນຄໍາຖາມທີ່ວ່າ: ລັດຖະບານ ຈະມີກົນໄກ ມາດຕະການ ແລະ ວິທີການໃນການຕິດຕາມກວດກາຄຸນນະພາບຂອງໂຄງການລົງທຶນ ເອກະຊົນແນວໃດ? ໂດຍສະເພາະການເຊົ່າ-ສຳປະ ທານທີ່ດິນ ເພື່ອສໍາຫຼວດຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ການສ້າງຕົວເມືອງອັດສະລິຍະ ການເກັບລາຍຮັບ ໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດ ໝາຍ? ເຊິ່ງລັດຖະບານ ຈະມີກົນໄກ ມາດຕະການ ແລະ ວິທີການໃນການຕິດຕາມກວດກາ ຄຸນນະພາບແນວໃດ?.
ສຳລັບຄຳຖາມນີ້ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງສະເພາະບັນຫາທີ່ຕິດພັນກັບກະຊວງການເງິນ ດັ່ງນີ້: ມາຮອດປັດຈຸບັນ ໂຄງ ການສຳປະທານບໍ່ແຮ່ ທີ່ສູນກາງ ອະ ນຸມັດ ມີ 407 ໂຄງການ ລາຍຮັບຈາກຄ່າສຳປະທານ ໃນປີ 2025 ຫຼາຍກວ່າ 139 ລ້ານໂດລາສະຫະ ລັດ ເຖິງແນວໃດກໍຕາມ ເຫັນວ່າລາຍຮັບຈາກຄ່າເຊົ່າ-ຄ່າສຳປະທານ ຍັງບໍ່ທັນສົມຄູ່ກັບຄວາມເປັນຈິງ ອີກດ້ານໜຶ່ງຍັງເຫັນວ່າການເກັບກຳຖານຂໍ້ມູນ ການອະນຸມັດເນື້ອທີ່ສຳປະທານ ແລະ ການເກັບລາຍຮັບ ຍັງບໍ່ມີການເຊື່ອມຂໍ້ມູນລວມສູນ ຜ່ານລະບົບຄຸ້ມຄອງຖານຂໍ້ມູນທັນສະໄໝ ເຮັດໃຫ້ທັງສູນກາງ ແລະ ທ້ອງຖິ່ນ ຍັງມີລາຍຮັບຮົ່ວໄຫຼ ແລະ ເນື້ອທີ່ທັບຊ້ອນກັນ ສະນັ້ນຕ້ອງໄດ້ມີການເຊື່ອມຕໍ່ຖານຂໍ້ມູນກັບລະບົບຂອງກະຊວງການເງິນ ທີ່ມີຢູ່ໃນປັດຈຸບັນ ເພື່ອຄຸ້ມຄອງລວມສູນການ ເກັບລາຍຮັບຄ່າເຊົ່າ-ສຳປະທານ.
ເພື່ອຮັບປະກັນການລົງທຶນຂອງລັດ ໃຫ້ສາມາດສ້າງຜົນຕອບແທນທາງເສດຖະກິດ ແລະ ເກັບລາຍຮັບໄດ້ ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກະຊວງການເງິນ ໄດ້ດຳເນີນການຈັດຕັ້ງປະຕິບັດມາດຕະການກວດກາຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ບັນດາດ່ານເປົ້າໝາຍ ເຫັນວ່າ: ຍັງມີຊ່ອງຫວ່າງຫຼາຍດ້ານ ທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂ ໂດຍສະເພາະແມ່ນມີການແຈ້ງບໍ່ຖືກ ຕ້ອງກັບຕົວຈິງດ້ານປະເພດແຮ່ທາດ ປະລິມານ-ນ້ຳໜັກ ຄວາມເຂັ້ມຂຸ້ນດ້ານຄຸນນະພາບຂອງແຮ່ທາດ ແລະ ແຮ່ຕິດພັນ ທີ່ມີຄ່າ ໃນເວລາສົ່ງອອກ ເຮັດໃຫ້ມີຊ່ອງຫວ່າງຮົ່ວໄຫຼດ້ານລາຍຮັບຢ່າງຫຼວງຫຼາຍ.
ຕໍ່ບັນຫາດັ່ງກ່າວ ກະຊວງການເງິນ ກຳລັງຜັນຂະຫຍາຍສ້າງຕັ້ງຫ້ອງກວດກາຄຸນນະ ພາບແຮ່ທາດ ກ່ອນການສົ່ງອອກໃນທຸກດ່ານສາກົນ ພ້ອມທັງຈະສົມທົບກັບຂະ ແໜງການອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າ ແລະ ປັບປຸງກົນໄກ ແລະ ມາດຕະການ ກວດກາຄຸນນະພາບແຮ່ທາດຢູ່ປາກບໍ່ (ຕົ້ນທາງ).
ໃນຕໍ່ໜ້າ ກະຊວງການເງິນ ຈະເປັນເຈົ້າການຕິດຕາມ ແລະ ກວດກາ ກ່ອນການອະ ນຸມັດໂຄງ ການ ຮ່ວມກັບກັບຂະແໜງການກ່ຽວຂ້ອງ ເພື່ອຮັບປະກັນໃນບົດບາດການຄຸ້ມຄອງເກັບລາຍຮັບ ພ້ອມກັນນີ້ ກໍຮຽກຮ້ອງມາຍັງ ສສຊ ກະຊວງ-ອົງການ ແລະ ອຳນາດການປົກຄອງທ້ອງຖິ່ນ ເປັນເຈົ້າການຊ່ວຍສະໜັບສະໜູນ ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ດ້ວຍການເຜີຍແຜ່ ເຊື່ອມຊຶມ ແລະ ໂຄສະນາບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ຜູ້ປະກອບການ ຮັບຮູ້ ເຂົ້າໃຈ ແລະ ໃຫ້ການຮ່ວມມືຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ ປຸງແຕ່ງ ຄ້າຂາຍ ນຳເຂົ້າສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນຂອບເຂດທົ່ວປະເທດ ແລະ ຄຳສັ່ງຄະນະເລຂາທິການສູນກາງພັກ ສະບັບເລກທີ 1/ຄລສພ ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນຳຂອງຄະນະພັກ ຕໍ່ວຽກງານແຮ່ທາດ ການຄຸ້ມຄອງ ແລະ ການແກ້ໄຂບັນຫາທີ່ດ້ານຊັບ ພະຍາກອນທຳມະຊາດ.