ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ສາລະໜ້າຮູ້

ໄຂຂໍ້ຂ້ອງໃຈ: “ດອກຢາງ” ບໍ່ໄດ້ມີໄວ້ເພື່ອໃຫ້ລົດເກາະຖະໜົນ ແລ້ວໜ້າທີ່ແທ້ຈິງແມ່ນຫຍັງ?

Life | ຫຼາຍຄົນຍັງເຂົ້າໃຈຜິດ! ຄິດວ່າການທີ່ລົດເກາະຖະໜົນໄດ້ດີ ເປັນຍ້ອນເຮົາມີ “ດອກຢາງ” ທີ່ເລິກແລະໜາ… ແຕ່ໃນຄວາມເປັນຈິງແລ້ວ ມັນກົງກັນຂ້າມເລີຍ! ❌ ເພາະສິ່ງທີ່ເຮັດໃຫ້ລົດເກາະຖະໜົນໄດ້ດີທີ່ສຸດ ກໍຄື “ໜ້າຢາງລຽບໆ ທີ່ສຳຜັດກັບພື້ນສະໜິດ” (ຄືກັນກັບລົດແຂ່ງສູດໜຶ່ງ F1 ທີ່ໃຊ້ຢາງຫົວໂລ້ນໃນສະໜາມແຫ້ງ ເພື່ອໃຫ້ເກາະຖະໜົນໄດ້ສູງສຸດ) 🏎‍🟀 🌊 ແລ້ວ “ດອກຢາງ” ມີໄວ້ເຮັດຫຍັງ?ໜ້າທີ່ແທ້ຈິງແລະສຳຄັນທີ່ສຸດຂອງດອກຢາງຄື “ການຮີດນ້ຳ”! ເມື່ອຝົນຕົກ ຫຼື ຖະໜົນປຽກ: ດອກຢາງແລະຮ່ອງຢາງຈະເຮັດໜ້າທີ່ເປັນຮ່ອງລະບາຍນ້ຳ ອອກຈາກໜ້າຢາງຢ່າງໄວວາ. ປ້ອງກັນການເຫີນນ້ຳ (Hydroplaning): ຖ້າບໍ່ມີດອກຢາງ ນ້ຳຈະກາຍເປັນແຜ່ນບາງໆ ຂັ້ນກາງລະຫວ່າງຢາງກັບພື້ນຖະໜົນ ເຮັດໃຫ້ລົດເສຍການຊົງຕົວ ແລະ ລອຍເຄວ້ງທັນທີ. 💡 ສະຫຼຸບງ່າຍໆ: ດອກຢາງບໍ່ໄດ້ຊ່ວຍໃຫ້ເກາະຖະໜົນໃນສະພາບປົກກະຕິ…

ເຕືອນໄພລະດູຝົນ! ວິທີແຍກ “ງູມີພິດ” ແລະ “ງູບໍ່ມີພິດ” ແບບນັກວິທະຍາສາດເບິ່ງແນວໃດໃຫ້ປອດໄພ?

ພໍແຕ່ເຂົ້າສູ່ລະດູຝົນຢ່າງເຕັມໂຕ ບັນຫາໜຶ່ງທີ່ເຮັດໃຫ້ຫຼາຍຄົນຕ້ອງຕົກໃຈກໍຄື “ງູ” ທີ່ມັກມາລີ້ຊົ້ນຢູ່ຕາມບໍລິເວນເຮືອນຊານ. ແຕ່ເຈົ້າຮູ້ບໍ່ວ່າ? ບໍ່ແມ່ນງູທຸກໂຕທີ່ຈະເປັນອັນຕະລາຍຮ້າຍແຮງເຖິງຊີວິດ.ມື້ນີ້ພວກເຮົາໄດ້ຮວບຮວມຂໍ້ມູນທາງວິທະຍາສາດ ແລະ ຫຼັກການຄັດແຍກຈາກນັກສັດຕະວະວິທະຍາ ທີ່ຈະຊ່ວຍໃຫ້ທ່ານສັງເກດໄດ້ຢ່າງມືອາຊີບ ແລະ ປອດໄພທີ່ສຸດ. 👁️ 4 ຈຸດສັງເກດຫຼັກທາງກາຍະວິພາກຂອງງູນັກວິທະຍາສາດດ້ານສັດເລືອດເຢັນໄດ້ສະຫຼຸບລັກສະນະທາງກາຍະພາບທີ່ສາມາດໃຊ້ຈຳແນກງູສ່ວນໃຫຍ່ໄດ້ດັ່ງນີ້:

4 ຂັ້ນຕອນງ່າຍໆ ຈັດການ “ເລືອດກຳເດົາໄຫຼ” ໃຫ້ຢຸດພາຍໃນ 5 ນາທີ ⏱️🩸

⚠️ ຂໍ້ຄວນລະວັງເພີ່ມເຕີມ:ຫາກມີອາການເລືອດກຳເດົາໄຫຼດຸຕະຫຼອດແບບຜິດປົກກະຕິ (ເຊັ່ນ: ເປັນເກືອບທຸກມື້ ຫຼື ອາທິດລະຫຼາຍໆຄັ້ງ) ໃຫ້ຟ້າວໄປພົບແພດທັນທີ.

ຢ່າຟ້າວຖິ້ມ! ເປືອກໝາກນາວ ມີປະໂຫຍດຫຼາຍກວ່າທີ່ທ່ານຄິດ?

Life | ຫຼາຍຄົນບີບນ້ຳໝາກນາວແລ້ວ ກໍມັກຈະຖິ້ມເປືອກມັນໄປລ້າໆ… ແຕ່ຮູ້ບໍ່ວ່າ ເປືອກໝາກນາວທີ່ເບິ່ງຄືຂີ້ເຫຍື້ອ ນັ້ນຄື “ຄັງສົມບັດ” ໃນການເຮັດຄວາມສະອາດເຮືອນ! 🧼✨ ນີ້ຄື 3 ປະໂຫຍດສຸດວ້າວ ທີ່ທ່ານອາດຍັງບໍ່ຮູ້: 🧼 ດັບກິ່ນຄາວເທິງຂຽງ: ຫຼັງຈາກຊອຍຊີ້ນ ຫຼື ປາ, ໃຫ້ເອົາເປືອກໝາກນາວມາຖູໃສ່ ຂຽງ ໃຫ້ທົ່ວ. ກິ່ນຄາວທີ່ຕິດແໜ້ນຈະຫາຍໄປທັນທີ ພ້ອມໃຫ້ກິ່ນຫອມສົດຊື່ນ. ✨ ປາບຄາບມົວເທິງແວ່ນ: ແວ່ນຫ້ອງນ້ຳ ຫຼື ແວ່ນລົດ ທີ່ມີຄາບນ້ຳຝັງເລິກ? ໃຊ້ເປືອກໝາກນາວຖູໃສ່ ຈາກນັ້ນເຊັດອອກດ້ວຍຜ້າສະອາດ, ຄາບມົວຈະຫາຍໄປ 💦. 🐜 ໄລ່ມົດ ແລະ ແມງໄມ້: ກິ່ນນ້ຳມັນຫອມລະເຫີຍໃນເປືອກໝາກນາວ ຄືສິ່ງທີ່ມົດກຽດທີ່ສຸດ.…

7 ຜົນຂ້າງຄຽງຈາກ “ການນອນຕອນຜົມປຽກ” ທີ່ຫຼາຍຄົນເບິ່ງຂ້າມ! ❌💤

Health | ຮູ້ຫຼືບໍ່? ການຟ້າວນອນທັງໆທີ່ຜົມຍັງປຽກ ຫຼື ຍັງແຫ້ງບໍ່ສະໜິດ ບໍ່ແມ່ນພຽງແຕ່ເລື່ອງຂອງຄວາມຂີ້ຄ້ານ ແຕ່ມັນກຳລັງ “ທຳລາຍ” ສຸຂະພາບໜັງຫົວ ແລະ ເສັ້ນຜົມຂອງທ່ານໂດຍບໍ່ຮູ້ຕົວ! 😱 ນີ້ຄື 7 ໄພງຽບທີ່ທ່ານຕ້ອງລະວັງ: 1️⃣ເຊື້ອລາແຊກຊຶມ 🍄ຄວາມປຽກຊຸ່ມເປັນບ່ອນສະສົມຂອງເຊື້ອຣາ ແລະ ເຊື້ອຈຸລິນຊີເທິງໝອນ ເຊິ່ງເປັນສາເຫດຫຼັກຂອງອາການຄັນ ແລະ ກິ່ນເໝັນອັບ. 2️⃣ບັນຫາລັງແຄຕາມມາ ❄️ເມື່ອໜັງຫົວເສຍສົມດຸນຈາກຄວາມຊຸ່ມ, ລັງແຄຈະເກີດຂຶ້ນໄດ້ງ່າຍກວ່າປົກກະຕິ ແລະ ປິ່ນປົວຍາກກວ່າທີ່ຄິດ. 3️⃣ຜົມຂາດ ແລະ ຫຼົ່ນງ່າຍ 📉ໃນເວລາທີ່ຜົມປຽກ, ເສັ້ນຜົມຈະມີຄວາມອ່ອນແອທີ່ສຸດ. ການສຽດສີກັບໝອນຂະນະນອນ ຈະເຮັດໃຫ້ຜົມແຕກປາຍ ແລະ ຫຼົ່ນໄດ້ງ່າຍ. 4️⃣ໜັງຫົວອັກເສບ 🔥ຄວາມຊຸ່ມທີ່ສະສົມໄວ້ດົນໆ ອາດເຮັດໃຫ້ເກີດຕຸ່ມຄັນ…

ຫຼາຍຄົນກິນຜິດມາຕະຫຼອດ! “ອະໂວຄາໂດ” ກິນຄູ່ກັບສິ່ງນີ້ ຮ່າງກາຍດູດຊຶມສານອາຫານໄດ້ດີກວ່າເກົ່າ!

Health | ຮູ້ຫຼືບໍ່? ອະໂວຄາໂດ ເປັນ Superfood ທີ່ມີປະໂຫຍດສູງຫຼາຍ ແຕ່ຖ້າເຈົ້າກິນມັນ “ຫຼ້າໆ” ຫຼື ກິນຄູ່ກັບຂອງຫວານຈັດໆ… ບອກເລີຍວ່າເຈົ້າອາດຈະພາດປະໂຫຍດທີ່ແທ້ຈິງໄປແລ້ວ! 😱 ເຄັດລັບທີ່ຫຼາຍຄົນບໍ່ຮູ້ຄື “ອະໂວຄາໂດ” ຕ້ອງກິນຄູ່ກັບ “ໝາກເລັ່ນ” (ຫຼື ຜັກໃບຂຽວທີ່ມີວິຕາມິນເອ ແລະ ໄລໂຄປີນ) 🍅🥬 💡 ເປັນຫຍັງຕ້ອງກິນຄູ່ກັນ?ໃນອະໂວຄາໂດມີ ໄຂມັນດີ (Healthy Fats) ທີ່ມີຄຸນສົມບັດພິເສດ ເປັນຕົວຊ່ວຍລະລາຍ ແລະ ເລັ່ງການດູດຊຶມສານຕ້ານອະນຸມູນອິດສະຫຼະຢ່າງ Lycopene ແລະ Beta-carotene ໃນໝາກເລັ່ນໃຫ້ສູງຂຶ້ນເຖິງ 4-15 ເທົ່າ! 📈 ເວົ້າງ່າຍໆຄື: ຖ້າກິນໝາກເລັ່ນຫຼ້າໆ…

ການແຂ່ງຂັນຮອບແບ່ງກຸ່ມ World Cup 2026⚽🏆 ໄດ້ປິດສາກລົງແລ້ວ ພ້ອມກັບຫຼາກຫຼາຍຄວາມຊົງຈຳ ແລະ ອາລົມຄົບທຸກລົດຊາດ! 🔥

ໃນການແຂ່ງທີ່ຜ່ານມານັ້ນ ໄດ້ມອບຄວາມມັນແບບດຸເດືອດ, ວິນາທີການຍິງປະຕູສຸດສະໃຈ ແລະ ເລື່ອງລາວທີ່ໜ້າປະທັບໃຈຫຼາຍເຫດການໃຫ້ກັບແຟນບານທົ່ວໂລກ⚽️ ແລະ ຕອນນີ້, ການແຂ່ງຂັນກຳລັງຈະກ້າວເຂົ້າສູ່ຊ່ວງທີ່ຕື່ນເຕັ້ນ ແລະ ເຂັ້ມຂຸ້ນກວ່າເກົ່າ ກັບການແຂ່ງຂັນຮອບຄັດອອກທີ່ພາດບໍ່ໄດ້ແຕ່ວິນາທີດຽວ🏆📺 LaoTV ຈະຍັງຄົງຢູ່ຄຽງຂ້າງແຟນບານທຸກທ່ານ ເພື່ອຖ່າຍທອດສົດທຸກໆນັດການແຂ່ງຂັນ, ທຸກໆປະຕູ ແລະ ທຸກຄວາມປະທັບໃຈຂອງ World Cup 2026 ແບບເຕັມອີ່ມ.🎉ມາຮ່ວມເຊຍ ແລະ ຕິດຕາມເສັ້ນທາງແຫ່ງແຊ້ມໂລກໃນ World Cup 2026 ໄປນຳກັນຜ່ານ LaoTV! unitellao #Unitellaoeshop #LaoTV #unitel_fifa #laotv_worldcup2026

🔥⚽ ຄໍບານຕ້ອງບໍ່ພາດ! ຄັງ VDO WORLD CUP 2026 ແບບຈັດເຕັມຢູ່ LaoTV ⚽🔥

World Cup 2026 ກຳລັງເດືອດສຸດໆ! ຢາກເບິ່ງຊັອດເດັດ ຫຼື ນັດໃດຍ້ອນຫຼັງ LaoTV ມີໃຫ້ຄົບ, ອັບເດດໄວທັນໃຈຕະຫຼອດ 24 ຊົ່ວໂມງ 📺🏆 ຢູ່ LaoTV ມີຫຍັງແດ່?⚽ ເບິ່ງບານຍ້ອນຫຼັງແບບເຕັມເວລາ (Full Match) ທຸກຄູ່🔥 ໄຮໄລ້ (Highlight) ມາໄວທັນໃຈຫຼັງຈົບເກມ📰 ຂ່າວສານວົງການບານໂລກ ອັບເດດໃໝ່ທຸກມື້📊 ເຊັກຕາຕະລາງຄະແນນໄດ້ງ່າຍໆ ບໍ່ມີພາດ ພາບຄົມຊັດ, ສຽງແໜ້ນ, ເບິ່ງມື່ນໄຫຼທຸກອຸປະກອນ ເໝືອນຍົກສະໜາມບານມາໄວ້ໃນມືທ່ານ 📱⚡ 👉 ເຂົ້າເບິ່ງ LaoTV ເລີຍມື້ນີ້:https: unitel_fifa laotv_worldcup2026 LaoTV

ເຊີຣີ” ໝາກໄມ້ດີຕໍ່ສຸຂະພາບ ຊ່ວຍໃຫ້ຫລັບສະບາຍ ແລະ ຫລຸດການອັກເສບ

ຜົນການສຶກສາທາງການແພດເປີດເຜີຍວ່າ “ເຊີຣີ” (Cherry) ບໍ່ພຽງແຕ່ເປັນໝາກໄມ້ທີ່ມີລົດຊາດແຊບເທົ່ານັ້ນ ແຕ່ຍັງມີຄຸນປະໂຫຍດຫຼາກຫຼາຍຕໍ່ຮ່າງກາຍ ໂດຍສະເພາະແມ່ນການຊ່ວຍເລື່ອງການນອນຫຼັບ ແລະ ຫຼຸດຜ່ອນອາການອັກເສບ ໂດຍມີລາຍລະອຽດທີ່ໜ້າສົນໃຈດັ່ງນີ້: ການຮັບປະທານເຊີຣີສົດ ຫຼື ດື່ມນ້ຳເຊີຣີສະກັດເຂັ້ມຂຸ້ນເປັນປະຈຳ ຈຶ່ງເປັນອີກໜຶ່ງທາງເລືອກທີ່ດີໃນການບຳລຸງສຸຂະພາບ, ຟື້ນຟູຮ່າງກາຍ ແລະ ຊ່ວຍແກ້ໄຂບັນຫາການນອນຫຼັບຍາກຢ່າງມີປະສິດທິພາບ..

“ນ້ຳໝາກພ້າວ” ເຄື່ອງດື່ມສະໝານຜິວ ຈາກທຳມະຊາດ

ອາກາດຮ້ອນໆແບບນີ້ ບໍ່ມີຫຍັງຈະດີໄປກວ່າການໄດ້ດື່ມນ້ຳໝາກພ້າວເຢັນໆໃຫ້ຊື່ນໃຈ! ແຕ່ຮູ້ບໍ່ວ່າ ນ້ຳໝາກພ້າວບໍ່ໄດ້ມີດີແຕ່ຄວາມຫວານຫອມສົດຊື່ນ ແຕ່ໃນທາງວິທະຍາສາດ ມັນຄື “Superfood” ຈາກທຳມະຊາດເລີຍ

ເຕືອນໄພລະດູຝົນ! ວິທີແຍກ “ງູມີພິດ” ແລະ “ງູບໍ່ມີພິດ” ແບບນັກວິທະຍາສາດເບິ່ງແນວໃດໃຫ້ປອດໄພ?

ພໍແຕ່ເຂົ້າສູ່ລະດູຝົນຢ່າງເຕັມໂຕ ບັນຫາໜຶ່ງທີ່ເຮັດໃຫ້ຫຼາຍຄົນຕ້ອງຕົກໃຈກໍຄື “ງູ” ທີ່ມັກມາລີ້ຊົ້ນຢູ່ຕາມບໍລິເວນເຮືອນຊານ. ແຕ່ເຈົ້າຮູ້ບໍ່ວ່າ? ບໍ່ແມ່ນງູທຸກໂຕທີ່ຈະເປັນອັນຕະລາຍຮ້າຍແຮງເຖິງຊີວິດ.ມື້ນີ້ພວກເຮົາໄດ້ຮວບຮວມຂໍ້ມູນທາງວິທະຍາສາດ ແລະ ຫຼັກການຄັດແຍກຈາກນັກສັດຕະວະວິທະຍາ ທີ່ຈະຊ່ວຍໃຫ້ທ່ານສັງເກດໄດ້ຢ່າງມືອາຊີບ ແລະ ປອດໄພທີ່ສຸດ. 👁️ 4 ຈຸດສັງເກດຫຼັກທາງກາຍະວິພາກຂອງງູນັກວິທະຍາສາດດ້ານສັດເລືອດເຢັນໄດ້ສະຫຼຸບລັກສະນະທາງກາຍະພາບທີ່ສາມາດໃຊ້ຈຳແນກງູສ່ວນໃຫຍ່ໄດ້ດັ່ງນີ້: ⚠️ ຂໍ້ຄວນລະວັງທີ່ນັກວິທະຍາສາດຢາກເຕືອນ“ຢ່າໃຊ້ກົດເກນນີ້ 100% ກັບງູທຸກໂຕໃນໂລກ!”ນັກວິທະຍາສາດເນັ້ນຢ້ຳວ່າ ກົດເກນຂ້າງເທິງນັ້ນໃຊ້ໄດ້ດີກັບງູໃນແຖບທະວີບອາເມລິກາ ຫຼື ເອີຣົບ ບາງຊະນິດ. ແຕ່ສຳລັບ ງູໃນທະວີບອາຊີ (ລວມທັງ ສປປ ລາວ) ຈະມີຄວາມພິເສດເຊັ່ນ: ງູສາມຫຼ່ຽມ (Krait) ແລະ ງູເຫົ່າ (Cobra) ເຊິ່ງເປັນງູທີ່ມີພິດຮ້າຍແຮງຕໍ່ລະບົບປະສາດ ພັດມີຫົວຮູບມົນ ແລະ ມີຮູມ່ານຕາເປັນວົງມົນ ຄ້າຍຄືກັບງູບໍ່ມີພິດ. ດັ່ງນັ້ນ, ວິທີທີ່ປອດໄພທີ່ສຸດແມ່ນ:…