ສະຫຼຸບຖອດຖອນບົດຮຽນ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະດັບຫຼຽນກາລະນຶກ 70 ປີ ແລະ ມອບບັດສະມາຊິກພັກ ທົ່ວອົງຄະນະພັກ ກອງພັນໃຫຍ່ 11.






ວັນທີ 7 ພຶດສະພາ 2025 , ກອງພັນໃຫຍ່ 11 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະດັບຫຼຽນກາລະນຶກ 70 ປີ ແລະ ມອບບັດສະມາຊິກພັກ ທົ່ວອົງຄະນະພັກ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 11, ຄະນະພັກ – ຄະນະບັນຊາ, ມີພະນັກງານ ແລະ ສະມາຊິກພັກຫຼັກແຫຼ່ງ ທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງ ແຜນການ 2025 ເຫັນວ່າ ຄະນະພັກ – ຄະນະບັນຊາ ແມ່ນໄດ້ເອົາໃຈໃສ່ຍົກສູງວຽກງານສຶກສາອົບຮົມການເມືອງ-ແນວຄິດ, ຕິດພັນກັບໜ້າທີ່ວຽກງານວິຊາ ສະເພາະ, ໜ້າທີ່ການເມືອງຂອງກົມກອງເປັນປົກກະຕິ, ພະນັກງານ, ສະມາຊິກພັກພາຍໃນໜ່ວຍພັກໄດ້ເຊື່ອມຊຶມກຳແໜ້ນບັນດາມະຕິຂອງກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກ, ບັນດາເນື້ອໃນ ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງພັກ, ຂອງກອງທັບ ແລະ ກົດໝາຍຂອງລັດໄດ້ຢ່າງເລິກເຊິ່ງ ເຮັດໃຫ້ພະນັກງານ, ສະມາຊິກພັກແຕ່ລະສະຫາຍມີທັດສະນະຫຼັກໝັ້ນ, ຄຸນທາດການເມືອງໜັກແໜ້ນ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນທຸກກໍລະນີ ພາຍໃນກົມກອງ. ຈາກນັ້ນ ສະຫາຍ ພັນໂທ ຄຳຫຼ້າ ວົງພະຈັນ ຫົວໜ້າຂະແໜງຈັດຕັ້ງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ບັນດາໜ່ວຍພັກ ທີ່ຂຶ້ນກັບ ອົງຄະນະພັກກອງພັນໃຫຍ່ 11 ຈຳນວນ 24 ໜ່ວຍພັກ, ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ຈຳນວນ 14 ສະຫາຍ ແລະ ມອບ- ຮັບບັດສະມາຊິກພັກສົມບູນ ຊຸດທີ VIII ຈຳນວນ 271 ສະຫາຍ, ພ້ອມນີ້ຍັງໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ lll ໃຫ້ແກ່ ຄະນະຊີ້ນຳລວມ, ອະນຸກຳມະການຮັບປະກັນ, ກຳລັງຊ້ອມຮົບ ລາວ – ຣັດເຊຍ ‘’ ລາໂຣດ ‘’ 2024 ຈຳນວນ 48 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 33 ສະຫາຍ, ມອບໃບຍ້ອງຍໍກົມໃຫຍ່ການເມືອງ ຈຳນວນ 22 ສະຫາຍ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ ll ໃຫ້ແກ່ນາຍ ແລະ ພົນທະຫານ ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 05 ປີ ຈຳນວນ 113 ສະຫາຍ, ມອບຫຼຽນໄຊພິລະອາດຫານ ຊັ້ນ lll ຈຳນວນ 197 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 129 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງ ຈຳນວນ 137 ສະຫາຍ, ໃນກອງປະຊຸມຍັງໄດ້ ຜັດປ່ຽນກັນ ຂຶ້ນປະກອບຄຳຄິດເຫັນ ແລະ ໄດ້ຮັບຟັງຄຳໂອ້ລົມຈາກສະຫາຍ ປະທານຕື່ມອີກ.
ໂດຍ: ສິບຕີ ວິລັດ ມົນດວງສິງ.