ລວມຊະນິດຂອງເຫັດເບື່ອບາງຊະນິດ ພ້ອມວິທີສັງເກດ.ລະວັງເຫັດເບື່ອ ຫຼື ເຫັດເປັນພິດ ນີ້ແມ່ນບາງຊະນິດຂອງເຫັດເບື່ອ ຖ້າຫາກໄດ້ຮັບພິດຈາກເຫັດເຫຼົ່ານີ້ ອາການສະແດງອອກພາຍຫຼັງກິນເຫັດເບື່ອຄື:



ພະຍາດໄຂ້ເລືອດດຳ (Anthrax) ແມ່ນຫຍັງ? ເກີດມາຈາກໃສ?ພະຍາດໄຂ້ເລືອດດໍາ (Anthrax) ແມ່ນພະຍາດຕິດຕໍ່ທີ່ຮ້າຍແຮງ ຊຶ່ງເກີດຈາກເຊື້ອຈຸລິນຊີທີ່ສ້າງສະປໍທີ່ເອີ້ນວ່າ bacillus anthracis ເປັນພະຍາດທີ່ເກີດຂຶ້ນຕາມທໍາມະຊາດຢູ່ໃນດິນ, ເມື່ອສັດຄ້ຽວເອື້ອງທີ່ກິນຫຍ້າເຊັ່ນ: ງົວ, ຄວາຍ, ແບ້ ກິນສະປໍເຂົ້າໄປ ສາມາດເຮັດໃຫ້ສັດເຫຼົ່ານີ້ຕິດພະຍາດດັ່ງກ່າວ ໂດຍທົ່ວໄປແລ້ວມີຜົນກະທົບຕໍ່ສັດຄ້ຽວເອື້ອງທັງສັດລ້ຽງ ແລະ ສັດປ່າ ສາມາດແຜ່ຈາກສັດສູ່ຄົນໄດ້ ແຕ່ປົກກະຕິແລ້ວບໍ່ແຜ່ຈາກຄົນສູ່ຄົນ. ມີອາການແນວໃດ? ມີວິທີການປິ່ນປົວແນວໃດ? ວິທີປ້ອງກັນແນວໃດ?

ຂ່າວສານຊີອາໄອລາຍງານ ໃນວັນທີ 9 ກັນຍາ ຜ່ານມາ, ອົງການອະນາໄມໂລກ ຫຼື WHO ປະກາດໂຕເລກຂໍ້ມູນໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ເມື່ອທຽບໃສ່ປີ 2022 ແລ້ວ, ຈຳນວນຜູ້ຕິດເຊື້ອພະຍາດອະຫິວາທົ່ວໂລກໃນປີ 2023ເພີ່ມຂຶ້ນ 13% ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ 71%. ໃນປີ 2023 ຜ່ານມາ, ທົ່ວໂລກມີຜູ້ເສຍຊີວິດ 4.000 ກວ່າຄົນຍ້ອນພະຍາດອະຫິວາ ທີ່ປ້ອງກັນລ່ວງໜ້າໄດ້ ແລະ ປິ່ນປົວໄດ້ງ່າຍ.ອົງການ WHO ລະບຸຕື່ມວ່າ: ຈຳນວນຜູ້ຕິດເຊື້ອພະຍາດອະຫິວາທົ່ວໂລກໃນປີ 2023 ຜ່ານມາ ກວມ 35%ແມ່ນເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີ.

ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກເປັນໜຶ່ງພະຍາດທີ່ສາມາດຕິດຕໍ່ໃສ່ຄົນໄດ້ໂດຍຜ່ານໂຕຍຸງທີ່ນຳເຊື້ອພະຍາດຫຼື ເຊື້ອໄວຣັດມາກັດເຮັດໃຫ້ເກີດເປັນໄຂ້ຍຸງລາຍ ແລະ ພະຍາດດັ່ງກ່າວເກີດລະບາດຂຶ້ນຫຼາຍທີ່ສຸດແມ່ນໄລຍະລະດູຝົນ. ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໄດ້ສະຫຼຸບລາຍງານກ່ຽວກັບການຕິດເຊື້ອພະຍາດໄຂ້ຍຸງລາຍ ທົ່ວປະເທດໃຫ້ຮູ້ວ່າ: ໃນວັນທີ 18 ສິງຫາ 2024 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 30.121 ຄົນ, ເສຍຊີວິດສະສົມ 8 ຄົນ, ໃນນັ້ນຕິດເຊື້ອຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 2991 ຄົນ, ເສຍຊີວິດ 3 ຄົນ, ແຂວງເຊກອງ 2671 ຄົນ, ເສຍຊີວິດ 2 ຄົນ,ແຂວງຫຼວງພະບາງ 1189 ຄົນ, ເສຍຊີວິດ2 ຄົນ ແລະ ແຂວງອື່ນໆຕາມລຳດັບ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນວ່າ: ວັນທີ 3-10 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າ ຫຼື (ຮ່ອງຝົນ) ຍັງຈະພາດຜ່ານຢູ່ເຂດພາກກາງ ລົງຫາພາກໃຕ້ຂອງປະເທດລາວ, ພ້ອມດຽວກັນພາຍຸໝູນ ເຂດຮ້ອນ ຢາກິ (YAGI) ຫົວທີ 11, ຈະສືບຕໍ່ເຄື່ອນທີ່ເຂົ້າໃກ້ຝັ່ງທາງພາກເໜືອ ຫາ ຕາເວັນຕົກສຽງເໜືອຂອງປະເທດຟີລິບປິນ ດ້ວຍຄວາມໄວ 20 ກິໂລແມັດຕໍ່ ຊົ່ວໂມງ, ພາຍຸຫົວນີ້ຍັງບໍ່ທັນສົ່ງຜົນກະທົບຕໍ່ກັບປະເທດລາວ, ແຕ່ຍັງເຮັດໃຫ້ລົມມໍລະສຸມຕາ ເວັນຕົກສ່ຽງໃຕ້ ທີ່ມີກຳລັງແຮງປານກາງພັດປົກຄຸມ. ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ. ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ…

ບຸນເຂົ້າພັນສາ ແມ່ນບຸນປະເພນີຂອງຊາວພຸດ ທີ່ມີມາແຕ່ຄັ້ງພຸດທະການ ບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນທາງສາສະໜາຂອງຊາວພຸດທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 8 ພ.ສ 2567 ລາວ ຫຼື ກົງກັບວັນເສົາ ວັນທີ 20 ກໍລະກົດ 2024.ເນື່ອງໃນໂອກາດວັນບຸນເຂົ້າພັນສາປີ 2024 ນີ້ ພະອາຈານ ສິງໄຊ ທຳມະວົງ ຄະນະກໍາມະທິການການຕ່າງປະເທດສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ໄດ້ໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາບຸນເຂົ້າພັນສາໂດຍຫຍໍ້ວ່າ: ບຸນເຂົ້າພັນສາ ຫຼື ການຢູ່ດຳພັນຂອງພະສົງສາມະເນນ ເປັນບຸນປະເພນີລາວເຮົາແຕ່ຍຸກບູຮານ ແລະ ມີມາແຕ່ສະໄໝພຸດທະການ ທີ່ພະພຸດທະເຈົ້າຍັງດຳລົງພະຊົນຢູ່…