ອັນຕະລາຍໄຂ້ເລືອດອອກ!
ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກເປັນໜຶ່ງພະຍາດທີ່ສາມາດຕິດຕໍ່ໃສ່ຄົນໄດ້ໂດຍຜ່ານໂຕຍຸງທີ່ນຳເຊື້ອພະຍາດຫຼື ເຊື້ອໄວຣັດມາກັດເຮັດໃຫ້ເກີດເປັນໄຂ້ຍຸງລາຍ ແລະ ພະຍາດດັ່ງກ່າວເກີດລະບາດຂຶ້ນຫຼາຍທີ່ສຸດແມ່ນໄລຍະລະດູຝົນ.
ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໄດ້ສະຫຼຸບລາຍງານກ່ຽວກັບການຕິດເຊື້ອພະຍາດໄຂ້ຍຸງລາຍ ທົ່ວປະເທດໃຫ້ຮູ້ວ່າ: ໃນວັນທີ 18 ສິງຫາ 2024 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 30.121 ຄົນ, ເສຍຊີວິດສະສົມ 8 ຄົນ, ໃນນັ້ນຕິດເຊື້ອຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 2991 ຄົນ, ເສຍຊີວິດ 3 ຄົນ, ແຂວງເຊກອງ 2671 ຄົນ, ເສຍຊີວິດ 2 ຄົນ,ແຂວງຫຼວງພະບາງ 1189 ຄົນ, ເສຍຊີວິດ2 ຄົນ ແລະ ແຂວງອື່ນໆຕາມລຳດັບ.