ກອງພັນ 427 ກອງພົນທີ 5 ແຮກສ່ຽວກັບ ບ້ານບັງລຽງ ແລະ ບ້ານໝໍ້ພຸ

ໃນວັນທີ 27 ມີນາ 2025 ກອງພັນ 427 ກອງພົນທີ 5 ໄດ້ຈັດຕັ້ງພິທີແຮກສ່ຽວກັບ ບ້ານບັງລຽງ ແລະ ບ້ານໝໍ້ພຸ ເມືອງປະທຸມພອນ ແຂວງຈຳປາສັກ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ວຽງແກ້ວ ມະຫາໄຊ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງພົນທີ 5 ແລະ ທ່ານ ເດດນະຄອນ ຄອນສະຫວັນ ຄະນະປະຈຳພັກເມືອງປະທຸມພອນ ແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ , ອົງການ 5 ຫ້ອງ ພະແນການການ ແຂກເຊີນຈາກເມືອງ , ກົມກອງ , ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ສີອຳໄພ ເດພະມິດ ຫົວໜ້າພະແນກຮາກຖານ ກອງພົນທີ 5 ໄດ້ຂື້ນຜ່ານຂໍ້ຕົກລົງຂອງຂັ້ນເທິງ ວ່າດ້ວຍການຕົກລົງໃຫ້ກອງພັນ 427 ກອງພົນທີ 5 ແຮກສ່ຽວກັບບ້ານບັງລຽງ , ບ້ານ ໝໍ້ພຸ ເມືອງປະທຸມພອນ ແຂວງຈຳປາສັກ ຈາກນັ້ນສະຫາຍ ພັນຕີ ສົມຈິດ ໂສມີໄຊ ຫົວໜ້າການເມືອງ ກອງພັນ 427 ແລະ ນາຍບ້ານ – ບ້ານບັງລຽງ, ບ້ານໝໍ້ພຸ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອຕົ້ນກຳເນີດ, ຄວາມເປັນມາຂອງບ້ານ ແລະ ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານການພົວພັນຮ່ວມມືລະຫວ່າງກອງພັນ 427 ກັບ ບ້ານບັງລຽງ , ບ້ານໝໍ້ພຸ ເມືອງປະທຸມພອນ ແຂວງຈຳປາສັກ ຜ່ານໄລຍະການພົວພັນຮ່ວມມື ລົງກໍ່ສ້າງຮາກຖານ ຕາມຂອບເຂດ ຄວາມຮັບຜິດຊອບຂອງກອງພັນ ແລະ ບ້ານ ໂດຍລວມແມ່ນມີຄວາມສະຫງົບໂດຍພື້ນຖານ ສາມາດຕ້ານ ແລະ ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ ຕໍ່ສັງຄົມໃນເຂດຄວາມຮັບຜິດຊອບ. ເຊີ່ງໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກອງພັນ 427 ພ້ອມກັບອໍານາດການປົກຄອງທັງສອງບ້ານ ໄດ້ພ້ອມກັນເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງນຳພາແນວຄິດ , ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ວຽກງານການສ້າງເສດຖະກິດ, ວຽກງານສຶກສາ ແລະ ສາທາລະນະສຸກ, ວຽກງານສິລະປະ – ວັດທະນະທຳສັງຄົມ, ວຽກງານປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ວຽກງານພັກ – ວຽກງານການປົກຄອງ. ຈາກນັ້ນຍັງໄດ້ພ້ອມກັນແກ້ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕິດພັນກັບການປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕາມເນື້ອໃນຈິດໃຈ ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບວຽກງານ 3 ສ້າງ ພ້ອມທັງປັບປຸງແບບແຜນວິທີເຮັດວຽກຂອງໝູ່ຄະນະລະຫວ່າງ ກອງພັນ ແລະ ບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມກັນຕິດຕາມກວດກາ, ຊຸກຍູ້ ແລະ ສະຫຼຸບຖອດຖອນບົດຮຽນບັນດາວຽກງານໃນແຕ່ລະໄລຍະໃຫ້ເປັນປົກກະຕິຕໍ່ເນື່ອງ, ໃນພິທີ ຍັງໄດ້ ເຊັນບົດບັນທຶກ ສັນຍາແຮກສ່ຽວລະຫວ່າງສອງຝ່າຍ ພ້ອມທັງຮ່ວມພິທີບາສີສູ່ຂວັນ ອວຍພອນເຊີ່ງກັນ ແລະ ກັນ.
ໂອກາດນີ້ຄະນະປະທານ ໄດ້ພ້ອມກັນມີຄໍາເຫັນໂອ້ລົມ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ,ອຳນາດການປົກຄອງທ້ອງຖິ່ນ ຕະຫຼອດຮອດພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນ ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດເປັນບັນຫາສຳຄັນ, ເພີ່ມທະວີມູນເຊື້ອ ຄວາມສາມັກຄີ ເປັນປຶກແຜ່ນ ຕາມຄຳຂວັນທີ່ວ່າ ກອງທັບ ກັບປະຊາຊົນ ຄື ປາກັບນ້ຳ ສືບຕໍ່ປັບປຸງກໍ່ສ້າງວຽກງານຕາໜ່າງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເວົ້າລວມເວົ້າສະເພາະ ແມ່ນຂອບເຂດຄວາມຮັບຜິດຊອບຂອງກົມກອງ ແລະ ກຸ່ມບ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໃຫ້ເຂົ້າສູ່ລວງເລີກ , ພ້ອມກັນຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມ ກໍຄືຂອບເຂດບ້ານແຮກສ່ຽວໃຫ້ມີຄວາມສະຫງົບໂດຍພື້ນຖານ .
ພາບ-ຂ່າວ: ແສງອາທິດ ສີດາໄລ