ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສຳເລັດການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ.ຣັດເຊຍ ຂອງຄະນະຜູ້ແທນການທະຫານຂັ້ນສູງ ແຫ່ງ ສປປ ລາວ.

ໃນລະຫວ່າງວັນທີ 10-16 ສີງຫາ 2024 ນີ້. ໂດຍຕອບສະໜອງການເຊື້ອເຊີນຂອງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ, ຄະນະຜູ້ແທນການທະຫານຂັ້ນສູງ ນຳໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ. ໄດ້ສຳເລັດການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ. ເພື່ອຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ລົງນາມສັນຍາ ວ່າດ້ວຍ ການຮ່ວມມືດ້ານການທະຫານ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ. ຣັດເຊຍ ສະບັບປັບປຸງໃໝ່. ແລະ ເນື່ອງໃນໂອກາດເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ມົດສະກູ ສະຫະພັນຣັດເຊຍ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າພົບປະເຮັດວຽກສອງຝ່າຍ ກັບ ສະຫາຍ ອານເດຼ ເບຍລາອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ພ້ອມຄະນະ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຕີລາຄາສູງໃນການເອົາໃຈໃສ່ໃຫ້ກຽດຕ້ອນຮັບຂອງການພົບປະສອງຝ່າຍໃນຄັ້ງນີ້. ພ້ອມທັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານ ກໍ່ຄືກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແກ່ ສປປ ລາວ ກໍ່ຄືກອງທັບປະຊາຊົນລາວ ໃນຫຼາຍດ້ານ ຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການກໍ່ສ້າງພະນັກງານບັນຊາ ແລະ ວິຊາການເຕັກນິການທະຫານ, ການຮ່ວມມືແລະຊ່ວຍເຫຼືອດ້ານເກັບກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທຳ ຢູ່ ສປປ ລາວ ແລະ ວຽກງານດ້ານອື່ນໆ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການສ້າງກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສປປ ລາວ ແລະ ສ.ຣັດເຊຍ. ກໍ່ໄດ້ຕີລາຄາຜົນສໍາເລັດຂອງການຮ່ວມມືທາງດ້ານການທະຫານໃນໄລຍະຜ່ານມາ ແລະ ແຜນການພົວພັນຮ່ວມມືໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງ ກໍ່ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ສູນປະຊຸມ ແລະ ວາງສະແດງສາກົນ, ປາຕຼີອົດ, ກູບີນກາ, ມົດສະກູ. ສະຫະພັນຣັດເຊຍ. ມີບັນດາຜູ້ແທນຈາກ 70 ກວ່າປະເທດ ແລະ ມີ 1000 ກວ່າບໍລິສັດເຂົ້າຮ່ວມ. ຊື່ງໃນປີນີ້ໄດ້ຈັດຂຶ້ນເປັນຄັ້ງທີ 10 ແລະ ໄດ້ກາຍເປັນໜຶ່ງໃນງານວາງສະແດງຜະລິດຕະພັນອຸປະກອນເຕັກນີກການທະຫານທີ່ໃຫຍ່ທີ່ສຸດ, ປະກອບສ່ວນຢ່າງຈີງຈັງເຂົ້າໃນການພັດທະນາການຮ່ວມມືດ້ານເຕັກນີກການທະຫານລະຫວ່າງບັນດາປະເທດເປັນປະຈຳທຸກໆປີ. ແລະ ໄດ້ຮັບຄວາມສົນໃຈຈາກຕົວແທນຜູ້ຊ່ຽວຊານ ແລະ ສື່ມວນຊົນຈາກຕ່າງປະເທດຢ່າງສະໝໍ່າສະເໝີ. ພາຍໃນງານວາງສະແດງຈະມີຜະລິດຕະພັນປະມານ 1.500 ລາຍການໃນນັ້ນລວມມີ: ບັນດາເຕັກໂນໂລຊີຕ່າງໆຫຼາກຫຼາຍຮູບແບບ, ມີທັງອາວຸດຍຸດໂທປະກອນເຕັກນິກການທະຫານທີ່ມີຄວາມທັນສະໄໝທີ່ສຸດ, ລະບົບການສື່ສານ, ລະບົບປ້ອງກັນສ່ວນບຸກຄົນ, ການຊ່ວຍເຫຼືອກທາງການແພດສໍາລັບກອງທັບ, ລະບົບການປ້ອງກັນອັດຕະໂນມັດ ລະບົບນີ້ຈະຊ່ວຍໃນການກວດພົບ ແລະ ທຳລາຍເປົ້າໝາຍໃນທັນທີ ເຮັດໃຫ້ລະບົບນີ້ຂາດບໍ່ໄດ້ໃນສະໜາມຮົບ , ລະບົບເຮຶອບິນບໍ່ມີຄົນຂັບ(ໂດຣນ)ທີ່ຕິດຕັ້ງອຸປະກອນເອເລັກໂຕຼນີກສູ້ຮົບ ຊື່ງເປັນຍານພາຫະນະທາງອາກາດທີ່ຖືກນຳໃຊ້ເພີ່ມຂື້ນໃນສົງຄາມທີ່ທັນສະໄໝ ແລະ ໄດ້ຮັບຄວາມສົນໃຈເປັນພິເສດ, ມີຫຸ່ນຍົນບັງຄັບທາງໄກ, ລັດຕັງ ຫຼື ລົດຫຸ້ມເກາະຊື່ງເປັນລົດທີ່ມີຄວາມແໜ້ນໜາທົນທານກັບສະພາບແວດລ້ອມຕ່າງໆ ມີຄວາມວ່ອງໄວໃນການເຄື່ອນທີ່ໃນສະໜາມຮົບຕ່າງໆ, ມີລົດບັນທຸກໃຊ້ສຳລັບໃນການຂົນສົ່ງ, ພາຫະນະສູ້ຮົບຊະນິດຕ່າງໆຫຼາກຫຼາຍຮູບແບບມີທັງຂະໜາດນ້ອຍຈົນໄປເຖີງຂະໜາດໃຫຍ່ ແລະ ມີຍົນເຮເລຄ໋ອບເຕີໂຈມຕີ ແລະ ຍົນເຮເລຄ໋ອບເຕີໂດຍສານ ຈໍານວນໜຶ່ງທີ່ມີຄວາມກ້າວໜ້າ ແລະ ທັນສະໄໝທີ່ສຸດ, ຕະຫຼອດຮອດບັນດາເຕັກໂນໂລຢີປັນຍາປະດິດອື່ນໆຈໍານວນຫຼວງຫຼາຍ, ຮັບປະກັນຄຸນນະພາບ ແລະ ຄວາມໜ້າເຊື່ອຖືຂອງຜະລິດຕະພັນ, ມີເອກະລັກສະເພາະຕົວທີ່ໂດດເດັ່ນຈາກປະເທດຣັດເຊຍ ຊຶ່ງມີບໍລິສັດຊັ້ນນຳທີ່ມີຊື່ສຽງໂດ່ງດັ່ງ ແລະ ໄດ້ຮັບການຍອມຮັບຍ້ອງຍໍໃນລະດັບສາກົນ. ພາຍໃນງານຜູ້ເຂົ້າຮ່ວມ ໄດ້ມີໂອກາດທົດລອງເຄື່ອງຝຶກແອບຈຳລອງຂອງອຸປະກອນເຕັກນິກການການທະຫານ ແລະ ເຕັກໂນໂລຊີດ້ານວິທະຍາສາດປະເພດຕ່າງໆ. ນອກນັ້ນຍັງມີ 4 ປະເທດ ໄດ້ສົ່ງບໍລິສັດຂອງຕົນເຂົ້າຮ່ວມງານວາງສະແດງຄື: ສປ ຈີນ, ເບຣາລຸດ, ອີຣານ, ອິນເດຍ ແລະ ຕົວແທນບໍລິສັດຈາກຕ່າງປະເທດທີ່ລົງທະບຽນເຂົ້າຮ່ວມຫຼາຍກວ່າ 120 ແຫ່ງ. ພ້ອມດຽວກັນນີ້ກໍໄດ້ເປັນບ່ອນພົບປະ, ປືກສາຫາລື, ແລກປ່ຽນປະສົບການ, ເພີ່ມທະວີການຮ່ວມມືດ້ານການຜະລິດ, ສະໜອງອຸປະກອນເຕັກນິກການທະຫານໃຫ້ບັນດາບໍລິສັດຕ່າງໆຂອງຣັດເຊຍ ແລະ ບໍລິສັດອື່ນໆຈາກຕ່າງປະເທດ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ຊຸກຍູ້ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ. ໃນງານວາງສະແດງອຸປະກອນເຕັກນິກການທະຫານ 2024 ນີ້. ບໍ່ພຽງແຕ່ສະແດງໃຫ້ເຫັນເຖີງບັນດາຜົນງານໃໝ່ດ້ານວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ ແລະ ນຳສະເໜີອາວຸດຍຸດໂທປະກອນທີ່ໄດ້ຮັບການປັບປຸງ ຫາກຍັງແມ່ນວິທີການໜຶ່ງໃນວິໄສທັດຍຸດທະສາດໃນການພັດທະນາອຸປະກອນເຕັກນິກການທະຫານຂອງກຳລັງປະກອບອາວຸດໃນຊຸມປີຕໍ່ໜ້າອີກດ້ວຍ

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະກໍ່ໄດ້ຢ້ຽມຊົມງານວາງສະແດງອຸປະກອນເຕັກນິກການທະຫານ 2024 ຊຶ່ງໃນນີ້ໄດ້ຢ້ຽມຊົມບູດວາງສະແດງບໍລິສັດອາວມາສ-ອັນເຕວ ບໍລິສັດຜະລິດລະບົບປ້ອງກັນອາກາດ ແລະ ເຣດາ, ຢ້ຽມຊົມບູດວາງສະແດງບໍລິສັດເຮເລຄ໋ອບເຕີຣັດເຊຍ, ບໍລິສັດ ໂຣສອາບາໂຣນເອັກສະປອດ ແລະ ພົບປະກັບບໍລິສັດອື່ນໆຈຳນວນໜຶ່ງຕື່ມອີກ. ໃນເວລາຕໍ່ມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ກໍ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ສະຫາຍ ດີມີຕຼີ ເມັດເວເດັບ, ຮອງປະທານສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ. ເຂົ້າຢ້ຽມຊົມຫໍພິພິທະພັນກອງທັບ, ເຂົ້າຢ້ຽມເຄົາລົບສຸສານສະຖານຂອງທ່ານ ເລນິນ ຢູ່ທີ່ສະໜາມແດງ ຂ້າງວັງແກລມແລງ, ຊື່ງສະຖານທີ່ແຫ່ງນີ້ ມີນັກທ່ອງທ່ຽວຈຳນວນຫຼວງຫຼາຍໄດ້ລຽນແຖວເຂົ້າມາເຄົາລົບທີ່ສຸສານທ່ານເລນິນ ເປັນປະຈຳ, ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວສຳຄັນຕ່າງໆ ທີ່ນະຄອນຫຼວງມົດສະກູ ສ.ຣັດເຊຍ.

ຜົນສຳເລັດໃນການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫຼວງມົດສະກູ ສ.ຣັດເຊຍ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງ ໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຣັດເຊຍ, ຣັດເຊຍ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໝັ້ນຄົງທະນົງແກ່ນແຕກດອກອອກຜົນຈະເລີນງອກງາມຂື້ນຢ່າງບໍ່ຢຸດຢັ້ງ.

ພາບ-ຂ່າວ:ຮ້ອຍເອກ ທອງມາ ໄຊຍະເພັງສາ

lo ພາສາລາວ
Let's chat on WhatsApp

ສະບາຍດີ 

03:49