3 ສານອາຫານທີ່ຈຳເປັນໃນໄວອາຍຸ 30+
ເມື່ອອາຍຸເພີ່ມຂຶ້ນຮອດ 30 ຫລາຍຄົນອາດຈະຢູ່ໃນຊ່ວງທີ່ເຮັດວຽກໜັກ ອັນມາພ້ອມກັບຄວາມຮັບຜິດຊອບທີ່ຫລາຍຂຶ້ນ ຈົນລະຫລວມການເບິ່ງແຍງໃສ່ໃຈສຸຂະພາບ
.
James O. Hill ຜູ້ອໍານວຍການສູນໂພຊະນາການມະນຸດແຫ່ງມະຫາວິທະຍາໄລໂຄໂລຣາໂດ ບອກໄວ້ວ່າເມື່ອອາຍຸ 30 ປີ ຫລາຍຄົນຈະເລີ່ມເຫັນສັນຍານບັນຫາສຸຂະພາບ ເຊັ່ນ: ພະຍາດເບົາຫວານ, ຄວາມດັນເລືອດສູງ ໂດຍສະເພາະຜູ້ທີ່ມີນໍ້າໜັກເກີນມາດຕະຖານ ແຕ່ຖ້າຫລຸດນໍ້າໜັກລົງໄດ້ ແນ່ນອນວ່າຈະສາມາດຫລຸດຄວາມສ່ຽງຂອງພະຍາດເຫລົ່ານີ້ ແລະ ຍັງໄດ້ແນະນໍາສານອາຫານທີ່ຈໍາເປັນຕໍ່ຮ່າງກາຍເມື່ອອາຍຸ 30 ດັ່ງນີ້:

- ໂຟລິກ (Folic Acid)
ເປັນສານອາຫານທີ່ສໍາຄັນ ສໍາຫລັບຜູ້ທີ່ກຽມຈະມີລູກ ເພາະເປັນສານທີ່ຊ່ວຍສົ່ງເສີມການຖືພາໃຫ້ແຂງແຮງ, ປ້ອງກັນຂໍ້ບົກພ່ອງຂອງທໍ່ປະສາດ, ຊ່ວຍຮ່າງກາຍສ້າງເຊວໃມ່ໄດ້ດີຂຶ້ນ ແລະ ຍັງຊ່ວຍຫລຸດຄວາມສ່ຽງຂອງພະຍາດຫົວໃຈ, ເຊິ່ງສານອາຫານໂຟລິກຈະຢູ່ກັບອາຫານປະເພດໜໍ່ໄມ້ຝຣັ່ງ, ບ໋ອກໂຄລີ່, ອະໂວຄາໂດ້, ນໍ້າສົ້ມ
. - ໄຟໂຕນິວທຽນ (Phytonutrients)
ຊ່ວຍປ້ອງກັນການເກີດພະຍາດຫົວໃຈ ລວມທັງປ້ອງກັນການປ່ຽນແປງຂອງດີເອັນເອ ທີ່ອາດສົ່ງຜົນຕໍ່ການເກີດມະເຮັງ ເຊິ່ງສານດັ່ງກ່າວພົບໄດ້ໃນ Dark Chocolate , ວາຍແດງ ແລະ ເມັດກາເຟ
. - ທາດເຫລັກ
ເມື່ອໄດ້ຮັບທາດເຫລັກບໍ່ພຽງພໍ ອາດຮູ້ສຶກເມື່ອຍທັງຮ່າງກາຍ ແລະ ຈິດໃຈ, ຜູ້ຍິງທີ່ຂາດທາດເຫລັກ ຈະໃຊ້ເວລາດົນໃນການຮັບຮູ້ ແລະ ເຂົ້າໃຈ ກວ່າຜູ້ທີ່ມີທາດເຫລັກປົກກະຕິ, ເຊິ່ງສານດັ່ງກ່າວຈະພົບໄດ້ໃນ ຖົ່ວເຫລືອງ, ຫອຍ, ແກ່ນໝາກອຶ ເຫລົ່ານີ້ເປັນຕົ້ນ ຄວນກິນທາດເຫລັກໃຫ້ໄດ້ມື້ລະ 18 mg ຕໍ່ມື້.