ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ເຂົ້າຮ່ວມການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ປະຈຳປີ 2026





ໃນວັນທີ 14 ຕຸລາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າຮ່ວມຕິດຕາມການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ທີ່ ສສ ຫວຽດນາມ. ໂດຍໃຫ້ກຽດເຂົ້າຮ່ວມຄັ້ງນີ້ ມີ ສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ພົນເອກ ເຕ້ຍໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ, ມີເອກອັກຄະລະສະທູດ ລາວ-ກຳປູເຈຍ ປະຈຳ ສສ ຫວຽດນາມ ແລະ ກຳລັງກອບກູ້ໄພພິບັດຈາກທັງ 3 ກອງທັບ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນເອກ ຟານ ວັນ ຢາງ ໄດ້ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ສສ ຫວຽດນາມໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງການຝຶກຊ້ອມຮ່ວມໃນຄັ້ງນີ້ ວ່າເປັນຂີດໝາຍອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນກຳລັງປະກອບອາວຸດຂອງ 3 ກອງທັບ ໃຫ້ກ້າວເຂົ້າສູ່ລວງເລິກ, ພ້ອມທັງເປັນການຍົກສູງຂີດຄວາມສາມາດໃນການປະສານສົມທົບກັນໃນການກອບກູ້ໄພພິບັດທີອາດຈະເກີດຂຶ້ນໃນອະນາຄົດ.
ການຝຶກຊ້ອມໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ໄລຍະສຳຄັນ ຄື: ໄລຍະທີ 1: ການກອບກູ້ໄພພິບັດທາງນ້ຳ. ໄລຍະທີ 2: ການກອບກູ້ໄພພິບັດຕຶກອາຄານພັງທະລົ່ມ. ໄລຍະທີ 3: ການກອບກູ້ ແລະ ຮັບມືກັບໄພພິບັດເຄມີຮົ່ວໄຫຼ. ພ້ອມດຽວກັນນັ້ນ, ຍັງໄດ້ມີການຈັດຕັ້ງປະຕິບັດວຽກງານປິ່ນປົວທາງແພດສະໜາມ ແລະ ການພະຍາບານສຸກເສີນ ເພື່ອຮັບປະກັນການຊ່ວຍເຫຼືອຜູ້ເຄາະຮ້າຍຢ່າງທັນທ່ວງທີ. ການຝຶກຊ້ອມຮ່ວມ 3 ກອງທັບໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໃນການເພີ່ມພູນຄູນສ້າງຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເຊື່ອມໂຍງລະຫວ່າງກອງທັບ 3 ປະເທດ; ພ້ອມທັງເປັນການຍົກລະດັບຂີດຄວາມສາມາດ, ທັກສະຄວາມຊຳນານງານ ໃນການປະສານງານຕົວຈິງຂອງກຳລັງກູ້ໄພ ແລະ ກຳລັງເສນາຮັກ ໃຫ້ມີຄວາມພ້ອມສູງສຸດ ໃນການຮັບມືກັບໄພພິບັດທຳມະຊາດ ທີ່ອາດຈະເກີດຂຶ້ນ.
ການຝຶກຊ້ອມຮ່ວມຄັ້ງນີ້ ໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ຢ່າງຈົບງາມ, ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວ ແລະ ຄວາມຮ່ວມມືຢ່າງແໜ້ນແຟ້ນຂອງ 3 ກອງທັບ. ຈາກນັ້ນ, ສາມລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ກໍໄດ້ໄປຢ້ຽມຊົມໂຮງໝໍຄົບວົງຈອນພາກສະໜາມຕື່ມອີກ.
ພາບ+ຂ່າວ: ຮທ ໄກ່ນ໋ອດ ເລັດນະຄອນ
ดูน้อยลง