ການນໍາຂັ້ນສູງ ສປ ຈີນ ເຂົ້າໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ.



ໃນວັນທີ 3 ເມສາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຕ້ອນຮັບການນໍາຂັ້ນສູງຂອງ ສປ ຈີນ ມາຮ່ວມພິທີເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງນຳໂດຍສະຫາຍ ຫວາງອີ້ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດຈີນ ພ້ອມດ້ວຍຄະນະ ຈາກກະຊວງການຕ່າງປະເທດຈີນ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ໂດຍການຕ້ອນຮັບຂອງ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານສະຖານທູດ; ເນື້ອໃນທີ່ ສະຫາຍ ຫວາງອີ້ ໄດ້ຂຽນໃນປຶ້ມໄວ້ອາໄລ ວ່າ: “ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ”.
ໃນໂອກາດດັ່ງກ່າວ, ສະຫາຍ ຫວາງອີ້ ຍັງໄດ້ຕາງໜ້າໃຫ້ການນໍາຂັ້ນສູງຂອງ ສປ ຈີນ ຄື: ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ; ສະຫາຍ ຫຼີສຽງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ນາຍົກລັດຖະມົນຕີຈີນ; ສະຫາຍ ຈ້າວ ເລີ້ຈີ້ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາປະຊາຊົນທົ່ວປະເທດຈີນ ແລະ ສະຫາຍ ຫວັງ ຮູໜິງ ກຳມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ເຂົ້າວາງພວງມາລາ ໄວ້ອາໄລເຖິງດວງວິນຍານ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ.
ພ້ອມດຽວກັນນັ້ນ, ສະຫາຍ ຫວາງອີ້ ຍັງໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ລັດຖະບານລາວ, ປະຊາຊົນລາວ ຕະຫຼອດຮອດຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ພ້ອມທັງຕີລາຄາສູງຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຕໍ່ພາລະກິດຕໍ່ສູ້ກູ້ຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພາລະກິດປ່ຽນແປງໃໝ່ ແລະ ສາຍພົວພັນມິດຕະພາບລາວ-ຈີນ ຕະຫຼອດຊີວິດຂອງເພິ່ນ.
ໃນໂອກາດນີ້, ສະຫາຍ ສົມພອນ ສີຈະເລີນ ກໍໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄື ຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການນໍາພັກ-ລັດ ຈີນ ແລະ ຢືນຢັນຈະສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມືລາວ-ຈີນ ໃຫ້ກ້າວສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ໃນວັນດຽວກັນ, ສະຫາຍ ສົມພອນ ສີຈະເລີນ ຍັງໄດ້ນໍາພາພະນັກງານສະຖານທູດ ແລະ ຊ່ຽວຊານລາວທີ່ເຮັດວຽກຢູ່ ສປ ຈີນ ຮ່ວມໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຢ່າງພ້ອມພຽງ.
ສະຖານທູດລາວ ຈະເປີດໃຫ້ພາກສ່ວນກ່ຽວຂ້ອງຂອງປະເທດເຈົ້າພາບ, ບັນດາທຸຕານຸທູດຕ່າງປະເທດ ປະຈໍາ ສປ ຈີນ ແລະ ນັກຮຽນ-ນັກສຶກສາລາວ ຢູ່ນະຄອນຫຼວງປັກກິ່ງ ເຂົ້າມາເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໃນວັນທີ 4, 5 ແລະ 7 ເມສາ 2025, ເລີ່ມແຕ່ເວລາ 10:00-12:00 ໂມງ ແລະ 14:00-16:00 ໂມງ.