ສະພາແຫ່ງຊາດ ຖະແຫຼງຂ່າວກຽມໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຊຸດທີ X.

ໃນຕອນບ່າຍວັນທີ 01 ຕຸລາ 2026, ທ່ານ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ທັງເປັນຫົວໜ້າກອງເລຂາກອງປະຊຸມ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກຽມຄວາມພ້ອມດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຕາມກົດໝາຍ ວ່າດ້ວຍສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 110 ກອງປະຊຸມໃນຄັ້ງນີ້ຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຂອງຊາດ ໃນ 5 ວາລະຕົ້ນຕໍ ດັ່ງນີ້: 1. ວຽກງານບຸກຄະລາກອນ: ພິຈາລະນາ, ຮັບຮອງເອົາການເລືອກຕັ້ງບຸກຄະລາກອນຈໍານວນໜຶ່ງ. 2. ວຽກງານເສດຖະກິດ-ງົບປະມານ: ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ…













