ສສຊ ສະເໜີ ໃຫ້ລັດຖະບານເລັ່ງແກ້ໄຂຫຼາຍບັນຫາເຄັ່ງຮ້ອນຂັບເຄື່ອນການພັດທະນາ ແລະ ມີການປັບປຸງໂດຍໄວ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕອນເຊົ້າຂອງວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະສັກ ຮອງປະທານສະພາເເຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານການປະກອບຄໍາຄິດຄໍາເຫັນ ຂອງ…






