ພີທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ.







ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026 ) ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2026, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນໍາ 4 ກົມໃຫຍ່ຈາກກະຊວງປ້ອງກັນປະເທດ, ຄະນະພັກ ຄະນະບັນຊາກອງພົນທີ 2 , ພະນັກງານປະຕິວັດອາວຸໂສບໍານານ, ອະດີດການນໍາກອງພົນທີ 2 , ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ແຂກຖືກເຊີນ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວກອງພົນທີ 2 ເຂົ້າຮ່ວມ.
ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ພົນຈັດຕະວາ ປະລິຍາເອກ ຄຳຜິວ ມະນີວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 2 ໄດ້ກ່າວບົດປາໃສ ກ່ຽວກັບປະຫວັດຄວາມເປັນມາ, ມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງພົນທີ 2 ເຊິ່ງຕະຫຼອດໄລຍະ 45 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງພົນທີ 2, ເຊິ່ງສາມາດເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ກາຍເປັນກຳລັງຫຼັກແຫຼ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ຮູ້ໝູນໃຊ້ກຳລັງແຮງສັງລວມຂອງທົ່ວປວງຊົນ ແລະ ຈັດຕັ້ງກຳລັງລົງສູ່ຮາກຖານຢ່າງແຂງແຮງ, ຊ່ວຍປັບປຸງລະບົບອົງການປົກຄອງ, ບັນດາພື້ນຖານໂຄງລ່າງຢູ່ຮາກຖານ ແລະ ຊ່ວຍເຫຼືອປະຊາຊົນແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ, ພົ້ນເດັ່ນແມ່ນສາມາດທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ ການກໍ່ຄວາມບໍ່ສະຫງົບລຽບຕາມຊາຍແດນ ແລະ ການເຄື່ອນໄຫວຂອງຄົນບໍ່ຫວັງດີໄດ້ຢ່າງທັນການ ເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ກອງທັບ, ພ້ອມທັງປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ມີຮຸ້ນສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ເຊີ່ງມີຫຼາຍສະຫາຍໄດ້ກາຍເປັນພະນັກງານການນຳຂັ້ນສູງຂອງພັກ-ລັດ, ຂອງກະຊວງປ້ອງກັນປະເທດ (ກໍາລັງຫຼວງ, ກຳລັງທ້ອງຖິ່ນ) ແລະ ບ່ອນອື່ນໆ, ນອກຈາກນັ້ນ ກໍໄດ້ເອົາໃຈໃສ່ຕໍ່ວຽກງານຄຸ້ມຄອງ-ລ້ຽງດູທັບ ແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນເປັນກ້າວໆ ພື້ນຖານໂຄງລ່າງໃນທົ່ວກອງພົນທີ 2 ໄດ້ຮັບການກໍ່ສ້າງ ແລະ ພັດທະນາເປັນລະບົບທີ່ແໜ້ນໜາ-ຖາວອນ ເປັນຕົ້ນແມ່ນ ລະບົບເສັ້ນທາງ, ຕະຄ່າຍໄຟຟ້າ, ນ້ຳປະປາ, ໂຮງງານນ້ຳດື່ມ, ໂຮງໝໍ, ໂຮງສີເຂົ້າ, ສະໂມສອນ, ລະບົບຫ້ອງການ, ເຮືອນນອນ, ເຮືອນຄົວ ແລະ ລະບົບສາງຄັງຕ່າງໆ ຫຼາຍກົມກອງໄດ້ລົບລ້າງເຮືອນແບບຊົ່ວຄາວ, ໄດ້ສ້າງເຮືອນເຄິ່ງຖາວອນ ແລະ ຖາວອນກວມເອົາ 90%. ຕະຫຼອດໄລຍະ 45 ປີ ຜ່ານມາ ກອງພົນທີ 2 ໄດ້ຮັບການຍ້ອງຍໍຈາກຂັ້ນເທິງ ໃຫ້ກົມກອງລວມໝູ່ ແລະ ບຸກຄົນເປັນຈຳນວນຫຼວງຫຼາຍເຊັ່ນ: ໄດ້ປະກາດຮັບຮອງກອງພົນທີ 2 ເປັນກອງພົນວິລະຊົນ, ມີ 3 ກອງພັນນ້ອຍວິລະຊົນຄື: ກອງພັນທະຫານຮາບທີ 2, ກອງພັນທະຫານຮາບ 409, ກອງພັນທະຫານຮາບ 613), ນອກນັ້ນຍັງໄດ້ຮັບນາມມະຍົດວິລະຊົນແຫ່ງຊາດ 28 ໜ່ວຍ, ບຸກຄົນວິລະຊົນມີ 11 ສະຫາຍ, ນັກຮົບແຂ່ງຂັນ 33 ສະຫາຍ, ໄດ້ຮັບຫຼຽນໄຊອິດສະຫຼະ, ຫຼຽນໄຊຊະນະເລີດ, ຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍອື່ນໆ ເປັນຈຳນວນຫຼວງຫຼາຍ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ຍັງໄດ້ມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງລວມໝູ່ 1 ກົມກອງ, ຊັ້ນ III ຈໍານວນ 7 ກົມກອງ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 26 ກົມກອງ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 9 ກົມກອງ ໂດຍການຂຶ້ນປະດັບຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະຕາມລໍາດັບ ຈາກນັ້ນພິທີໄດ້ຮັບຊົມການສະແດງສີລະປະ – ວັນນະຄະດີ ຈາກສີລະປະສະໝັກຫຼິ້ນ ຂອງກອງພົນທີ 2, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງພົນທີ 2 ໃນຕະຫຼອດໄລຍະ 45 ທີ່ຜ່ານມາ ດ້ວຍບັນຍາກາດຟົດຟື້ນເບີກບານມ່ວນຊື່ນຕື່ມອີກ.
ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກ່ອນອຶ່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ກອງພົນທີ 2 ຍາດມາໄດ້ຕະຫຼອດໄລຍະ 45 ປີ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ ຄະນະບັນຊາ, ພະນັກງານຫຼັກແຫຼ່ງກອງພົນທີ 2 ຈົ່ງເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ກໍຄືຂອບເຂດຄວາມຮັບຜິດຊອບໃຫ້ມີຄວາມສະຖຽນລະພາບທາງດ້ານເມືອງ, ມີຄວາມເປັນລະບຽບຮຽບຮ້ອຍ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບ ແລະ ປັບປຸງກົມກອງຢ່າງຮອບດ້ານ, ເອົາໃຈໃສ່ວຽກງານອົບຮົບຫັດແອບການທະຫານ ໃຫ້ມີຄວາມຊໍານິຊໍານານ ທາງດ້ານສີລະປະຍຸດ-ຍຸດທະວິທີ, ເອົາໃຈໃສປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍ່ສ້າງພະນັກງານໜຸ່ມແໜ້ມໃຫ້ມີຄຸນນະພາບ, ສືບຕໍ່ປັບປຸງແບບແຜ່ນວິທີເຮັດວຽກ ໃຫ້ມີວິທະຍາສາດ ປະຕິບັດຫຼັກການນໍາພາຂອງພັກ ຫຼັກການລວມສູນປະທິປະໄຕ ເອົາໃຈໃສ່ສ້າງເສດຖະກິດເປັນເຈົ້າຕົນເອງ, ສືບຕໍ່ພົວພັນກັບອຳນາດການປົກຄອງທ້ອງຖິ່ນ ແລະ ເພື່ອນມິດຍຸດສາດ ສສ ຫວຽດນາມ, ສປ ຈີນ, ສຣັດເຊຍ ເພື່ອຍາດແຍງດຶງດູດການຊວຍເຫຼືອໃນການປັບປຸງກໍ່ສ້າງກົມກອງ ແລະ ການສ້າງບຸກຄະລາກອນຂອງກົມໃຫ້ມີທ່າບຸກທະລຸຢ່າງແທ້ຈິງ.
ຂຽນໂດຍ ສຸວັນໂນ ທະລັງສີ
ดูน้อยลง