ກົມໃຫຍ່ເສນາທິການກອງທັບ ສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ດ້ວຍໝາກຜົນອັນຈົບງາມ.

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ ໄດ້ໄຂຂຶ້ນ ແລະ ສຳເລັດດ້ວຍໝາກຜົນອັນຈົບງາມ ໃນວັນທີ 28 ມີນາ 2025, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ແຂກຖືກເຊີນ, ຜູ້ແທນສະມາຊິກພັກສົມບູນ ຈາກຄະນະພັກຮາກຖານ ແລະ ໜ່ວຍພັກ ກົມກອງຮາກຖານທີ່ຂຶ້ນກັບເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຕີລາຄາຄືນຢ່າງພາວະວິໄສຕໍ່ໝາກຜົນແຫ່ງການເຄື່ອນໄຫວນຳພາ-ຊີ້ນຳວຽກງານຮອບດ້ານ ໃນໄລຍະ 5 ປີຜ່ານມາ, ເຊິ່ງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ດ້ວຍຫຼາຍຮູບການ ແລະ ວິທີການທັງທາງກວ້າງ, ທາງເລິກ ແລະ ແທດເຖິງເປົ້າໝາຍເປັນຕົ້ນ: ໄດ້ຈັດຕັ້ງເຊື່ອມຊຶມບັນດາມະຕິຕ່າງໆ ສະໄໝທີ XI ຂອງພັກ, ບັນດາມະຕິ ຂອງຄະນະພັກ ກະຊວງປ້ອງກັນປະເທດ ສະໄໝທີ V, ບັນດາກົດໝາຍຂົງເຂດຕ່າງໆຂອງລັດ, ຈັດຕັ້ງປາຖະກະຖາມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ທັງຍູ້ແຮງການສ້າງຂະບວນການແຂ່ງຂັນຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ, ຂອງຊາດ ຕິດພັນກັບຂະບວນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ ແລະ ກົມກອງວັດທະນະທໍາ-ນັກຮົບວັດທະນະທໍາ ຢູ່ອົງການ-ກົມກອງ, ເອົາໃຈໃສ່ການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ຍົກສູງດ້ານທິດສະດີ ມາກ-ເລນິນ, ແນວທາງນະໂຍບາຍຂອງພັກແຕ່ລະໄລຍະ, ກົດລະບຽບຂອງພັກ ຢັ້ງຢືນໄດ້ວ່າຖັນແຖວສະມາຊິກພັກ ທົ່ວກົມໃຫຍ່ເສນາທິການກອງທັບມີຄວາມໜັກແໜ້ນ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ມີນໍ້າໃຈເສຍສະຫຼະ. ປັດຈຸບັນອົງຄະນະພັກກົມໃຫຍ່ເສນາທິການກອງທັບ ປະກອບມີ ສະມາຊິກພັກທັງໝົດ 4.785 ສະຫາຍ, ມີ 31 ໜ່ວຍພັກເອກະລາດ, ມີ 22 ຄະນະພັກຮາກຖານ, ມີ 140 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ. ໃນນີ້ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ: ປະເພດແຂງ 550 ໜ່ວຍພັກ, ປະເພດກາງ 102 ໜ່ວຍພັກ, ບໍ່ໄດ້ຈັດປະເພດ 3 ໜ່ວຍພັກ, ອັດຕາສ່ວນນໍາພາຂອງພັກ ກວມ 61%, ສາມາດສ້າງກົມກອງ 3 ປອດ ປະເພດ I ໄດ້ 31 ກົມກອງ, ປະເພດ II ໄດ້ 22 ກົມກອງ.
ພ້ອມດຽວກັນນີ້, ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ໃສ່ບົດລາຍງານທັງສອງພາກເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ຈາກນັ້ນບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ຈຳນວນ 15 ສະຫາຍ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະພາບເລືອກເອົາຄະນະປະຈຳພັກ 5 ສະຫາຍ ປະກອບມີ: ສະຫາຍ ພົນຕີ ສາຍໃຈ ກົມມະສິດ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ, ສະຫາຍ ພົນຈັດຕະວາ ສີພອນໄຊ ຄຳທອງເຫວີນ, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ, ເອກະສັນເລືອກເອົາ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນເລຂາຄະນະພັກ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ເປັນຮອງເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ເປັນປະທານກຳມະການຄະນະກວດກາພັກ. ນອກນີ້, ກຳມະການຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ປະກອບມີ: ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ, ສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍຳວົງທັນ, ສະຫາຍ ພັນເອກ ບົວຄຳ ສາມາວົງ, ສະຫາຍ ພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄຳ, ສະຫາຍ ພັນເອກ ພູເງິນ ພົມເມືອງ, ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ, ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ, ສະຫາຍ ພັນເອກ ສຸລິໄຊ ພິຈິດ, ສະຫາຍ ພັນເອກ ມອນໄທ ສະລິດໄຊ ແລະ ສະຫາຍ ພົນຈັດຕະວາ ຄຳເຫຼັກ ວົງດອນໄຊ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນໂອ້ລົມ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານສ້າງໄດ້ໃນໄລຍະຜ່ານມາ ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງນີ້, ພ້ອມທັງເນັ້ນໜັກຫຼາຍບັນຫາ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ທົ່ວເຖິງຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ສ້າງທ່າສະໜາມ 3 ຂັ້ນ, ສົມທົບເຈົ້າໜ້າທີ່ ແລະ ອຳນາດການປົກຄອງກຳແໜ້ນສະພາບຢູ່ຮາກຖານປະຊາຊົນ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບປອດໄພ, ປະຕິບັດແນວທາງການຕ່າງປະເທດຂອງພັກໃນໄລຍະໃໝ່ໃຫ້ຖືກຕ້ອງ, ພົວພັນຮ່ວມມືຢ່າງຕັ້ງໜ້າກັບເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອໃນດ້ານຕ່າງໆ, ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຕົນ, ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງທຸກດ້ານ ນັບແຕ່ຮາກຖານພັກຂຶ້ນມາ, ບຳລຸງ-ສ້າງພະນັກງານດ້ານຕ່າງໆ ໃຫ້ມີຄຸນນະພາບ ໂດຍຕິດພັນກັບການປະຕິບັດໜ້າທີ່ວຽກງານຕົວຈິງ, ສູ້ຊົນສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນແໜ້ນກັບການສ້າງກອງວັດທະນະທຳ-ນັກຮົບວັດທະນະທຳ ແລະ ກອງປອດໃສ ປອດໄພ ປອດຄະດີ, ຍົກສູງຄຸນນະພາບດ້ານແບບແຜນວິທີເຮັດວຽກຂອງຄະນະພັກ ແລະ ບັນດາອົງການທີ່ເປັນເສນາທິການໃຫ້ແກ່ຄະນະພັກເຂົ້າສູ່ລະບອບ, ລະບຽບຫຼັກການ ປະຕິບັດລະບອບດໍາເນີນຊີວິດພັກຢ່າງຖືກຕ້ອງ.
ຂ່າວ-ພາບ: ຄຳອ້າຍ ທອງວັນ + ຄຳໄຕ ຈັນນະຄອນ