ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ປະຈຳໄຕມາດ II ປີ 2026.

​ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ປະຈຳໄຕມາດ II ປີ 2026 ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ ແລະ ບັນດາສະຫາຍພະນັກງານການນໍາຫຼັກແຫຼ່ງ ຈາກພາກສ່ວນຕ່າງໆ ອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

​ ໃນກອງປະຊຸມ, ສະຫາຍ ພົນໂທ ວົງສອນ ອິນປານພິມ, ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນຳພາຮອບດ້ານ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ປະຈຳໄຕມາດ II ແລະ ທິດທາງແຜນການນຳພາ ປະຈຳໄຕມາດ III ປີ 2026.

​ ສະຫາຍໄດ້ຍົກໃຫ້ເຫັນວ່າ: ໃນການຈັດຕັ້ງປະຕິບັດໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ຄະນະພັກໄດ້ສຸມໃສ່ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢູ່ບັນດາແຂວງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ. ພ້ອມນັ້ນ, ກໍໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ກົດໝາຍຂອງລັດ ໄປໂຄສະນາເຜີຍແຜ່ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ, ໂດຍສະເພາະແມ່ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການທຳມາຫາກິນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.

​ ພ້ອມນີ້, ໄດ້ສຸມໃສ່ການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ ຢູ່ບັນດາຈຸດສຸມທົ່ວປະເທດ, ຂອງລັດຖະບານ ແລະ ກະຊວງ ເປັນຕົ້ນແມ່ນ: ໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ຈຸດສຸມຄັງວຽງ, ກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ໂຄງການ 0137, ໂຄງການພັດທະນາກຸ່ມບ້ານລຽບຕາມຊາຍແດນທິດຕາເວັນຕົກ (ກຸ່ມບ້ານກອນຕື້ນ, ບ້ານຈຽງຕອງ ແຂວງບໍ່ແກ້ວ; ກຸ່ມບ້ານທົ່ງກາບ, ກຸ່ມບ້ານໃໝ່ ແຂວງໄຊຍະບູລີ; ກຸ່ມບ້ານນາຈານ ເມືອງສຸຂຸມາ ແຂວງຈໍາປາສັກ, ໄດ້ຊີ້ນຳກຳລັງຫຼວງ-ກໍາລັງທ້ອງຖິ່ນ ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີໃນຂອບເຂດທົ່ວປະເທດ; ຊີ້ນໍາວຽກງານການເຄື່ອນໄຫວຮັກສາຄວາມສະຫງົບຢູ່ແຂວງໄຊຍະບູລີ, ແຂວງບໍ່ແກ້ວ, 5 ແຂວງເຂດໃຈກາງ ແລະ 4 ແຂວງພາກໃຕ້; ລວມທັງຊີ້ນຳກຳລັງທະຫານຊາຍແດນ ແລະ ກຳລັງຕີພິເສດໃນທົ່ວປະເທດ ເຮັດໜ້າທີ່ຢ່າງຕັ້ງໜ້າ.

​ ນອກຈາກນີ້, ໄດ້ຊີ້ນໍາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ຍົກສູງສະຕິລະວັງຕົວກຽມພ້ອມຮັບມືກັບໄພພິບັດທຳມະຊາດຕະຫຼອດ 24 ຊົ່ວໂມງ. ໄລຍະ 6 ເດືອນຜ່ານມາ, ມີເຫດການໄພພິບັດເກີດຂຶ້ນທັງໝົດ 8 ຄັ້ງ ເປັນຕົ້ນແມ່ນ: ໄຟໄໝ້ລາມປ່າ, ລົມພາຍຸ ແລະ ພະຍຸໝາກເຫັບຕົກໜັກ, ເຊິ່ງໄດ້ຈັດຕັ້ງນໍາໃຊ້ກຳລັງຫຼວງ-ກໍາລັງທ້ອງຖິ່ນ ເຂົ້າຊ່ວຍເຫຼືອ ແລະ ຟື້ນຟູຢູ່ຈຸດທີ່ໄດ້ຮັບຜົນກະທົບ, ຕິດຕາມການຟື້ນຟູຜົນກະທົບຈາກໄພພິບັດໝາກເຫັບຕົກໜັກ ຢູ່ກອງພັນທະຫານຮາບ-ຍານເກາະ 11 ແລະ ຈັດຕັ້ງກຳລັງລົງຊ່ວຍເຫຼືອພໍ່ແມ່ປະຊາຊົນຟື້ນຟູເຄຫະສະຖານທີ່ຢູ່ອາໄສ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

​ ຄະນະພັກກະຊວງ ຍັງໄດ້ຊີ້ນໍາປັບປຸງຄວາມຕັດສິນໃຈຍຸດທະສາດປ້ອງກັນ ສປປ ລາວ, ຄວາມຕັດສິນໃຈຍຸດທະສາດ 4 ເຂດສະໜາມຮົບ (ພາກເໜືອ, ເຂດໃຈກາງ, ພາກກາງ ແລະ ເຂດພາກໃຕ້); ປັບປຸງມະຕິ ແລະ ຂໍ້ກຳນົດຂອງກະຊວງປ້ອງກັນປະເທດ ວ່າດ້ວຍວຽກງານກຽມພ້ອມສູ້ຮົບ ແລະ ກະກຽມລົງກວດກາວຽກງານກຽມພ້ອມສູ້ຮົບຂອງກົມກອງໃນທົ່ວກອງທັບປະຈຳປີ; ຊີ້ນຳກົມກອງເຫຼົ່າຮົບຕີພິເສດ ສ້າງແຜນການປ້ອງກັນທີ່ຕັ້ງສຳນັກງານ, ຄ້າຍຄູ; ຊີ້ນຳກຳລັງຫຼວງ-ກຳລັງທ້ອງຖິ່ນ ສົມທົບກັບກໍາລັງປ້ອງກັນຄວາມສະຫງົບ ເຮັດໜ້າທີ່ປ້ອງກັນບັນດາເປົ້າໝາຍທີ່ສໍາຄັນ ແລະ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານກະຊວງປ້ອງກັນປະເທດ. ລວມທັງຊີ້ນໍາ ຕິດຕາມ, ກວດກາບັນດາເຂດຍຸດທະສາດທີ່ເປັນຈຸດສຸມຂອງລັດຖະບານ ແລະ ຂອງກະຊວງປ້ອງກັນປະເທດ ໃນການພັດທະນາພື້ນຖານໂຄງລ່າງເສດຖະກິດ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

​ ຊີ້ນໍາການຈັດຕັ້ງກໍາລັງປ້ອງກັນ ແລະ ນໍາໃຊ້ອຸປະກອນຕໍ່ຕ້ານໂດຣນ (Drone) ເພື່ອປ້ອງກັນບັນດາເປົ້າໝາຍຍຸດທະສາດ, ສະຖານທີ່ສາງຄັງ, ສະໜາມບິນ, ບັນດາເສັ້ນທາງ, ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ-ນະຄອນຫຼວງວຽງຈັນ; ປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ປ້ອງກັນການຊ້ອມຮົບຮ່ວມ ລາວ-ສ.ລັດເຊຍ ຕີພິເສດ (ໄຕ້ຝຸ່ນ) ແລະ ລາໂຣສ (LAROS-2026), ໂຄງການກວດກູ້ລະເບີດ ລາວ-ລັດເຊຍ, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ການຂົນສົ່ງອຸປະກອນເຕັກນິກການທະຫານ ຈາກ ສສ ຫວຽດນາມ ມາ ສປປ ລາວ. ພ້ອມທັງຊີ້ນໍາວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ຮ່ວມກັບ ສ.ລັດເຊຍ ເພື່ອມະນຸດສະທຳ ຢູ່ເມືອງວຽງໄຊ ແຂວງຫົວພັນ ໃຫ້ສໍາເລັດຕາມແຜນການ 100%.

​ ຈາກນັ້ນ, ໃນກອງປະຊຸມ ບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນຕໍ່ບົດສະຫຼຸບຢ່າງກົງໄປກົງມາ ເພື່ອຮ່ວມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ, ນໍາໄປຄົ້ນຄວ້າປັບປຸງໃຫ້ຄົບຖ້ວນ ແລະ ຈັດຕັ້ງປະຕິບັດໃຫ້ສອດຄ່ອງໃນຕໍ່ໜ້າ ເພື່ອໃຫ້ຍາດໄດ້ຜົນສຳເລັດຕາມແຜນການທີ່ວາງໄວ້.

ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ (7-8 ກໍລະກົດ 2026) ຈິ່ງຈະສຳເລັດ.

ໂດຍ: ສີສະຫວັດ

ดูน้อยลง