ເປັນເຈົ້າການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານລາວ, ຕິດພັນກັບການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະການພິມຢ່າງມີຜົນສໍາເລັດອັນຈົບງາມ.






ກຳມະບານຮາກຖານໂຮງພິມກອງທັບ ເປັນຮາກຖານໜຶ່ງທີ່ມີສາຍຕັ້ງຂຶ້ນກັບຫ້ອງການກຳມະບານກອງທັບ ໃນກົມໃຫຍ່ການເມືອງກອງທັບ ແລະ ສາຍຂວາງຂຶ້ນກັບການຊີ້ນໍາ-ນໍາພາໂດຍກົງຂອງຄະນະພັກ-ຄະນະອໍານວຍການໂຮງພິມກອງທັບ ມີພາລະບົດບາດໜ້າທີ່ເຕົ້າໂຮມຄວາມສາມັກຄີ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ ພາຍໃນກົມກອງຂອງຕົນໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງ ໃນທຸກຂົງເຂດວຽກງານພາຍໃນກຳມະບານຮາກຖານໂຮງພິມກອງທັບ.
ສະຫາຍ ພັນໂທ ສົມໝາຍ ພົນທິລາດ ປະທານກຳມະບານຮາກຖານໂຮງພິມກອງທັບ ( ຜູ້ເກົ່າ) ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາກຳມະບານຮາກຖານໂຮງພິມກອງທັບ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກກຳມະບານ, ກຳມະກອນພາຍໃນໂຮງພິມກອງທັບ ໄດ້ຮັບຮູ້ເຊື່ອມຊຶມຕໍ່ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ກໍຄືຂໍ້ກຳນົດກົດລະບຽບຕ່າງໆ ຂອງຂັ້ນເທິງໄດ້ວາງອອກ ເຊິ່ງສາມາດເຮັດໃຫ້ບັນດາສະຫາຍສະມາຊິກກຳມະບານ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ບັນດາສະຫາຍສະມາຊິກກຳມະບານ ມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມຄວາມສາມາດຕົວຈິງ ເຮັດໃຫ້ກຳມະບານຮາກຖານໂຮງພິມກອງທັບ ມີຄວາມສະຫງົບ ແລະ ມີຜົນສໍາເລັດເປັນຕົ້ນແມ່ນ: ການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ທາງສູນກາງສະຫະພັນກຳມະບານລາວວາງອອກ, ໂດຍຕິດພັນກັບການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະການພິມ ມີຜົນສໍາເລັດຕົວຈິງຫຼາຍດ້ານ, ສຳລັບວຽກງານວິຊາສະເພາະ ຄະນະປະທານກຳມະບານຮາກຖານໂຮງພິມກອງທັບ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກກຳມະບານ ໃຫ້ເອົາໃຈໃສ່ຊອກຮຽນຮູ້ດ້ານວຽກງານວິຊາສະເພາະການພິມຂອງຕົນ, ມີການພັດທະນາດ້ານສີມືແຮງງານໃຫ້ນັບມື້ຫຼາຍຂຶ້ນ ສາມາດເຮັດໃຫ້ສະມາຊິກກຳມະບານທັງຮຽນ-ທັງປະຕິບັດ ຕົວຈິງໄປພ້ອມໆກັນ ມີຫຼາຍສະຫາຍໄດ້ມີຄວາມຊໍານິຊໍານານໃນການປະຕິບັດໜ້າທີ່ຂອງຕົນ ສາມາດເປັນແບບຢ່າງທີ່ດີໃນການນໍາພາ ແກ້ໄຂວຽກງານວິຊາສະເພາະໃຫ້ແກ່ໝູ່ຄູ່ເພື່ອນຮ່ວມງານເປັນຢ່າງດີ ສະແດງອອກວຽກງານຂະບວນການອອກແຮງງານສ້ອມແປງ, ອະນາໄມຄ້າຍຄູ ແລະ ຕາມແຜນການຂອງຂັ້ນເທິງ 1.800 ແຮງງານ, ສ້າງຂະບວນການກິລາ – ສີລະປະວັນນະຄະດີກົມກອງ ແລະ ຂັ້ນເທິງຈັດຂຶ້ນ 5 ຄັ້ງລວມ 240 ເທື່ອຄົນ, ພິມໜັງສືພິມກອງທັບ 1,265 ຄັ້ງ ຈໍານວນ 733,700 ສະບັບ, ພິມໜັງສືພິມນັກຮົບເກົ່າ 30.000 ສະບັບ, ພິມເອກະສານປະເພດເປັນຫົວ 151,305 ຫົວ, ພິມປະຕິທິນ 57.500 ຊຸດ, ພິມເອກະສານປະເພດເປັນໃບ 300,750 ໃບ, ພິມແຟ້ມໃສ່ເອກະສານ 8.200 ອັນ. ປັດຈຸບັນ ກໍາມະບານຮາກຖານໂຮງພິມກອງທັບ ມີສະມາຊິກກຳມະບານທັງໝົດ 51 ສະຫາຍ, ຍິງ 19 ສະຫາຍ ໄດ້ແບ່ງອອກເປັນ 6 ຈຸ ແລະ ໄດ້ປັບປຸງ ແບບແຜນວິທີເຮັດວຽກ ເພື່ອໃຫ້ສອດຄ່ອງກັບໜ້າທີ່ພາລະບົດບາດສະພາບຕົວຈິງຂອງຮາກຖານ ແລະ ກົມກອງຂອງຕົນ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກ ເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີການລວມຈຸ, ສ່ອງແສງໃຫ້ຄະນະປະທານຮາກຖານ, ເສຍເງິນບຳລຸງເປັນປົກກະຕິ ສ່ອງແສງໃຫ້ຄະນະພັກ – ຄະນະອຳນວຍການ ແລະ ສ່ອງແສງໃຫ້ຂັ້ນເທິງ ກໍຄືຫ້ອງການກຳມະບານ ຕາມສະພາບຄວາມເປັນຈິງ. ນອກນັ້ນຍັງມີກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປັດຈຸບັນມີເງິນຄັງທັງໝົດ 35 ລ້ານກວ່າກີບ ເຊິ່ງໄດ້ມາຈາກ ກົມກອງເປັນຜູ້ອໍານວຍຄວາມສະດວກໃຫ້ເຊັ່ນ: ການແບ່ງປັນຜົນການຂາຍນໍ້າກ້ອນ ຮ່ວມ 3 ອົງການຈັດຕັ້ງມະຫາຊົນໃນກົມກອງຂອງຕົນ ແລະ ຈາກການຂາຍເຄື່ອງຍ່ອຍ.
ສະຫາຍ ພັນໂທ ສົມໝາຍ ພົນທິລາດ ໃຫ້ຮູ້ຕື່ມວ່າ: ສຳລັບທິດທາງໃນຕໍ່ໜ້າກຳມະບານຮາກຖານໂຮງພິມກອງທັບ ຈະສືບຕໍ່ອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກກຳມະບານ-ກຳມະກອນ ມີຄວາມຕື່ນຕົວເປັນແບບຢ່າງປະຕິບັດມະຕິຄຳສັ່ງຂອງພັກ, ໜ້າທີ່ການເມືອງຂອງກົມກອງ ແລະ ລະບຽບກົດໝາຍຂອງບ້ານເມືອງ ຊຸກຍູ້ປຸກລະດົມຂະບວນການເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວວາງອອກຢ່າງເປັນຂະບວນການຟົດຟື້ນ ຕິດພັນກັບກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ-ໜັກແໜ້ນ ແລະ ສ້າງກອງ 3 ປອດ, ປັບປຸງອົງການຈັດຕັ້ງກຳມະບານໃຫ້ມີຄຸນນະພາບມີຄວາມໜັກແໜ້ນເປັນກຳລັງແຮງໃຫ້ຄະນະພັກ-ຄະນະອຳນວຍການເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້.
ໂດຍ: ຄຳອ້າຍ ທອງວັນ