ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເສີມຂະຫຍາຍມູນເຊື້ອການນຳພາຂອງພັກ ເຂົ້າໃນການປັບປຸງກໍ່ສ້າງກົມກອງ ໃຫ້ເປັນກອງວັດທະນະທຳ.

Image Not Found

ສະຫາຍ ພັນຕີ ເພັງ ວິໄລ ເລຂາໜ່ວຍພັກ, ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 113 ໄດ້ໃຫ້ສຳພາດເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິບັດລາວ ຄົບຮອບ 70 ປີວ່າ: ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງ ຍິ່ງຕໍ່ການກຳເນີດເຕີບໃຫ່ຍຂະຫຍາຍຕົວຂອງພັກເຮົາຕະຫຼອດໄລຍະ 70 ປີ ຜ່ານມາ ເຫັນວ່າພັກ ໄດ້ນໍາພາ-ຊີ້ນຳ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຄວາມຈະເລີນກ້າວໜ້າໃນທຸກດ້ານ ໃນນີ້ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ກໍມີຄວາມໜັກແໜ້ນເຂັ້ມແຂງທັນສະໄໝຂຶ້ນເທື່ອລະກ້າວ. ໂດຍພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກ. ເວົ້າສະເພາະ ຢູ່ກອງຮ້ອຍທະຫານຊາຍແດນ 113 ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອການນຳພາຂອງພັກ ເຂົ້າໃນການປັບປຸງ ແລະ ພັດທະນາກົມກອງ ຂອງຕົນໃຫ້ດີຂຶ້ນ ແລະ ນັບມື້ນັບເຂັ້ມແຂງໜັກແໜ້ນຂຶ້ນເທື່ອລະກ້າວ. ໃນນີ້, ເວົ້າສະເພາະການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງກົມກອງໃນ 1 ປີ ຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ຈັດຕັ້ງກໍາລັງເຄື່ອນໄຫວຕິດຕາມກວດກາສະພາບເສັ້ນ ຊາຍແດນ, ຫຼັກໝາຍຊາຍແດນ ເປັນປົກກະຕິເດືອນລະ 2 ຄັ້ງ, ເກັບກຳສະພາບປະຊາຊົນ ບັນດາເຜົ່າ ເກັບກຳສະພາບການຕ່າງໆ ຂອບເຂດກົມກອງຕັ້ງທັບທົ່ວເຖິງທັນການ ແລະ ສະຫຼຸບ ສັງລວມສ່ອງແສງລາຍງານ ໃຫ້ຂັ້ນເທິງເປັນປົກກະຕິ ພ້ອມທັງ ຈັດຕັ້ງກຳລັງ ລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນຮາກຖານບ້ານ, ຈັດຕັ້ງດໍາເນີນຮ່ວມຊີວິດ ໜ່ວຍພັກເປັນປົກກະຕິ ເດືອນລະຄັ້ງ ຄັດເລືອກເອົາມະຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າເປັນສະມາຊິກພັກ ໃນປີຜ່ານມາສາມາດຫາຍໄດ້ 6 ສະຫາຍ, ຮັກສາໄດ້ໜ່ວຍພັກປອດໃສ ແຂັມແຂງ ໜັກແໜ້ນ ປະຈຳປີ 2024 ພ້ອມກັນນີ້, ຍັງໄດ້ເອົາໃຈໃສ່ ສຶກສາອົບຮົມ ການເມືອງແນວຄິດ ໃຫ້ພະນັກງານສະມາຊິກພັກ, ນາຍ ແລະ ພົນທະຫານ ພາຍໃນກົມກອງມີແນວຄິດ ອຸ່ນອ່ຽນເຊື່ອໝັ້ນຕໍ່່ການນຳພາຂອງພັກ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ສ້າງແຜນກຳນົດພະນັກງານ ສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ປະຕິບັດຕາມຄໍາສັງ ຂອງຂັ້ນເທິງ ທີ່ວ່າພະນັກງານ ມີຂຶ້ນມີລົງ, ມີເຂົ້າມີອອກ ຢ່າງແຂ້ມງວດ. ນອກນີ້ ຍັງໄດ້ກໍ່ສ້າງບຳລຸງ ພະນັກງານ ດ້ວຍຫຼາຍຮູບແບບ ເປັນຕົ້ນແມ່ນກໍ່ສ້າງພະນັກງານ ຢູ່ກັບທີ່ພາຍໃນກົມກອງ, ສົ່ງໄປຮຽນຢູ່ ພາຍໃນ ແລະ ຕ່າງປະເທດ, ສົ່ງໄປຮຽນທິດສະດີການເມືອງ – ການປົກຄອງ ທັງໝົດ ຈຳນວນ 9 ສະຫາຍ, ຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກ ຂອງກອງທັບ ຢ່າງເຂັ້ມງວດ, ຈັດຕັ້ງຫັດແອບຮໍ່າຮຽນການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະຊາຍແດນ ໄດ້ 2 ໄຕມາດ ຕາມຂັ້ນເທິງກຳນົດ ພ້ອມທັງປັບປຸງລະບຽບແບບແຜນດີຂຶ້ນກວ່າເກົ່າປົກປັກຮັກສາພາຫະນະເຕັກນິກ, ວັດຖຸສິ່ງຂອງຮັບໃຊ້ຕ່າງໆ ບໍ່ໃຫ້ຕົກເຮ່ຍເສຍຫາຍ ໂດຍບໍ່ມີເຫດຜົນ ແລະ ນຳໃຊ້ໄດ້ຢ່າງຍາວນານ, ຈັດຕັ້ງປູກຝັງ-ລ້ຽງສັດ ຕາມຄວາມສາມາດຂອງກົມກອງ ແລະ ຈັດຕັ້ງເຮັດກິດຈະກຳອື່ນໆ ຫາລາຍໄດ້ເຂົ້າຄັງລວມ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງກົມກອງດີຂຶ້ນເທື່ອລະກ້າວ. ນອກນັ້ນ ຍັງໄດ້ ພົວພັນຮຽກສ່ຽວ ກັບ ບັນດາສໍານັກງານ, ອົງການ, ກົມກອງເພື່ອນມິດ ແລະ ຮ່ວມມືຮັກແພງຊ່ວຍເຫຼືອອໍານາດການປົກຄອງ, ພໍ່ແມ່ປະຊາຊົນບັນດາເຜົ່າ ຂອບເຂດກົມກອງຕັ້ງທັບເປັນຢ່າງດີ.

ສະຫາຍ ພັນຕີ ເພັງ ວິໄລ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ ຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານສະມາຊິກພັກ, ນາຍ ແລະ ພົນທະຫານ ມີແນວຄິດໜັກແໜ້ນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ, ສືບຕໍ່ຈັດຕັ້ງກໍາລັງເຄື່ອນໄຫວ, ຕິດຕາມກວດກາສະພາບເສັ້ນຊາຍແດນບໍລິເວນຊາຍແດນ ແລະ ຫຼັກໝາຍແດນ ຂອບເຂດກົມກອງຮັບຜິດຊອບ ໃຫ້ເປັນປົກກະຕິທົ່ວເຖິງ, ຈັດຕັ້ງກໍາລັງເຄື່ອນໄຫວເກັບກຳສະພາບປະຊາຊົນບັນດາເຜົ່າຂອບເຂດກົມກອງຮັບຜິດຊອບໃຫ້ເປັນປົກກະຕິທົ່ວເຖິງ ທັງສະຫຼຸບລາຍງານ ໃຫ້ຂັ້ນເທິງ, ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ຂອບ ເຂດກົມກອງຮັບຜິດຊອບ. ທັງປັບປຸງຕາໜ່າງປ້ອງກັນຊາດ – ປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ, ສືບຕໍ່ຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບ ກໍຄື 7 ລະບອບ 18 ວຽກໃນມື້ໜື່ງຂອງກອງທັບໃຫ້ແຂັມງວດຂື້ນກວ່າເກົ່າ, ຈັດຕັ້ງເຝິກແອບຮໍ່າຮຽນການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະ ຊາຍແດນ ແລະ ປັບປຸງລະບຽບແບບແຜນໃຫ້ດີຂຶ້ນ, ດໍາເນີນຊີວິດການເມືອງພາຍໃນໜ່ວຍພັກເປັນປົກກະຕິ ຕິດພັນກັບຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ເພື່ອສ້າງເປັນກອງວັດທະນະທຳ-ນັກຮົບວັດທະນະທຳ.

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ອວຍພອນແດ່ການນໍາພັກ-ລັດທຸກຂັ້ນ ຈົງມີອາຍຸໝັ້ນຂວັນພື້ນສືບຕໍ່ຊີ້ນໍາ-ນໍາພາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັງອວຍພອນຄະນະພັກ – ຄະນະບັນຊາ ນາຍ ແລະ ພົນທະຫານພາຍໃນກົມກອງຈົ່ງມີສຸຂະພາບ ແຂັມແຂງ ພ້ອມກັນເຮັດສໍາໜ້າທີ່ວຽກງານທີ່ການຈັດຕັ້ງຂັນເທິງມອບໝາຍ.