ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ
Admin

Admin

ຖືເປັນສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງ ຕິດພັນກັບການສ້າງພະລາທິການກັບທີ່.

ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບ ປະຕິວັດມີລະບຽບແຜນທັນສະໄໜ, ບໍ່ວ່າກົມກອງກຳລັງຫຼວງ – ກຳລັງທ້ອງຖີ່ນ ໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງ ຕິດພັນກັບການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ, ໃນນີ້ ເວົ້າສະເພາະ ສູນຝຶກກອງພົນທີ 5 ກໍ່ແມ່ນກົມກອງໜຶ່ງທີ່ມີໜ້າທີ່ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ທັງເປັນບ່ອນຝຶກຝົນຫຼໍ່ຫຼອມ ພະນັກງານ-ນັກຮົບຮຸ່ນສືບທອດໃຫ້ແກ່ກອງທັບ. ສະຫາຍ ພັນໂທ ໜອນຄຳ ພີມມະສອນ ຮອງຫົວໜ້າ ການເມືອງສູນຝຶກ ກອງພົນທີ 5 ໃຫ້ຮູ້ວ່າ: ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ ໃຫ້ທັນກັບສະພາບການ ໃນໄລຍະໃໝ່ ກໍ່ຄື:ໄລຍະແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສ້າງໃຫ້ກຳລັງປະກອບອາວຸດ ກາຍເປັນກອງທັບ…

ເຊີດຊູນໍ້າໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງໃຫ້ກົມກອງມີໂສມໜ້າໃໝ່ ໄປຕາມທິດການສ້າງກອງວັດທະນະທຳ

ເມື່ອເວົ້າເຖິງວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ກາຍເປັນກອງທັບທີ່ມີແບບແຜນທັນສະໄໜນັ້ນ, ແມ່ນວຽກງານໜຶ່ງທີ່ສຳຄັນ ນອນຢູ່ໃນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງຫຼາຍກົມກອງນັບທັງກຳລັງຫຼວງ-ກຳລັງທ້ອງຖິ່ນ ກໍ່ໄດ້ສຸມໃສ່ວຽກງານດັ່ງກ່າວ ຢ່າງຕັ້ງໜ້າ ໂດຍຕິດພັນກັບວຽກງານຂະບວນການລວມຂອງກົມກອງ ແນ່ໃສ່ສ້າງຄ້າຍຄູຂອງກົມກອງໃຫ້ມີໂສມໜ້າໃໝ່ ໄປຕາມທິດການສ້າງກອງວັດທະນະທຳ-ນັກຮົບວັດທະນະທຳ ຕາມທິດນຳຂອງຂັ້ນເທິງ. ສະຫາຍ ພັນໂທ ສັງທອງ ບຸດຊາວດອນ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງພັນນ້ອຍທີ 18 ກອງພັນໃຫຍ່ 502 ກອງພົນທີ 5 ໃຫ້ຮູ້ວ່າ: ຄະນະພັກ – ຄະນະບັນຊາ ໄດ້ເອົາໃຈໃສ່ ເປັນສຳຄັນຕໍ່ວຽກງານສ້າງພະລາທິການ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ພາຍໃນກົມກອງ ໃນນີ້ໄດ້ຊີ້ນຳໆພາພະນັກງານ – ນັກຮົບ ສ້າງເສດຖະກິດ ດ້ວຍການຍົກສູງຈິດໃຈທີ່ວ່າ:…

ປະທານ ສຸພານຸວົງ ຍືນຍົງໃນພາລະກິດປະຕິວັດ ແລະ ດວງໃຈຂອງປະຊາຊົນລາວຕະຫຼອດໄປ (ລະນຶກວັນຄ້າຍວັນເກີດ ຄົບຮອບ 115 ປີ, ວັນທີ 13 ກໍລະກົດ 1909-13 ກໍລະກົດ 2024)

ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ, ອະດີດປະທານສະພາປະຊາຊົນສູງສຸດ, ອະດີດປະທານສູນກາງແນວລາວສ້າງຊາດ, ຜູ້ນໍາທີ່ຍິ່ງໃຫຍ່ ແລະ ເຄົາລົບຮັກຂອງພວກເຮົາທີ່ໄດ້ວຽນມາບັນຈົບຄົບຮອບ 115 ປີ ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ນະຄອນຫຼວງພະບາງ ໃນຄອບຄົວເຊື້ອເຈົ້າຂອງລາຊະວົງລ້ານຊ້າງ, ເປັນໂອລົດອົງສຸດທ້າຍຂອງເຈົ້າມະຫາອຸປະຮາດບຸນຄົງ ແລະ ໝ່ອມຍິງຄຳອ້ວນ. ຊີວິດ ແລະ ພາລະກິດຂອງປະທານ ສຸພານຸວົງ ແມ່ນຊີວິດ ແລະ ການເຄື່ອນໄຫວທີ່ສູງສົ່ງ, ຈົບງາມໃນທຸກໆສະພາວະ, ຍາມໃດເພິ່ນກໍເປັນແບບຢ່າງທີ່ດີເລີດ ດ້ານຄຸນທາດປະຕິວັດ ອັນທີ່ພົ້ນເດັ່ນແມ່ນ : ນໍ້າໃຈຮັດຊາດອັນດູດດື່ມ, ນໍ້າໃຈຮັກປະຊາຊົນບັນດາເຜົ່າ, ຄວາມສັດຊື່ບໍລິສັດທີ່ໃສແຈ້ງ; ປະທານ ສຸພານຸວົງແມ່ນຜູ້ນໍາທີ່ເປັນແບບຢ່າງກ່ຽວກັບນໍ້າໃຈອົດທົນ,…

ຍົກສູງວຽກງານຄຸ້ມຄອງ, ບົວລະບັດຜັດເຊັດພາຫະນະເຕັກນິກ ໃຫ້ມີຄວາມຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ.

ຫ້ອງເຕັກນິກກອງບັນຊາການທະຫານແຂວງ ເຊກອງ ມີພາລະບົດບາດ ໜ້າທີ່ເປັນເສນາທິການ ຮັບປະກັນວຽກງານເສນາເຕັກນິກ, ໃຫ້ກອງບັນຊາການທະຫານ ແຂວງ ເປັນຕົ້ນແມ່ນຮັບປະກັນດ້ານເຕັກນິກ, ການທະຫານ ອາວຸດ – ກະສູນ ແລະ ອຸປະກອນເຕັກນິກຂອງກົມກອງໃຫ້ພຽງພໍຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ, ມີຄວາມປອດໄພໃນເວລານໍາໃຊ້ ແນ່ໃສ່ເຮັດໃຫ້ກົມກອງເຄື່ອນໄຫວເຮັດສຳເລັດໜ້າທີ່ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊຂອງກອງທັບ, ພ້ອມທັງຮັບປະກັນວຽກງານເຕັກນິກໃຫ້ແກ່ການອົບຮົມຫັດແອບ ປັບປຸງກໍ່ສ້າງກໍາລັງໃນແຕ່ລະໄລຍະໃຫ້ມີຜົນສຳເລັດສູງ. ສະຫາຍ ພັນໂທ ຄຳບູ່ ກຸດາວົງ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານ ແຂວງເຊກອງ, ໃຫ້ຮູ້ວ່າ: ໃນໄລຍະຜ່ານມາກໍ່ຄືປັດຈຸບັນ ຄະນະພັກ-ຄະນະບັນຊາ ພວກເຮົາໄດ້ຖືເອົາວຽກງານຄຸ້ມຄອງພາຫະນະເຕັກນິກ ເປັນວຽກງານໜຶ່ງທີ່ສໍາຄັນຢູ່ໃນກໍາລັງປະກອບອາວຸດ ເພື່ອຮັບປະກັນໃຫ້ແກ່ການເຝີກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບຢູ່ໃນກອງທັບໃຫ້ທັນເວລາ, ໃນນີ້ ຄະນະພັກ –…

ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ ແລະ ການຮ່ວມມືດ້ານທະຫານຈີນ ແລະ ລາວ ໃຫ້ໝັ້ນຄົງຍາວນານ.

ວັນທີ 1 ສິງຫາປີ 1927, ການນໍາພັກກອມມູນິດຈີນໄດ້ປະຕິບັດການລຸກຮື້ ຂຶ້ນນານຊາງ, ເປັນຂີດໝາຍແຫ່ງການກຳເນີດຂອງກອງທັບປະຊາຊົນໃນຮູບແບບໃໝ່ ເຊິ່ງນໍາພາໂດຍພັກ ກອມມູນິດຈີນຢ່າງເປັນເອະລາດ. ນັບແຕ່ນັ້ນເປັນຕົ້ນມາ, “ວັນທີ 1 ສິງຫາ” ຈິ່ງເປັນວັນທີ່ມີຄວາມສໍາຄັນຂອງກອງທັບປົດປ່ອຍປະຊາຊົນຈີນ. ຕະຫຼອດໄລຍະ 97 ປີທີ່ຜ່ານມາ, ກອງທັບປົດປ່ອຍປະຊາຊົນຈີນທີ່ໄດ້ປະຕິບັດ ຕາມຄໍາສັ່ງຂອງພັກຢ່າງເດັດດ່ຽວ ແລະ ສືບຕໍ່ກໍ່ສ້າງກໍາລັງທະຫານຊັ້ນສູງ, ສ້າງ ຜົນງານໄດ້ຢ່າງໂດດເດັ່ນ ເພື່ອປົດປ່ອຍປະຊາຊົນ ເອກະລາດແຫ່ງຊາດ ແລະ ການ ຟື້ນຟູປະເທດຊາດ, ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງໃນການປົກປັກຮັກສາ ອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດການພັດທະນາປະເທດຊາດ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມສະຫງົບຂອງໂລກ. ສຳລັບ ປະເທດຈີນ ແລະ ປະເທດລາວ…

ສະຫາຍ ໂຕເລີມ ໄດ້ຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ.

ວັນທີ 3 ສິງຫາ ນີ້, ຢູ່ນະຄອນ ຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ໄດ້ຈັດກອງປະຊຸມ ເພື່ອສະເໜີ ແລະ ແຕ່ງຕັ້ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຊຸດທີ XIII, ສະຫາຍ ຟ້າມມິງຈິງ ກໍາມະການກົມການເມືອງ ນາຍົກລັດຖະມົນຕີ ສສ ຫວຽດນາມ ຕາງໜ້າກົມການເມືອງ ເປັນຜູ້ນໍາພາດໍາເນີນກອງປະຊຸມ. ໃນກອງປະຊຸມ, ເຫັນດີເປັນເອກະພາບ ສະເໜີແຕ່ງຕັ້ງ ສະຫາຍ ໂຕເລີມ ກຳມະ ການກົມການເມືອງ ປະທານປະເທດ ຫວຽດນາມ ໃຫ້ດໍາລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII. ພາຍຫຼັງໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ສະຫາຍ…

ໜ່ວຍພັກ ໜັງສືພິມກອງທັບ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ XI

ກອງບັນນາທິການ ໜັງສືພິມກອງທັບ ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ XI ໃນວັນທີ 2 ສິງຫາ 2024ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກ ກົມໃຫຍ່ການເມືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ວັນເຮືອງ ສີວິໄລ ເລຂາໜ່ວຍພັກ, ຫົວໜ້າກອງບັນນາທິການໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ ແລະ ສໍາຮອງທົ່ວກອງບັນນາທິການໜັງສືພິມກອງທັບ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ວັນເຮືອງ ສີວິໄລ ໄດ້ຜ່ານບົດລາຍງານກນເມືອງທັງສອງ ເຊິ່ງໄດ້ຍົກໃຫ້ເຫັນໃນການ ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ສະມາຊິກພັກຄັ້ງທີ X ຂອງໜ່ວຍພັກໜັງສືພິມກອງທັບ…

ຊາວໜຸ່ມຫ້ອງການເມືອງ ທະຫານແຂວງວຽງຈັນສ້າງຂະບວນການອອກແຮງງານລວມ.

ວັນທີ 16 ກໍລະກົດ 2024 ນີ້ ຊາວໜຸ່ມ-ແມ່ຍິງ ຫ້ອງການເມືອງກອງບັນຊາການທະຫານແຂວງວຽງຈັນ, ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມຢູ່ກົມກອງ, ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງການເມືອງ ແລະ ວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ເປັນຕົ້ນແມ່ນ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ ( 20 ກໍລະກົດ 1955-20 ກໍລະກົດ 2024 ) ໃຫ້ມີບັນຍາກາດຟົດຟື້ນ, ກວ້າງຂວາງ ແລະ ມີເນື້ອໃນສຳຄັນ. ການອອກແຮງງານລວມໃນຄັ້ງນີ້ ໄດ້ພ້ອມຕັດຫຍ້າອ້ອມຫ້ອງການ, ສໍານັກງານກອງບັນຊາການ, ອະນາໄມ ໜານດອກໄມ້ ແລະ ສະຖານທີ່ຕ່າງໆ ໃຫ້ມີຄວາມສະອາດຈົບງາມ, ມີຄວາມເປັນລະບຽບຮຽບຮ້ອຍ,…

ຄວາມສາມັກຄີແບບພິເສດລາວ-ຫວຽດນາມ ເປັນສາຍພົວພັນຍິ່ງໃຫຍ່, ເລິກເຊິ່ງ, ດູດດື່ມ ແລະ ເປັນມໍລະດົກລໍ້າຄ່າຂອງທັງສອງຊາດ

ສອງຊາດລາວ-ຫວຽດນາມ ໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນຳກັນມາແຕ່ບູຮານນະການ, ປະຊາຊົນ ສອງຊາດໄດ້ດຳລົງຊີວິດ ແລະ ທຳມາຫາກິນບົນຜືນແຜ່ນດິນທີ່ມີສາຍພູຫຼວງຍາວຢຽດ ແລະ ແມ່ນໍ້າຫຼາຍສາຍຕິດຈອດກັນແຕ່ເໜືອຮອດໃຕ້, ໄດ້ມີຄວາມສາມັກຄີຮັກແພງຊ່ວຍເຫຼືອອຸ້ມຊູກັນເໝືອນດັ່ງອ້າຍນ້ອງຮ່ວມອຸທອນ, ໃນຍາມທຸກກໍຮ່ວມທຸກ ແລະ ຍາມສຸກກໍ່ຮ່ວມຜູກນຳກັນຕະຫຼອດມາ, ທັງໄດ້ຜ່ານການທົດສອບໃນຂະບວນວິວັດ ແຫ່ງການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນຕ່າງດ້າວ ອັນຢຶດເຍື້ອຍາວນານ ແລະ ສຸດແສນລະອິດລະອ້ຽວຂ້ຽວຂາດ ເຊິ່ງສອງຊາດ ລາວ-ຫວຽດນາມໄດ້ອີງຫຼັງໃສ່ກັນ, ຊ່ວຍເຫຼືອກັນຖານສະຫາຍອ້າຍນ້ອງ ບົນຈິດໃຈສາກົນອັນ ບໍລິສຸດຜຸດຜ່ອງ ແລະ ໝົດຈິດໝົດໃຈ, ໄດ້ມີຄວາມຮັກແພງເຊື່ອໝັ້ນເຊິ່ງກັນ ແລະ ກັນອັນເລິກເຊີ່ງ, ຍອມ ເສຍສະຫຼະເພື່ອກັນ ແລະ ຮ່ວມເປັນຮ່ວມຕາຍນໍາກັນ. ອັນນັ້ນແມ່ນບໍ່ເກີດຂອງຄວາມສາມັກຄີແບບພິເສດເຊິ່ງ ເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ ແລະ ເປັນປັດໄຈຕັດສິນຜົນສຳເລັດ ແລະ ໄຊຊະນະຂອງການປະຕິວັດ ຢູ່ສອງປະເທດພວກເຮົາ, ເປັນຕົວແບບທີ່ຫາໄດ້ຍາກໜຶ່ງໃນໂລກ, ເປັນພົວພັນຍິ່ງໃຫຍ່,…

ກະຊວງປ້ອງກັນປະເທດ ປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 115 ປີ

ວັນທີ 17 ກໍລະກົດ 2024 ນີ້, ກະຊວງປ້ອງກັນປະເທດ ຈັດຕັ້ງປາຖະກະຖາ ວັນຄ້າຍວັນເກີດ ຂອງທ່ານປະທານ ສຸພານຸວົງ ຄົບຮອບ 115 ປີ (13/7/1909-13/7/2024), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ກົມໃຫຍ່, ຫ້ອງວ່າການ, ກົມ, ກອງ, ຫ້ອງການ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ພະນັກງານ-ນັກຮົບ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນຕີ ສອນທອງ ພົມລາວົງ…