Unitel Logistics ຄົບຮອບ 1 ປີ: ເຊື່ອມໂຍງການຄ້າ ກ້າວໄກທົ່ວທຸກພາກສ່ວນ

ນັບຕັ້ງແຕ່ກ້າວທຳອິດ ໃນທ້າຍປີ 2025, Unitel Logistics ໄດ້ຄ່ອຍໆສ້າງ ແລະ ພັດທະນາເຄືອຂ່າຍຂົນສົ່ງໃຫ້ກວ້າງຂວາງຂຶ້ນ, ປະກອບສ່ວນເຊື່ອມໂຍງປະຊາຊົນ, ທຸລະກິດ ແລະ ຊຸກຍູ້ການຄ້າ ລວມເຖິງເສດຖະກິດດິຈິຕອນໃນ ສປປ ລາວ.
ພາຍຫຼັງດຳເນີນງານຄົບ 1 ປີ, Unitel Logistics ຊຶ່ງເປັນບໍລິການຂົນສົ່ງ ແລະ ຈັດສົ່ງພັດສະດຸພາຍໃຕ້ລະບົບນິເວດ Unitel ໄດ້ບັນລຸຜົນງານໃນທາງບວກ ທັງດ້ານການພັດທະນາເຄືອຂ່າຍ, ການເຕີບໂຕຂອງລາຍຮັບ ແລະ ການຂະຫຍາຍບໍລິການ.
ພາຍຫຼັງໄລຍະເວລາດຳເນີນງານບໍ່ດົນ, Unitel Logistics ໄດ້ຂະຫຍາຍເຄືອຂ່າຍໃຫ້ຄອບຄຸມທັງ 18 ແຂວງ ແລະ ນະຄອນ ດ້ວຍຈຸດບໍລິການເກືອບ 1.000 ແຫ່ງ, ລວມທັງຮ້ານບໍລິການ Unitel ແລະ ຕົວແທນຈຳໜ່າຍແຟຣນໄຊສ໌. ລະບົບການດຳເນີນງານໄດ້ຮັບການສະໜັບສະໜູນຈາກສູນຄັດແຍກ ແລະ ຈັດການພັດສະດຸຂະໜາດໃຫຍ່ 3 ແຫ່ງ, ສາງພັກສິນຄ້າລະດັບແຂວງ 16 ແຫ່ງ ແລະ ພາຫະນະຂົນສົ່ງເກືອບ 350 ຄັນ ທັງລົດບັນທຸກ ແລະ ລົດຕຸກໆ. ທັງໝົດນີ້ ຊ່ວຍວາງຮາກຖານໂຄງລ່າງການຂົນສົ່ງ ເພື່ອຕອບສະໜອງຄວາມຕ້ອງການຮັບ-ສົ່ງສິນຄ້າທົ່ວປະເທດ.
ສຳລັບຜົນປະກອບການ ທາງທຸລະກິດ, Unitel Logistics ມີລາຍຮັບບັນລຸ 108% ຂອງແຜນການ ແລະ ຈັດສົ່ງພັດສະດຸສຳເລັດເກືອບ 800.000 ລາຍການ. ຜົນງານດັ່ງກ່າວສະທ້ອນໃຫ້ເຫັນເຖິງບາດກ້າວຄວາມຄືບໜ້າ ໃນການພັດທະນາບໍລິການ ແລະ ຂະຫຍາຍກິດຈະການ ພ້ອມທັງສ້າງພື້ນຖານສຳລັບໄລຍະການເຕີບໂຕຕໍ່ໄປ.
ເຄືອຂ່າຍທີ່ກວ້າງຂວາງບໍ່ພຽງແຕ່ຊ່ວຍເພີ່ມໂອກາດ ໃນການເຂົ້າເຖິງບໍລິການເທົ່ານັ້ນ, ແຕ່ຍັງຊ່ວຍສົ່ງເສີມບົດບາດຂອງຮ້ານບໍລິການ ແລະ ຕົວແທນຈຳໜ່າຍ ໃນການນຳບໍລິການຂົນສົ່ງເຂົ້າໃກ້ຊິດປະຊາຊົນຫຼາຍຂຶ້ນ, ລວມທັງຜູ້ທີ່ອາໄສຢູ່ໃນເຂດຫ່າງໄກຈາກຕົວເມືອງ. ດ້ວຍແນວທາງການດຳເນີນງານທີ່ຖືເອົາລູກຄ້າເປັນສູນກາງ, Unitel Logistics ໄດ້ຄ່ອຍໆ ພັດທະນາບໍລິການທີ່ຕອບສະໜອງຄວາມຕ້ອງການດ້ານການສົ່ງ ແລະ ຮັບສິນຄ້າໃນຊີວິດປະຈຳວັນ ແລະ ການດຳເນີນທຸລະກິດ, ໂດຍສະເພາະການຄ້າອອນລາຍ.
ນອກຈາກບໍລິການຮັບ-ສົ່ງພັດສະດຸແລ້ວ, ລະບົບຍັງມີບໍລິການເສີມຕ່າງໆ ເຊັ່ນ:
· ບໍລິການຮັບ ແລະ ສົ່ງສິນຄ້າເຖິງປະຕູບ້ານ (Door-to-Door).
· ບໍລິການເກັບເງິນຄ່າສິນຄ້າປາຍທາງ (COD).
· ລະບົບໂທແຈ້ງຂໍ້ມູນອັດຕະໂນມັດ (Auto Call).
· ແອັບພລິເຄຊັນ Unitel Logistics.
· ການເຊື່ອມຕໍ່ກັບ Umoney ແລະ Pancake.
ການພັດທະນາບໍລິການຄວບຄູ່ກັບການນຳໃຊ້ເຕັກໂນໂລຊີ ມີເປົ້າໝາຍເພື່ອຊ່ວຍໃຫ້ລູກຄ້າສົ່ງ ແລະ ຮັບສິນຄ້າໄດ້ສະດວກຂຶ້ນ, ສະໜັບສະໜູນຜູ້ຂາຍອອນລາຍໃຫ້ຂະຫຍາຍທຸລະກິດ ແລະ ຍົກລະດັບປະສົບການຂອງຜູ້ຮັບສິນຄ້າ.
ຄວາມໄວ້ວາງໃຈຂອງລູກຄ້າ ແລະ ການຮ່ວມແຮງຮ່ວມໃຈຂອງເຄືອຂ່າຍຮ້ານບໍລິການ ແລະ ຕົວແທນຈຳໜ່າຍ ແມ່ນຮາກຖານສຳຄັນສຳລັບການພັດທະນາຂອງ Unitel Logistics. ຮ້ານບໍລິການ ແລະ ຕົວແທນຈຳໜ່າຍບໍ່ພຽງແຕ່ເປັນຈຸດຮັບ ແລະ ສົ່ງພັດສະດຸເທົ່ານັ້ນ, ແຕ່ຍັງເປັນຂົວເຊື່ອມຕໍ່ລະຫວ່າງບໍລິການກັບຊຸມຊົນ, ປະກອບສ່ວນໃນການຂະຫຍາຍເຄືອຂ່າຍ ແລະ ເພີ່ມຂີດຄວາມສາມາດ ໃນການບໍລິການລູກຄ້າທົ່ວປະເທດ.
Unitel Logistics ຂໍຂອບໃຈລູກຄ້າທຸກທ່ານທີ່ເລືອກໃຊ້ບໍລິການ ແລະ ຮ່ວມເດີນທາງໄປດ້ວຍກັນ, ພ້ອມທັງຮັບຮູ້ ແລະ ຂອບໃຈຕໍ່ການປະກອບສ່ວນຂອງຮ້ານບໍລິການ, ຕົວແທນຈຳໜ່າຍ ແລະ ພະນັກງານທຸກຄົນ ໃນການສ້າງ ແລະ ພັດທະນາເຄືອຂ່າຍ. ສິ່ງເຫຼົ່ານີ້ເປັນແຮງຜັກດັນໃຫ້ບໍລິສັດສືບຕໍ່ປັບປຸງຄຸນນະພາບການບໍລິການ, ເພີ່ມການສະໜັບສະໜູນລູກຄ້າ ແລະ ຄູ່ຮ່ວມງານ, ມຸ່ງສູ່ການຮ່ວມມືໄລຍະຍາວ ແລະ ການເຕີບໂຕໄປດ້ວຍກັນ.
ການດຳເນີນງານຄົບ 1 ປີ ເປັນອີກໜຶ່ງບາດກ້າວສຳຄັນຂອງ Unitel Logistics, ນັບແຕ່ການວາງຮາກຖານໂຄງລ່າງການຂົນສົ່ງ, ການຂະຫຍາຍເຄືອຂ່າຍບໍລິການ ຈົນເຖິງການບັນລຸຜົນງານທາງທຸລະກິດທີ່ໜ້າພໍໃຈ.
ໃນຕໍ່ໜ້າ, Unitel Logistics ຈະສືບຕໍ່ຂະຫຍາຍເຄືອຂ່າຍ, ຍົກລະດັບຄຸນນະພາບການບໍລິການ ແລະ ປັບປຸງປະສົບການຂອງລູກຄ້າ ເພື່ອຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງທີ່ເພີ່ມຂຶ້ນຂອງປະຊາຊົນ ແລະ ທຸລະກິດໃນລາວ.
UNITEL LOGISTICS ໜຶ່ງປີແຫ່ງການເຕີບໂຕ – ຂົນສົ່ງວ່ອງໄວຂຶ້ນ, ປະຢັດກວ່າ ແລະ ແມ່ນຍຳກວ່າເກົ່າ