ພ້ອມກັນເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ຮັກສາບັນຍາກາດຂອງການແຂ່ງຂັນ ໃຫ້ເປັນມິດຕະພາບ ແລະ ຄວາມສາມັກຄີ







ເພື່ອຮັບປະກັນຮັກສາຄວາມສະຫງົບປອດໄພ ໃນໄລຍະການກະກຽມ ແລະ ໄລຍະການດຳເນີນການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025, ສຳລັບການກະກຽມວຽກງານປ້ອງກັນ, ຮັກສາຄວາມສະຫງົບປອດໄພ ໄດ້ມີແຜນການລວມ ແລະ ແຜນການສະເພາະ. ໃນນີ້ແຜນການລວມໄດ້ຈັດຕັ້ງປະຕິບັດຄວບຄູ່ກັບການຮັກສາຄວາມສະຫງົບປອດໄພ ໃຫ້ແກ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳລະດັບຊາດໃນການກະກຽມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ໃຫ້ຮູ້ວ່າ: ໃນນາມຄະນະຊີ້ນຳລະດັບຊາດວຽກງານປ້ອງກັນ, ຮັກສາຄວາມສະຫງົບປອດໄພ, ກະຊວງປ້ອງກັນປະເທດ ພາຍຫຼັງໄດ້ຮັບການມອບໝາຍ ກໍໄດ້ສ້າງແຜນການສະເພາະໃນການຈັດຕັ້ງຮັກສາຄວາມສະຫງົບປອດໄພໃຫ້ແກ່ການກະກຽມການແຂ່ງຂັນ, ໄດ້ມີການຊີ້ນຳກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ, ເວົ້າລວມເວົ້າສະເພາະຢູ່ເຂດໃຈກາງໄດ້ມີການຈັດວາງກຳລັງໂດຍໄດ້ມີການປະສານສົມທົບແໜ້ນກັບກຳລັງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ.
ໃນນີ້, ສຳລັບກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງຄະນະກິລາເຂົ້າຮ່ວມການແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ມີທັງໝົດ 23 ປະເພດກິລາຄື: ບານເຕະຊາຍ, ແລ່ນ-ລານ, ບານສົ່ງໃນຮົ່ມ, ບານສົ່ງຫາດຊາຍ, ມວຍສາກົນ, ມວຍຢູໂດ, ເທຄວັນໂດ, ມວຍປ້ຳ, ວູຊູ ປັນຈິກຊິລັດ, ຄາຣາເຕໂດ, ມວຍລາວ, ຍິງປືນ, ກະຕໍ້-ຊິນລອນ, ເປຕັງ, ກັອຟ, ສະນຸກເກີ, ໜ້າເກັກ, ຍິງທະນູ, ດຶງເຊືອກ, ໝາກຂ່າງ, ກິລາໝາກແລ້ ແລະ ເຮືອຊ່ວງ, ມີ 26 ລາຍການທີ່ຈະເຂົ້າຮ່ວມການແຂ່ງຂັນ, ມາຮອດປັດຈຸບັນ ແຕ່ລະລາຍການແມ່ນມີຄວາມພ້ອມຮອບດ້ານ ເພື່ອກະກຽມເຂົ້າສູ່ການດຳເນີນການແຂ່ງຂັນຢ່າງເປັນທາງການ. ສຳລັບຄາດໝາຍຍັງບໍ່ສາມາດກຳນົດຕົວເລກໄດ້ຢ່າງຊັດເຈນ, ແຕ່ເຖິງຢ່າງໃດກໍຕາມ ການກະກຽມຄະນະນັກກິລາເຂົ້າໃນການແຂ່ງຂັນ ແລະ ປະກອບສ່ວນສ້າງມິດຕະພາບ, ຄວາມສາມັກຄີກັບບັນດາຄະນະນັກກິລາຈາກບັນດາແຂວງກໍຄືຈາກບັນດາກະຊວງອ້ອມຂ້າງເຂດໃຈກາງ, ການແຂ່ງຂັນເປັນເກມກິລາ ແຕ່ຄວາມສາມັກຄີຮັກແພງແມ່ນມີຄວາມສຳຄັນກວ່າ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກ່າວຕື່ມວ່າ: ໃນນາມຄະນະຊີ້ນຳລະດັບຊາດຮຽກຮ້ອງມາຍັງທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ຕິດຕາມໃນການກຳສະພາບ ແລະ ພ້ອມກັນສະກັດກັ້ນ, ແກ້ໄຂ, ຮັກສາບັນຍາກາດຂອງການແຂ່ງຂັນໃຫ້ເປັນບັນຍາກາດແຫ່ງມິດຕະພາບການແຂ່ງຂັນ ແລະ ການຮ່ວມມືຂອງທຸກພາກສ່ວນໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ.
ໂດຍ: ລີຕ່າ