ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ອຸຕຸ​ເຕືອນ! ພາຍຸ​ໝູນ​ເຂດ​ຮ້ອນ ຢາ​ກິ ກຳລັງ​ຂຶ້ນ​ຝັ່ງ​ຟິ​ລິບ​ປິນ ຈະ​ສົ່ງ​ຜົນ​ກະທົບ​ເຖິງ​ລາວ​ເຮົາ

ກົມ​ອຸຕຸນິຍົມ ແລະ ອຸ​ທົກ​ກະ​ສາດ ພະຍາກອນ​ວ່າ: ວັນ​ທີ 3-10 ກັນຍາ 2024 ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕໍ່າ ຫຼື (ຮ່ອງ​ຝົນ) ຍັງ​ຈະ​ພາດ​ຜ່ານ​ຢູ່​ເຂດ​ພາກ​ກາງ ລົງ​ຫາພາກ​ໃຕ້​ຂອງ​ປະເທດ​ລາວ, ພ້ອມ​ດຽວ​ກັນ​ພາຍຸ​ໝູນ ເຂດ​ຮ້ອນ ຢາ​ກິ (YAGI) ຫົວທີ 11, ຈະ​ສືບຕໍ່​ເຄື່ອນ​ທີ່​ເຂົ້າ​ໃກ້​ຝັ່ງ​ທາງ​ພາກ​ເໜືອ ຫາ ຕາເວັນຕົກ​ສຽງ​ເໜືອ​ຂອງ​ປະເທດ​ຟີ​ລິບ​ປິນ ດ້ວຍຄວາມ​ໄວ 20 ກິໂລແມັດຕໍ່ ຊົ່ວໂມງ, ພາຍຸ​ຫົວ​ນີ້​ຍັງ​ບໍ່​ທັນ​ສົ່ງ​ຜົນ​ກະທົບ​ຕໍ່​ກັບ​ປະເທດ​ລາວ, ແຕ່​ຍັງ​ເຮັດ​ໃຫ້​ລົມ​ມໍ​ລະ​ສຸມ​ຕາ ເວັນຕົກ​ສ່ຽງ​ໃຕ້ ທີ່​ມີ​ກຳລັງ​ແຮງ​ປານ​ກາງ​ພັດ​ປົກ​ຄຸມ. ເຊິ່ງ​ຈະ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າຮ້ອງ, ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ ຫາ ປານ​ກາງ​ຢູ່​ທົ່ວ​ໄປ ແລະ ຈະ​ມີ​ຝົນຕົກ​ໜັກ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງຖິ່ນ​ຕື່ມ​ອີກ. ພາກ​ເໜືອ​ດ້ານ​ຕາເວັນ​ອອກ (ຜົ້ງ​ສາລີ, ຫົວພັນ ແລະ ຊຽງ​ຂວາງ): ຈະ​ມີ​ຝົນຕົກ​ຟ້າຮ້ອງ​ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ​ຢູ່​ທົ່ວ​ໄປ ແລະ ຕົກ​ປານ​ກາງ ຫາ ຕົກ​ໜັກ​ຢູ່​ບາງ​ທ້ອງຖິ່ນ​ແຂວງ ຜົ້ງ​ສາລີ ແລະ ຊຽງ​ຂວາງ ຫຼື ເນື້ອ ທີ່​ການ​ປົກ​ຫຸ້ມ​ຂອງ​ຝົນ​ເທົ່າ​ກັບ 50% ຂອງ​ພາກ. ອຸນຫະພູມ​ໃນ​ລະຫວ່າງ 19-29 ອົງສາ. ພາກ​ເໜືອ​ດ້ານ​ຕາເວັນຕົກ (ແຂວງຫຼວງ​ນໍ້າທາ, ບໍ່​ແກ້ວ, ອຸ ດົມ​ໄຊ, ຫຼວງ​ພະ​ບາງ ແລະ ໄຊ​ຍະ​ບູ​ລີ): ຈະ​ມີ​ຝົນຕົກ​ຟ້າຮ້ອງ, ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ ຫາ ປານ​ກາງ ແລະ ຕົກ​ໜັກ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງຖິ່ນ ຫຼື ເນື້ອ​ທີ່​ການ​ປົກ​ຫຸ້ມ​ຂອງ​ຝົນ​ເທົ່າ​ກັບ 65% ຂອງ​ພາກ. ອຸນຫະພູມ ໃນ​ລະຫວ່າງ 22-34 ອົງສາ. ນະຄອນຫຼວງ​ວຽງ​ຈັນ: ຈະ​ມີ​ຝົນຕົກ​ຟ້າຮ້ອງ, ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ​ຢູ່​ທົ່ວ​ໄປ ແລະ ຈະ​ມີ​ຝົນຕົກ​ປານ​ກາງ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ ຫຼື ເນື້ອ​ທີ່​ການ​ປົກ​ຫຸ້ມ​ຂອງ​ຝົນ​ເທົ່າ​ກັບ 60%. ອຸນຫະພູມ​ໃນ​ລະຫວ່າງ 24-34 ອົງສາ. ພາກ​ກາງ (ແຂວງວຽງ​ຈັນ, ບໍ​ລິ​ຄຳ​ໄຊ, ຄຳ​ມ່ວນ ແລະ ສະຫວັນ​ນະ​ເຂດ): ຈະ​ມີ​ຝົນຕົກ​ຟ້າຮ້ອງ, ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອບ​ທົ່ວ​ໄປ ແລະ ຕົກ​ປານ​ກາງ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງຖິ່ນ ຫຼື ເນື້ອ​ທີ່​ການ​ປົກ​ຫຸ້ມ​ຂອງ​ຝົນ​ເທົ່າ​ກັບ 50% ຂອງ​ພາກ. ອຸນຫະພູມ​ໃນ​ລະຫວ່າງ 23-34 ອົງສາ. ແຂວງ​ໄຊ​ສົມບູນ: ຈະ​ມີ​ຝົນຕົກ​ຟ້າຮ້ອງ ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ ຫາ ປານ​ກາງ​ຢູ່​ບາງ​ບໍລິເວນ ຫຼື ເນື້ອ​ທີ່​ການ​ປົກ​ຫຸ້ມ​ຂອງ​ຝົນ​ເທົ່າ​ ກັບ 50%. ອຸນຫະພູມ​ໃນ​ລະ ຫວ່າງ 20-32 ອົງສາ. ພາກ​ໃຕ້ (ແຂວງສາລະ​ວັນ, ຈຳປາ​ສັກ, ເຊ​ກອງ ແລະ ອັດ​ຕະ​ປື): ຈະ​ມີ​ຝົນຕົກ​ຟ້າຮ້ອງ ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອບ​ທົ່ວ​ໄປ ແລະ ຕົກ ປານ​ກາງ ຫາ ຕົກ​ໜັກ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງຖິ່ນ​ໃນ​ຕອນ​ບ່າຍ ຫາ ຄ່ຳ ຫຼື ເນື້ອ​ທີ່​ການ​ປົກ​ຫຸ້ມ​ຂອງ​ຝົນ​ເທົ່າ​ກັບ 60% ຂອງ​ພາກ. ອຸນຫະພູມ​ໃນ​ລະຫວ່າງ 22-35 ອົງສາ. ສຳລັບ​ເຂດ​ພູ​ພຽງ​ບໍ​ລະ​ເວນ: ຈະ​ມີ​ຝົນຕົກ​ຟ້າຮ້ອງ, ຟ້າ​ເຫຼື້ອມ​ໃນ​ລະດັບ​ຄ່ອຍ ຫາ ປານ​ກາງ​ເປັນ​ບາງ​ໂອກາດ ຫຼື ເນື້ອ​ທີ່​ການ​ປົກ​ຫຸ້ມ​ຂອງ​ຝົນ ເທົ່າ​ກັບ 50%. ອຸນຫະພູມ​ໃນ​ລະຫວ່າງ 17-28 ອົງສາ.