ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ຊຸດທີ II

Image Not Found

ວັນທີ 27 ມີນາ 2025, ກອງວິທະຍຸກະຈາຍສຽງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ຊຸດທີ II, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.

ສະຫາຍ ພັນໂທ ສຸກຂີ ວົງພິມ ຮອງຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ, ໄດ້ເຜີຍແຜ່ບົດລາຍງານຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ, ຜ່ານຮ່າງມະຕິກອງປະຊຸມ ແລະ ບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ. ເຊິ່ງໃນກອງປະຊຸມໄດ້ຄົ້ນຄວ້າຕົກລົງຫຼາຍບັນຫາສໍາຄັນ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ໂດຍໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ໃນ 5 ປີຜ່ານມາ, ເຊິ່ງສາມາດເຮັດຫຼ້ອນໜ້າທີ່ທີ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມນັ້ນ, ກໍໄດ້ພ້ອມກັນເປັນເຈົ້າການໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຈຳນວນ 15 ສະຫາຍ, ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 15 ສະຫາຍ ແລະ ສໍາຮອງ 3 ສະຫາຍ, ໄປຮ່ວມກອງປະຊຸມໃຫ່ຍຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ແລະ ກອງປະຊຸມຄົບຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ VI ກອງປະຊຸມຄັ້ງປະຖົມມະລຶກຍັງໄດ້ເອກະສັນເລືອກຕັ້ງເອົາຄະນະປະຈຳພັກ 5 ສະຫາຍ ເພື່ອເປັນແກ່ນສານຊີ້ນໍາ-ນໍາພາກົມໃຫຍ່ການເມືອງກອງທັບ ໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸໃນການປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ປະກອບສ່ວນພັດທະນາກອງທັບ ໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝ.

ໂອກາດນີ້, ສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ-ນັກຮົບໃນທົ່ວກອງວິທະຍຸກະຈາຍສຽງກອງທັບ, ຈົ່ງພ້ອມກັນເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມເປັນເອກະພາບສູງຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ແລະ ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບໃຫ້ປະກົດຜົນເປັນຈິງ ໂດຍຕິດພັນກັບການຍູ້ແຮງຂະບວນການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ, ເພື່ອສ້າງກົມກອງ ກໍຄືກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ- ພາບ: ປູນາ.