ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

“ຢາເສບຕິດຄືສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ ແກ້ໄຂ.

ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ( 12 ຕຸລາ 2001-12 ຕຸລາ 2026) ຄົບຮອບ 25 ປີນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີສຸດຕໍ່ການດໍາລົງຊີວິດຂອງ ມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ,ເສດຖະກິດ, ວັດທະນາທໍາ ເຊິ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດ ລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕໍ່ຊີວິດ, ສຸຂະ ພາບ, ຊັບສິນຂອງສັງຄົມ, ຫຼື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ; ພ້ອມນັ້ນ, ມັນຍັງທໍາລາຍຄວາມສະຫງົບປອດໄພໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ຍັງສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງປະເທດຊາດ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງໃນວຽກງານແກ້ໄຂບັນຫາຢາເສບຕິດ ຕ້ອງມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ; ໃນໜື່ງປີທີ່ຜ່ານມາ ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໂດຍມີກະຊວງປ້ອງກັນຄວາມສະຫງົບ ເປັນເສນາທິການໃຫ້ສູນກາງພັກລັດຖະບານໃນການຊີ້ນໍາການຈັດຕັ້ງປະຕິ ບັດວຽກງານແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງຕະຫຼອດມາ. ມາຮອດເວລານີ້, ເປັນໄລຍະເວລາການສືບຕໍ່ຈັດຕັ້ງປະຕິບັດຕາມມະຕິ 171/ສພຊ, ລົງວັນທີ 21 ພະຈິກ 2025; ວ່າດ້ວຍການຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ (2021-2025) ແລະ ທິດທາງແຜນການຕໍ່ໜ້າໃຫ້ຫັນມາເປັນແຜນງານແຫ່ງຊາດຕາມ 6 ວຽກຈຸດສຸມ, ທັງຫັນເຂົ້າສູ່ວຽກງານຕົວຈິງຢ່າງຕັ້ງໜ້າ.

ປີ 2026 ນີ້ ຄະນະກໍາມະການແກ້ໄຂບັນຫາຢາເສບ ຕິດລະດັບຊາດໄດ້ກໍານົດຫົວຂໍ້ວັນແຫ່ງຊາດຕ້ານຢາເສບ ຕິດວ່າ: “ຢາເສບຕິດຄືສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ ແກ້ໄຂ ໃຫ້ນໍາເອົາຈິດໃຈນີ້ເຂົ້າສູ່ວຽກງານຕົວຈິງເປັນຕົ້ນ: ສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບ ກົດ ໝາຍ, ພິດໄພຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງເຊັ່ນ:

ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດກິດຈະກໍາພາຍໃຕ້ຫົວຂໍ້ “ ຊາວໜຸ່ມຍຸກໃໝ່ຫ່າງໄກຢາເສບຕິດ ” ເຊິ່ງມີຊາວໜຸ່ມເຂົ້າຮ່ວມແລກປ່ຽນຄໍາຄິດເຫັນໃນການປ້ອງກັນສະກັດກັ້ນ, ແກ້ໄຂຢາເສບຕິດໃນຫຼາຍເນື້ອໃນ ເຊິ່ງໄດ້ເປັນປະ ໂຫຍດຫຼາຍໃນການຊີ້ນໍາ- ນໍາພາ ເຄື່ອນໄຫວວຽກງານແກ້ໄຂຢາເສບຕິດແກ່ເຈົ້າໜ້າທີ່ພວກເຮົາ ແລະ ກໍ່ສະແດງໃຫ້ເຫັນວ່າ: ນີ້ເປັນຊ່ອງທາງໜຶ່ງໃນການສ້າງຄວາມຮັບຮູ້ທີ່ຖືກຕ້ອງໃຫ້ຊາວໜຸ່ມນັກຮຽນ, ນັກສຶກສາ,ປະຊາຊົນລາວບັນດາເຜົ່າ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ຖືກຕ້ອງຕໍ່ກັບພິດໄພຜົນຮ້າຍຂອງຢາເສບຕິດທຸກຊະນິດ, ພ້ອມກັນນີ້, ທົ່ວປວງຊົນລາວໄດ້ສ້າງຄວາມເຂັ້ມແຂງຢູ່ໃນຊຸມຊົນດ້ວຍການໂຄສະນາເຜີຍແຜ່ເຮັດໃຫ້ປະ ຊາຊົນຊາວຄ້າຂາຍ, ກໍາມະກອນ, ຊາວນາ – ຊາວສວນໄດ້ຕື່ນຕົວເຂົ້າ ຮ່ວມປ້ອງກັນ, ແກ້ໄຂບັນຫາຢາເສບຕິດເພີ່ມຂື້ນຢ່າງຕໍ່ ເນື່ອງ ສະແດງອອກໃນການສ້າງຄອບຄົວ, ບ້ານ, ຊຸມຊົນ, ໂຮງຮຽນ, ສະຖາບັນການສຶກສາພາກລັດ – ເອກະຊົນ, ສໍານັກງານ, ອົງການ, ໂຮງຈັກ, ໂຮງງານປອດຢາເສບຕິດເພີ່ມຂື້ນໃນແຕ່ລະໄລຍະ.

ນອກນັ້ນ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ປະສານສົມທົບສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກ ຫັນໄປປະກອບອາ ຊີບຖືກກົດໝາຍ, ມີລາຍຮັບທີ່ໝັ້ນຄົງ ດ້ວຍການປູກພືດທົດແທນການປູກພືດທີ່ມີສານເສບຕິດ, ສົ່ງເສີມລ້ຽງ ສັດ, ປູກພືດຜັກເປັນສີນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ, ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດແມ່ນໄດ້ຮັບເຂົ້າບໍາບັດປິ່ນປົວສຸຂະພາບ ແລະ ຝຶກວິຊາຊີບຢູ່ໃນສູນປິ່ນປົ່ວ 16 ແຫ່ງຂອງລັດມີປະສິດທິຜົນໃນລະດັບທີ່ແນ່ນອນ.

ຍ້ອນ ເຫັນໄດ້ເຖີງໄພອັນຕະລາຍຂອງບັນຫາຢາເສບຕິດດັ່ງກ່າວ ພັກ-ລັດຖະບານ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຈຶ່ງໄດ້ຍົກລະດັບມາດຕະການ, ການນໍາພາ-ຊີ້ນໍາວຽກງານແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເດັດຂາດ, ຈິງຈັງ ທັງໄດ້ວາງນະໂຍບາຍ ສ້າງເປັນແຜນງານແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2026-2030) ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວໃຫ້ໄປຕາມ 6 ວຽກຈຸດສຸມຢ່າງເປັນລະບົບຕໍ່ ເນື່ອງ; ເຮັດໃຫ້ອາຊະຍາກໍາຢາເສບຕິດທຸກຮູບແບບຫຼຸດ ລົງຢ່າງຊັດເຈນ.

ສະນັ້ນ, ໃນນາມລັດຖະບານແຫ່ງ ສປປ ລາວ, ຄະ ນະກໍາມະການແກ້ໄຂບັນຫາຢາເສບຕິດລະ ດັບຊາດ ຂ້າ ພະເຈົ້າຂໍມອບໝາຍໜ້າທີ່ໃຫ້ບັນດາຂະແໜງການ, ກະ ຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທົ່ວປວງຊົນລາວຈົ່ງພ້ອມກັນຈັດຕັ້ງປະຕິບັດ ດັ່ງນີ້:

ໜຶ່ງ. ທຸກຂະແໜງການທັງພາກລັດ-ເອກະຊົນ ຕ້ອງຖື ເອົາວຽກງານປ້ອງກັນ,ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຄວາມຮັບຜິດຊອບຂອງຕົນ ແຕ່ສູນ ກາງຮອດທ້ອງຖິ່ນ ພ້ອມທັງກໍານົດເອົາວຽກດັ່ງກ່າວເຂົ້້າເປັນວຽກທີ່ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງແຕ່ລະຂະ ແໜງການ;

ສອງ. ກະຊວງປ້ອງກັນຄວາມສະຫງົບ, ຄະນະໂຄສະ ນາອົບຮົມສູນກາງພັກ, ອົງການຈັດຕັ້ງມະຫາຊົນ ແລະ ອົງ ການຈັດຕັ້ງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຍົກສູງວຽກ ງານໂຄສະນາສ້າງຄວາມຮັບຮູ້ທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫຼາຍວິທີການທີ່ສ່ອງແສງໃຫ້ເຫັນເຖິງພິດໄພຜົນຮ້າຍຂອງຢາເສບຕິດໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນບັນດາເຜົ່າ; ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງຖືກຕ້ອງ, ຕື່ນຕົວ,ສະມັກໃຈປະກອບສ່ວນເຂົ້າຮ່ວມເຮັດວຽກງານແກ້ ໄຂບັນຫາຢາເສບຕິດທົ່ວປວງຊົນໃຫ້ຫຼາຍຂື້ນ;

ສາມ. ກະຊວງປ້ອງກັນຄວາມສະຫງົບ, ບັນດາກອງບັນຊາການປ້ອງກັນຄວາມສະຫງົບແຂວງ/ນະຄອນຫຼວງ ຮ່ວມກັບກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມເອົາໃຈໃສ່ການບໍາບັດປິ່ນປົ່ວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນໃຫ້ຜູ້ຖືກເຄາະຮ້າຍທີ່ເຂົ້າປິ່ນປົ່ວອອກຢາເສບຕິດຢູ່ໃນ 16 ສູນ ໃຫ້ມີຄຸນນະ ພາບ ແລະ ຕ້ອງໄດ້ຕິດຕາມຊ່ວຍເຫຼືອເຮັດໃຫ້ຜູ້ອອກຢາເສບຕິດ ໄດ້ມີຊີວິດການເປັນຢູ່ຢ່າງເປັນປົກກະຕິ, ເພື່ອຮັບ ປະກັນບໍ່ໃຫ້ຄົນເຫຼົ່ານັ້ນໄປຕິດຢາເສບຕິດຄືນອີກ;

ສີ່. ບັນດາຂະແໜງການປະຕິບັດໜ້າທີ່ດໍາເນີນຄະດີຕາມຂະບວນການຍຸຕິທໍາ ແຕ່ລະຂັ້ນຕ້ອງມີຄວາມເດັດຂາດໂປ່ງໃສ, ເປັນມືອາຊີບ ເພື່ອຮັບປະກັນວຽກງານວິຊາສະເພາະ, ກົດໝາຍ ແລະ ການເມືອງ, ຮັບປະກັນເຮັດໃຫ້ບັນຫາຢາເສບຕິດຢູ່ໃນປະເທດເຮົາຫຼຸດລົງຢ່າງຊັດເຈນຈະແຈ້ງ;

ຫ້າ. ກະຊວງປ້ອງກັນຄວາມສະຫງົບ ( ຄະນະກໍາມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ ) ໃຫ້ສືບຕໍ່ຊີ້ນໍາການປັບປຸງລະບົບການຈັດຕັ້ງສະພາບໍລິຫານ, ກອງເລຂາ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດຕາມມາດຕາ 5 ຂອງດໍາລັດ 639/ລບ ວ່າດ້ວຍກອງທຶນ ຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍສະເພາະແມ່ນການເກັບກໍາ, ຂຶ້ນບັນຊີ, ຊໍາລະສະສາງ,ເອກະພາບການຄຸ້ມຄອງງົບປະ ມານກ່ອນມອບເຂົ້າກອງທຶນແຕ່ລະຂັ້ນ ເພື່ອຮັບປະກັນໃຫ້ສາມາດມີ ງົບປະມານຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ແກ່ການແກ້ໄຂບັນຫາຢາເສບຕິດທີ່ຈໍາເປັນໄດ້ຢ່າງຄ່ອງຕົວ;

ຫົກ. ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ບັນດາຂະແໜງການທີ່ກ່ຽວຂ້ອງຍັງຕ້ອງໄດ້ເອົາໃຈໃສ່ລົງໃກ້ສິດ ສຶກສາອົບຮົມໃຫ້ຄວາມຮູ້ແກ່ປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ, ຊຸກ ຍູ້, ສົ່ງເສີມເຂົາເຈົ້າໄດ້ມີເງື່ອນໄຂຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດ,ພ້ອມທັງດໍາເນີນມາດຕະການທາງກົດໝາຍຢາງເດັດຂາດຕໍ່ຜູ້ກະທໍາຜິດ;

ເຈັດ. ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ,ສາ ກົນເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນທາງດ້ານທຶນຮອນ ປະກອບສ່ວນເຂົ້າໃນວຽກງານແກ້ໄຂບັນ ຫາຢາເສບຕິດໂດຍສະເພາະແມ່ນການສົ່ງເສີມປະຊາຊົນສ້າງອາຊີບທີ່ໝັ້ນຄົງ,ການສະໜອງ, ແລກປ່ຽນຂໍ້ມູນຂ່າວ ສານທີ່ຈໍາເປັນລວມທັງການ ປະສານສົມທົບ, ປ້ອງກັນການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ, ສານເຄມີຕົ້ນຂອບເຂດບໍລິເວນຊາຍແດນຢ່າງເດັດຂາດ;

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ບວກກັບການຮ່ວມມື, ການສະໜັບສະໜູນຊ່ວຍ ເຫຼືອຈາກເພື່ອນມິດສາກົນ,ພວກເຮົາຈະສາມາດເອົາຊະ ນະອຸປະສັກຫຍໍ້ທໍ້ຕ່າງໆ ແລະ ເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ທຸກຄົນ, ທຸກຊົນເຜົ່າ, ທຸກສາດສະໜາ ບໍ່ເປັນທາດຢາເສບຕິດ, ຊີວິດ-ວັດທະນາທໍາ ຈະຮຸ່ງເຮືອງສີວິໄລ.

ดูน้อยลง