ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ສາລະໜ້າຮູ້

ອຸຕຸ​ເຕືອນ! ພາຍຸ​ໝູນ​ເຂດ​ຮ້ອນ ຢາ​ກິ ກຳລັງ​ຂຶ້ນ​ຝັ່ງ​ຟິ​ລິບ​ປິນ ຈະ​ສົ່ງ​ຜົນ​ກະທົບ​ເຖິງ​ລາວ​ເຮົາ

ກົມ​ອຸຕຸນິຍົມ ແລະ ອຸ​ທົກ​ກະ​ສາດ ພະຍາກອນ​ວ່າ: ວັນ​ທີ 3-10 ກັນຍາ 2024 ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕໍ່າ ຫຼື (ຮ່ອງ​ຝົນ) ຍັງ​ຈະ​ພາດ​ຜ່ານ​ຢູ່​ເຂດ​ພາກ​ກາງ ລົງ​ຫາພາກ​ໃຕ້​ຂອງ​ປະເທດ​ລາວ, ພ້ອມ​ດຽວ​ກັນ​ພາຍຸ​ໝູນ ເຂດ​ຮ້ອນ ຢາ​ກິ (YAGI) ຫົວທີ 11, ຈະ​ສືບຕໍ່​ເຄື່ອນ​ທີ່​ເຂົ້າ​ໃກ້​ຝັ່ງ​ທາງ​ພາກ​ເໜືອ ຫາ ຕາເວັນຕົກ​ສຽງ​ເໜືອ​ຂອງ​ປະເທດ​ຟີ​ລິບ​ປິນ ດ້ວຍຄວາມ​ໄວ 20 ກິໂລແມັດຕໍ່ ຊົ່ວໂມງ, ພາຍຸ​ຫົວ​ນີ້​ຍັງ​ບໍ່​ທັນ​ສົ່ງ​ຜົນ​ກະທົບ​ຕໍ່​ກັບ​ປະເທດ​ລາວ, ແຕ່​ຍັງ​ເຮັດ​ໃຫ້​ລົມ​ມໍ​ລະ​ສຸມ​ຕາ ເວັນຕົກ​ສ່ຽງ​ໃຕ້ ທີ່​ມີ​ກຳລັງ​ແຮງ​ປານ​ກາງ​ພັດ​ປົກ​ຄຸມ. ເຊິ່ງ​ຈະ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າຮ້ອງ, ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ ຫາ ປານ​ກາງ​ຢູ່​ທົ່ວ​ໄປ ແລະ ຈະ​ມີ​ຝົນຕົກ​ໜັກ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງຖິ່ນ​ຕື່ມ​ອີກ. ພາກ​ເໜືອ​ດ້ານ​ຕາເວັນ​ອອກ (ຜົ້ງ​ສາລີ, ຫົວພັນ…

ບຸນເຂົ້າພັນສາ ເປັນງານບຸນປະເພນີຂອງຊາວພຸດ

ບຸນເຂົ້າພັນສາ ແມ່ນບຸນປະເພນີຂອງຊາວພຸດ ທີ່ມີມາແຕ່ຄັ້ງພຸດທະການ ບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນທາງສາສະໜາຂອງຊາວພຸດທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 8 ພ.ສ 2567 ລາວ ຫຼື ກົງກັບວັນເສົາ ວັນທີ 20 ກໍລະກົດ 2024.ເນື່ອງໃນໂອກາດວັນບຸນເຂົ້າພັນສາປີ 2024 ນີ້ ພະອາຈານ ສິງໄຊ ທຳມະວົງ ຄະນະກໍາມະທິການການຕ່າງປະເທດສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ໄດ້ໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາບຸນເຂົ້າພັນສາໂດຍຫຍໍ້ວ່າ: ບຸນເຂົ້າພັນສາ ຫຼື ການຢູ່ດຳພັນຂອງພະສົງສາມະເນນ ເປັນບຸນປະເພນີລາວເຮົາແຕ່ຍຸກບູຮານ ແລະ ມີມາແຕ່ສະໄໝພຸດທະການ ທີ່ພະພຸດທະເຈົ້າຍັງດຳລົງພະຊົນຢູ່…