ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

4 ຄຸນປະໂຫຍດ ແລະ ສັບພະຄຸນຂອງຫມາກພຸກ

  1. ໃນຫມາກພຸກນໍາມາແປຮູບເປັນອາຫານຄາວຫວານໄດ້ຫຼາຍຊະນິດ
  2. ໃບສີຂາວຈາກເປືອກຂອງຫມາກພຸກນໍາມາສັບ ແລະ ຕາກໃຫ້ແຫ້ງກ່ອນນໍາມາບົດໃຫ້ລະອຽດ
    ຈົນເປັນຜົງອີກຄັ້ງສົ່ງຈາກຫມາກພຸກນີ້ນໍາມາໃຊ້ເປັນສ່ວນຂອງຂະຫນົມຫວານເຊັ່ນ: ຂະຫນົມບ້າບີ່ນເປັນຕົ້ນ.
  3. ເປືອກດ້ານນອກຂອງຫມາກພຸກນໍາມາບົດປະສົມສໍາລັບເຮັດທູບຫອມ ແລະ ທູບໄລ່ຍຸງ ໃນຫມາກພຸກ: ສານໂມໂນເທີປີນໃນເນື້ອຫມາກຟຸກຊ່ວຍປ້ອງກັນໂລກມະເຮັງ, ຊ່ວຍໃນການຂັບລົມ, ຊ່ວຍຈະເລີນອາຫານ, ແກ້ອາການເມົາຄ້າງ ແລະ ແກ້ລໍາຄໍອັກເສບ.
  4. ເປືອກຫມາກພຸກ: ເປືອກດ້ານນອກຂອງຫມາກພຸກນໍາມາບົດທາຮັກສາແຜ ແລະ ໃຊ້ທາແກ້ອາການຄັນ ຕາມຜີວຫນັງ, ໃຊ້ທາຮັກສາໂລກຜີວຫນັງ ຫຼື ໃຊ້ທາຮັກສາອາການປວດບວມຈາກແມງໄມ້ກັດ.
    ໃບຫມາກພຸກ: ໃບນໍາມາຂັນທາລະງັບອາການປວດບວມຈາກແມງໄມ້ກັດ ນໍາໃບຫມາກພຸກມາຕາກແຫ້ງ ແລ້ວນໍາມາແຊ່ນໍ້າຮ້ອນກີນເປັນຊາແກ້ອາການເຈັບຮັກສາໂລກລໍາໃສ້ອັກເສບ, ນ້ໍາຊາໃບຫມາກພຸກຊ່ວຍໃນການຂັບລົມແກ້ອາການປາກແລະລໍາຄໍອັກເສບ ແລະ ຊ່ວຍຂັບເສບຫະ.
    ຮາກເປືອກ ແລະ ແກ່ນລໍາຕົ້ນຫມາກພຸກ: ຊ່ວຍຂັບພະຍາດ ແລະ ຍັງຊ່ວຍຂັບລົມກະເພາະ, ຊ່ວຍ ຂັບປັດສະວະ.