ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຖົ່ວແດງຊ່ວຍປິ່ນປົວມົດລູກ-ບໍາລຸງຊອງຄອດ

ຖົ່ວແດງຊ່ວຍປິ່ນປົວມົດລູກ-ບໍາລຸງຊອງຄອດ
ມື້ນີ້ພວກເຮົາມີວິທີຫລຸດຜ່ອນອາການປວດທ້ອງນ້ອຍຂອງແມ່ຍິງເຊິ່ງອາດເກີດຈາກການມີເລືອດຄ້າງ, ຄວາມເຢັນສະສົມຢູ່ອ້ອມໆສາຍປື, ຮັງໄຂ່ ແລະ ມົດລູກ ເຊິ່ງວິທີຫລຸດຜ່ອນອາການດັງກ່າວກໍ່ສາມາດເຮັດໄດ້ງ່າຍໆພຽງແຕ່ທ່ານເອົາຖົ່ວແດງ 500ກຣາມ ບັນຈຸໃສ່ຖົງຜ້າແລ້ວມັດປາກຖົງດ້ວຍເຊືອກ ກ່ອນເອົາໄປອົບໃນເຕົາອົບ ເຊິ່ງໃຊ້ລະດັບ ຄວາມຮອນປານກາງ ດົນ 3 – 4 ນາທີ ກ່ອນຈະເອົາຖົງຖົ່ວແດງມາ ປະຄົບບໍລິເວນທ້ອງນ້ອຍ ໂດຍໃຫ້ ທ່ານໃຊ້ມືລູບຄ່ອຍໆເທິງຜິວຫນັງ ຫນ້າທ້ອງບໍລິເວນທີ່ກົງກັບຮັງໄຂ່ກໍຈະສາມາດຫລຸດຜອນອາການເລືອງຄ້າງ, ຫລຸດອາການບວມແລະຫລຸດອາການອັກເສບໄດ້.
ສໍາລັບອາຫານທີ່ມີປະໂຫຍດຊ່ວຍປິ່ນປົວອາການຊ່ອງຄອດອັກເສບນັ້ນ ມີທັງຜັກທຽມແລະຜັກກະລ່ໍາ ເພາະມີສັບພະຄຸນເປັນຢາຂ້າເຊື້ອພະຍາດ. ສວນຫົວຜັກບົ່ວໃຫຍ່ ແລະ ຜັກກາດຈະຊ່ວຍຫລຸດອາການອັກເສບ. ໃນຂະນະທີ່ຜັກກາດຊອມຈະຊ່ວຍຟື້ນຟູເນື້ອເຍື່ອມົດລູກ.
ສ່ວນຫມາກກຽງ ແລະ ຫມາກ ເລັ່ນ ເປັນໂຕເສີມວິຕາມິນ ທັງຍັງ ກະຕຸ້ນການເຮັດວຽກຂອງແຊນ ຈຶ່ງເຮັດໃຫ້ນານເຖົ້າ. ຜັກດອງ ແລະ ແປ້ງນົວ ຈະຊ່ວຍກຈັດເຊື້ອຊະນິດຫນຶ່ງທີ່ເຮັດໃຫ້ເກີດໂທດ ຕໍ່ຮ່າງກາຍໄດ້, ແຕ່ກໍບໍ່ຄວນບໍລິ ໂພກຫລາຍເກີນໄປ ແລະ ໃນທາງກົງກັນຂ້າມ, ອາຫານທີ່ແມ່ຍິງ ເປັນຊອງຄອດອັກເສບຄວນຫລີກ ເວັ້ນກໍແມ່ນອາຫານທີ່ແປຮູບມາ ຈາກແປ້ງສາລີ, ເຂົ້າຫນົມປັງ, ຜະ ລິດຕະພັນຈາກນົມ, ເບຍ, ກະ ແລນ, ນົນປັ່ນ ແລະ ຊີ້ນສັດ ເພາະ ຈະເຮັດໃຫ້ອາການອັກເສບຂອງ ມົດລູກເພີ່ມທະວີຄວາມຮຸນແຮງ ຫລາຍຂຶ້ນ.