ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສັບພະຄຸນທາງຢາຂອງຜັກຄາດ

ໃບດອກ ແລະ ຫມົດທັງຕົ້ນ ບັນຈຸນ້ໍາມັນຫອມລະເຫີຍທີ່ປະກອບດ້ວຍ Terpene ຊະນິດຫນຶ່ງທີ່ມີຊື່ວ່າ Spilanthen ນອກຈາກນັ້ນຍັງມີ Spilanthol, ທາດນີ້ມີ ອັດຕາສ່ວນ 1% ໃນດອກ. ເຫຼົ້າແຊດອກຜັກຄາດ 1/5 ເປັນຢາແກ້ປວດແຂ້ວ ແມງ, ບາງຄົນໃຊ້ເປັນຢາມຶນກັບທີ່ເພື່ອຫຼົກແລ້ວ, ນໍ້າຕົ້ມໃບຜັກຄາດໃຊ້ສະຫົວ ເປັນຢາແກ້ເຈັບຫົວດິບ, ປົວຕຸ່ມເປືອຍ, ຄັນ.
ຮາກເປັນຢາຖ່າຍທ້ອງ (Laxative) ເອົາ 4-8 ກຼາມ ມາຕົ້ມກັບນ້ໍາ 1 ຈອກ, ດື່ມ, ນ້ໍາຕົ້ມໃບ, ຖ້າດື່ມຈະເປັນຢາກັດຫນິ້ວໄຂ່ຫຼັງ ແລະ ຖ່າຍເບົາສະດວກ. ຜັກ ຫຼື ຄາດຍັງເປັນຢາແກ້ກ້າງຄາ: ເອົາດອກຜັກຄາດ ຫຼື ໃບ 50 ກຼາມ, ໃບຫມາກ 60 ແຕງຄ້າງ 50 ກຼາມ, ນໍາມາບົດລະອຽດແລ້ວເອົານ້ໍາສົ້ມລ້ຽງ 20 ມລ ຕື່ມໃສ, ຄົນໃຫ້ສະເຫມີ, ໃຫ້ຄົນເຈັບດື່ມຫນ້ອຍຫນຶ່ງ, ມື້ລະຄັ້ງ.ໃບຜັກຄາດອ່ອນເປັນເຄື່ອງ ປະກອບປຸງແຕ່ງເອາະຫຼາມຊີ້ນແຫ້ງ, ຕົ້ນຕໍເປັນຜັກທີ່ດັບກິ່ນຄາວ.
ແກ້ອາການເຈັບແຂ້ວໂດຍການນໍາເອົາຮາກຂອງຜັກຄາດມາຕໍາໃຫ້ມຸ່ນແລ້ວຍັດໃສ່ບ່ອນແຂ້ວແມງຈະຊ່ວຍບັນເທົາອາການເຈັບແຂ້ວໄດ້.