ກ້າວເຂົ້າສູ່ຍາມຝົນແລ້ວ… 🌧️ ນອກຈາກຈະຕ້ອງລະວັງການເດີນທາງ ຢ່າລືມກຽມຄວາມພ້ອມຮັບມື ຫາກເກີດນ້ຳຖ້ວມ ເພື່ອຄວາມປອດໄພຂອງທ່ານ ແລະ ຄອບຄົວ.

- ຕິດຕາມຂ່າວສານຕ່າງໆ ຢ່າງຕໍ່ເນື່ອງ
- ກຽມເບີໂທສຸກເສີນຂອງໜ່ວຍງານທີ່ກ່ຽວຂ້ອງ
- ສາກແບັດໂທລະສັບໃຫ້ພ້ອມຢູ່ສະເໝີ
- ພື້ນທີ່ສ່ຽງ ຄວນກຽມເປົາຊາຍ ເພື່ອເຮັດກໍາແພງກັນນໍ້າ
- ສຶກສາເສັ້ນທາງອົບພະຍົບໄປສະຖານທີ່ປອດໄພ ລວມທັງສັດລ້ຽງ
- ຍົກເຄື່ອງໃຊ້ໄວ້ບ່ອນສູງ ແລະ ກຽມເຂົ້າສານ ອາຫານແຫ້ງ, ນໍ້າດື່ມທີ່ສະອາດ, ຢາຮັກສາອາການເບື້ອງຕົ້ນ
- ກວດສອບລະບົບໄຟຟ້າໃນເຮືອນ ຖ້ານໍ້າຖ້ວມໃຫ້ປິດວົງຈອນໄຟຟ້າເປັນອັນດັບທໍາອິດ ເພື່ອປ້ອງກັນໄຟຟ້າລັດວົງຈອນ
- ຍ້າຍຄົນເຈັບ, ເດັກນ້ອຍ, ສັດລ້ຽງ ໄປພື້ນທີ່ປອດໄພ
- ຈອດລົດໄວ້ບ່ອນທີ່ຄາດວ່ານໍ້າບໍ່ສາມາດຖ້ວມໄດ້