ພະຍາດຜິວໜັງທີ່ມາກັບລະດູຝົນ.

ເມື່ອອາຍຸເພີ່ມຂຶ້ນຮອດ 30 ຫລາຍຄົນອາດຈະຢູ່ໃນຊ່ວງທີ່ເຮັດວຽກໜັກ ອັນມາພ້ອມກັບຄວາມຮັບຜິດຊອບທີ່ຫລາຍຂຶ້ນ ຈົນລະຫລວມການເບິ່ງແຍງໃສ່ໃຈສຸຂະພາບ.James O. Hill ຜູ້ອໍານວຍການສູນໂພຊະນາການມະນຸດແຫ່ງມະຫາວິທະຍາໄລໂຄໂລຣາໂດ ບອກໄວ້ວ່າເມື່ອອາຍຸ 30 ປີ ຫລາຍຄົນຈະເລີ່ມເຫັນສັນຍານບັນຫາສຸຂະພາບ ເຊັ່ນ: ພະຍາດເບົາຫວານ, ຄວາມດັນເລືອດສູງ ໂດຍສະເພາະຜູ້ທີ່ມີນໍ້າໜັກເກີນມາດຕະຖານ ແຕ່ຖ້າຫລຸດນໍ້າໜັກລົງໄດ້ ແນ່ນອນວ່າຈະສາມາດຫລຸດຄວາມສ່ຽງຂອງພະຍາດເຫລົ່ານີ້ ແລະ ຍັງໄດ້ແນະນໍາສານອາຫານທີ່ຈໍາເປັນຕໍ່ຮ່າງກາຍເມື່ອອາຍຸ 30 ດັ່ງນີ້:
ເປັນພຶດຕິກຳທີ່ນອກຈາກຈະເຮັດໃຫ້ເສຍບຸກຄະລິກກະພາບແລ້ວ ຍັງອາດສົ່ງຜົນເສຍຕໍ່ສຸຂະພາບນຳອີກ ເຊິ່ງພຶດຕິກຳນີ້ສາມາດພົບໄດ້ໃນຄົນທຸກໄວ, ແຕ່ພົບຫລາຍ ແລະ ມັກເລີ່ມຕົ້ນໃນໄວເດັກ ແລະ ມັກເຊົາເອງເມື່ອໃຫຍ່ຂຶ້ນ, ແຕ່ຈະສົ່ງຜົນແນວໃດແດ່ນັ້ນ ພວກເຮົາມີຂໍ້ມູນມາບອກບັນດາທ່ານ
ຕາມສະຖິຕິຂອງອົງການອະນາໄມໂລກ ມະເຮັງປອດແມ່ນມະເຮັງທີ່ຄົນທົ່ວໂລກເປັນຫຼາຍ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ. ມີຜູ້ຕິດເຊື້ອໃໝ່ປະມານ 2,5 ລ້ານຄົນໃນແຕ່ລະປີ ແລະ ມີຜູ້ເສຍຊີວິດປະມານ 1,8 ລ້ານຄົນ. ເນື່ອງຈາກປອດເປັນອະໄວຍະວະທີ່ເຮັດໜ້າທີ່ໃນການເອົາອົກຊີຈາກສິ່ງເວດລ້ອມເຂົ້າສູ່ກະແສເລືອດ. ມະເຮັງປອດຖ້າກວດພົບໃນໄລຍະຕົ້ນ ມີໂອກາດສູງທີ່ຈະປິ່ນປົວໃຫ້ຫາຍຂາດໄດ້ ຢ່າງໃດກໍ່ຕາມເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ ເພາະທີ່ຄົນເຈັບສ່ວນຫຼາຍມັກຈະໄປພົບແພດເມື່ອມະເຮັງໄດ້ແຜ່ລາມໄປແລ້ວ ເຮັດໃຫ້ການປິ່່ນປົວມີຄວາມຫຍຸ້ງຍາກຫຼາຍ ແລະ ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້.ສໍາລັບອາການເບື້ອງຕົ້ນແມ່ນໄອເປັນເລືອດ, ຫາຍໃຈຍາກ, ຫອບ, ຫາຍໃຈຝືດ, ສຽງແຫບ, ເຈັບໜ້າເອິກ, ເມື່ອຍລ້າ, ບໍ່ຢາກອາຫານ ແລະ ນ້ໍາຫນັກລົງຜິດປົກກະຕິ. ມະເຮັງປອດເປັນພະຍາດຮ້າຍແຮງທີ່ມັກຈະກວດພົບເມື່ອມີອາການແລ້ວ ແລະ ສົ່ງຜົນໃຫ້ມີອັດຕາການເສຍຊີວິດຂ້ອນຂ້າງສູງ. #ສາເຫດຕົ້ນຕໍ່ແມ່ນມາຈາກຢາສູບ, ຄວັນຢາສູບ,ຢາສູບໄຟຟ້າ ແລະ ໂດຍສະເພາະຝຸ່ນ PM2.5 ທີ່ມີສານເຄມີຫຼາຍຊະນິດທີ່ເປັນສານກໍ່ມະເຮັງ. ສັນຍານເຕືອນໄພຂອງມະເຮັງປອດ ຖືວ່າຮຸນແຮງພໍສົມຄວນ ນອກຈາກນັ້ນ,…
ເຊື່ອວ່າຫລາຍໆທ່ານຢາກມີຮູບຮ່າງງາມສົມສ່ວນ ແລະ ບໍ່ເສຍສຸຂະພາບ, ຢາກຈ່ອຍໃນເວລາອັນສັ້ນ ເຊິ່ງກໍມີວິທີຊ່ວຍຫລຸດນຳ້ໜັກຫລວງຫລາຍແຕກຕ່າງກັນໄປ, ແຕ່ກໍມີຄວາມເຊື່ອວ່າຫາກອົດອາຫານ ແລ້ວດື່ມແຕ່ນຳ້ຜັກ-ນຳ້ໝາກໄມ້ກໍຈະຊ່ວຍຫລຸດນຳ້ໜັກໄດ້ຢ່າງມີປະສິດທິພາບເຊັ່ນກັນ ເຊິ່ງຄວາມຈິງກ່ຽວກັບເລື່ອງນີ້ຈະເປັນແນວໃດນັ້ນ ມື້ນີ້ພວກເຮົາມີຄຳຕອບມານຳສະເໜີ.ການອົດອາຫານ ແລ້ວດື່ມແຕ່ນຳ້ຜັກ-ນຳ້ໝາກໄມ້ນັ້ນບໍ່ສາມາດຮັບຮອງຜົນວ່າທ່ານຈະຫລຸດນຳ້ໜັກໄດ້ສະເໝີໄປ ຫາກເປັນນຳ້ຜັກ-ນຳ້ໝາກໄມ້ທີ່ປຸງແຕ່ງລົດຊາດດ້ວຍນຳ້ຕານ ກໍຈະເຮັດໃຫ້ນຳ້ໜັກຕົວຂອງທ່ານເພີ່ມຂຶ້ນໄດ້ ຫລື ການດື່ມພຽງນຳ້ຜັກ-ນຳ້ໝາກໄມ້ແທນຄາບເຂົ້າປົກກະຕິ ອາດສາມາດເຮັດໃຫ້ນຳ້ໜັກຕົວຫລຸດລົງໄດ້ໄວ ແຕ່ສິ່ງທີ່ສູນເສຍໄປແມ່ນກ້າມຊີ້ນ ແລະ ກະດູກ.ການດື່ມສະເພາະແຕ່ນຳ້ຜັກ-ນຳ້ໝາກໄມ້ນັ້ນ ນອກຈາກຈະເຮັດໃຫ້ບໍ່ໄດ້ຮັບສານອາຫານທີ່ຢູ່ໃນເປືອກ ແລະ ຊີ້ນໝາກໄມ້ແລ້ວ ອາດຈະຍັງເຮັດໃຫ້ຫິວງ່າຍຂຶ້ນນຳ ເພາະບໍ່ໄດ້ກິນເສັ້ນໄຍອາຫານເຂົ້າໄປ. ແນວໃດກໍຕາມ, ການຫລຸດນຳ້ໜັກທີ່ໄດ້ຜົນດີທີ່ສຸດກໍແມ່ນການເລືອກກິນອາຫານທີ່ເນັ້ນຜັກ, ໝາກໄມ້, ຊີ້ນສັດບໍ່ຕິດໄຂມັນ, ທັນຍາພືດ ແລະ ໝັ່ນດື່ມນຳ້ມື້ລະ 8 ຈອກ ໃຫ້ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ເພາະນຳ້ຈະຊ່ວຍໃນການເຮັດໜ້າທີ່ຂອງລະບົບຕ່າງໆ ແລະ ຍັງຊ່ວຍໄລ່ສານພິດໃນຮ່າງກາຍໄດ້ນຳອີກ. ຜັກໝາກໄມ້ #ຫລຸດນໍ້າໜັກ
ຫລາຍຄົນເລືອກດື່ມນໍ້າໝາກໄມ້ ເພາະມີລົດຊາດຫວານຊື່ນໃຈ ແລະ ຍັງມີປະໂຫຍດຕໍ່ສຸຂະພາບເຊັ່ນດຽວກັບການກິນໝາກໄມ້ເປັນໜ່ວຍ, ແຕ່ນໍ້າໝາກໄມ້ອາດບໍ່ແມ່ນເຄື່ອງດື່ມສໍາລັບສຸຂະພາບສະເໝີໄປ ເພາະອາດມີນໍ້າຕານຫລາຍ ທຽບເທົ່າກັບນໍ້າອັດລົມ ແລະ ຖ້າດື່ມຫລາຍເກີນໄປກໍອາດຈະເຮັດໃຫ້ເກີດບັນຫາສຸຂະພາບຕາມມາ.ພ້ອມນັ້ນ ການເລືອກດື່ມນໍ້າໝາກໄມ້ປັ່ນແບບບໍ່ແຍກກາກໃຍ ຈະເຮັດໃຫ້ຄຸນຄ່າທາງສານອາຫານ ແລະ ມີກາກໃຍຫລາຍກວ່າ, ຍັງເຮັດໃຫ້ຮູ້ສຶກອີ່ມອີກດ້ວຍ ແຕ່ໃນທາງກົງກັນຂ້າມຖ້າແຍກກາກໃຍອອກ ຄັ້ນເອົາແຕ່ນໍ້າ ຈະບໍ່ຊ່ວຍໃຫ້ຮູ້ສຶກອີ່ມ ຈຶ່ງເປັນສາເຫດທີ່ເຮັດໃຫ້ຕ້ອງຮັບປະທານອາຫານຊະນິດອື່ນເຂົ້າໄປພ້ອມໃນແຕ່ລະມື້.ນອກຈາກນີ້ຫລັງຈາກຄັ້ນ ຫລື ປັ່ນກໍຄວນດື່ມໃຫ້ໝົດພາຍໃນເທື່ອດຽວ ເພາະຖ້າປະໄວ້ ແບັກທີເຣຍຈະຄ່ອຍໆເພີ່ມຈໍານວນຂຶ້ນ ສົ່ງຜົນໃຫ້ມີອາການທ້ອງໄສ້ປັ່ນປ່ວນ ຫລື ຖອກທ້ອງຕາມມາໄດ້, ຖ້າເປັນນໍ້າໝາກໄມ້ຄັ້ນສົດໃນບັນຈຸພັນຕ່າງໆ ກໍຄວນເລືອກໂຕທີ່ຜ່ານການພາສເຈີໄຣຊມາແລ້ວ.ນໍ້າໝາກໄມ້ ມີນໍ້າຕານທຽບເທົ່າກັບນໍ້າອັດລົມ 350 ml ທີ່ໃຫ້ພະລັງງານ 140 cal ແລະ ມີນໍ້າຕານ 40 g , ສ່ວນນໍ້າແອັບເປິ້ນໃນປະລິມານເທົ່າກັນ ທີ່ໃຫ້ພະລັງງານ…
ມັດລວມ 5 ວິທີປ້ອງກັນສັດມີພິດ‼️ ລະດູຝົນທີ່ມາພ້ອມກັບສັດມີພິດນາໆຊະນິດ ເພື່ອຫຼີກລ່ຽງອັນຕະລາຍທີ່ອາດຈະລີ້ຢູ່ໃນເຮືອນ. ລະດູຝົນຖືວ່າເປັນລະດູທີ່ພົບເຫັນສັດທີ່ມີພິດໄດ້ງ່າຍ ບໍ່ວ່າຈະເປັນ: ງູ, ຂີ້ເຂັບ, ແມງງອດ, ແມງມຸມ ແລະ ອື່ນໆ. ເພື່ອຫຼີກລ່ຽງບໍ່ໃຫ້ເກີດອັນຕະລາຍຕໍ່ໂຕເຮົາ ແລະ ຄົນໃນຄອບຄົວ ມາຮູ້ຈັກ 5 ວິທີປ້ອງກັນສັດມີພິດເຂົ້າເຮືອນໃນຊ່ວງລະດູຝົນມີດັ່ງນີ້: ຮັກສາຄວາມສະອາດເຮືອນຢູ່ຕະຫຼອດເວລາສັດທີ່ມີພິດສ່ວນຫຼາຍທີ່ເຂົ້າໄປໃນເຮືອນ ຈະເລືອກອາໄສຢູ່ໃນພື້ນທີ່ທີ່ແອອັດ ແລະ ບ່ອນທີ່ມີຄວາມຊຸ່ມ ເຊັ່ນ: ເຮືອນຄົວ, ຫ້ອງນ້ໍາ, ແລະ ມຸມມືດຂອງເຮືອນ. ສະນັ້ນ, ການທຳຄວາມສະອາດເຮືອນເປັນປະຈຳ ຈະຊ່ວຍໃຫ້ເຮືອນມີຄວາມປອດໂປ່ງ ແລະ ບໍ່ມີຄວາມຊຸ່ມຕະຫຼອດ. ເຮັດໃຫ້ສັດມີພິດຫາບ່ອນຢູ່ອາໄສໄດ້ຍາກຂຶ້ນ ແລະ ຍັງຈະຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການລະບາດຂອງພະຍາດໃນລະດູຝົນ.ອີກຢ່າງໜຶ່ງເວລທີ່ຈະໃສ່ເກີບ ຫຼື ເຄື່ອງນູ່ງຫົ່ມທີ່ປະໄວ້ນອກເຮືອນຄວນທີ່ຈະກວດກາ ຫຼື ຜຶ່ງອອກເບິ່ງວ່າບໍ່ມີຫຍັງທີ່ເປັນອັນຕະລາຍ…
ວາລະສານ Nano Letters ລາຍງານຜົນການສຶກສາຈາກ ສະມາຄົມເຄມີຂອງອາເມລິກາ (American Chemical Society) ທີ່ພົບວ່າ: “ການລ້າງໝາກໄມ້ດ້ວຍນໍ້າທໍາມະດາ ບໍ່ສາມາດກໍາຈັດຢາຂ້າແມງໄມ້ໄດ້” ຫລື ການປອກເປືອກກໍບໍ່ກໍາຈັດໄດ້ດີເທົ່າທີ່ຄວນ.ຜົນການສຶກສານີ້ ທົດລອງຈາກການນໍາເອົາໝາກແອັບເປິ້ນ ທີ່ຊື້ມາຕາມທ້ອງຕະຫລາດ ແລະ ພົບວ່າມີຢາຂ້າແມງໄມ້ກະຈາຍຕົວຢູ່ໃນຊັ້ນເປືອກ ແລະ ຊຶມເຂົ້າເນື້ອຂອງໝາກແອັບເປິ້ນ ເຊິ່ງເປັນການຢືນຢັນວ່າ ຢາຂ້າແມງໄມ້ ໄດ້ຊຶມຈາກຊັ້ນເປືອກເຂົ້າໄປຊັ້ນເນື້ອຂອງໝາກແອັບເປິ້ນ.ທີມງານທີ່ສຶກສາຜົນການວິໄຈນີ້ໄດ້ບອກຕື່ມວ່າ ຢາຂ້າແມງໄມ້ທີ່ອັນຕະລາຍ ຈາກການນໍາມາທົດລອງ ຈະຖືກພົບ 2 ໃນ 3 ຂອງອາຫານທີ່ນໍາມາທົດລອງເທົ່ານັ້ນ ແລະ ສ່ວນໃຫຍ່ຈະເປັນພືດທີ່ປູກໃນອາເມລິກາ, ພ້ອມທັງແນະນໍາໃຫ້ປອກເປືອກກ່ອນຮັບປະທານ ເພື່ອຫລຸດການຮັບຢາຂ້າແມງໄມ້ທີ່ຊຶມເຂົ້າໄປ.ກ່ອນໜ້ານີ້ Consumer Reports ໄດ້ເຜີຍແຜ່ຂໍ້ມູນກ່ຽວກັບຜັກ ແລະ ໝາກໄມ້ ທີ່ຂາຍໃນຮ້ານຂາຍທົ່ວໄປໃນອາເມລິກາວ່າ ພົບສານຢາຂ້າແມງໄມ້ຕົກຄ້າງຢູ່ຈໍານວນຫລາຍ…
ຍ້ອນສະພາບອາກາດທີ່ອ່າວຮ້ອນຊຸ່ມຂອງປະເທດລາວເຮົາ ຈຶ່ງເອື້ອອຳນວຍຕໍ່ການຈະເລີນເຕີບໃຫຍ່ຂອງເຊື້ອໄວຣັສແດງກີ ບວກກັບມີຝົນຕົກ ເຮັດໃຫ້ໜອນນ້ຳຍຸງລາຍມີປະລິມານຫລາຍ ແລະ ເຕີບໃຫຍ່ໄດ້ດີ ໂດຍສະເພາະໃນຕົວເມືອງ ເມື່ອມີຝົນຕົກຫລາຍ ຄົນຢູ່ຮວມກັນໜາແໜ້ນ ໂອກາດທີ່ຈະແຜ່ລະບາດກໍເພີ່ມຂຶ້ນ. ໄວຣັສແດງກີ ເປັນສາເຫດຂອງໄຂ້ເລືອດອອກ ມີ 4 ສາຍພັນ ຄື : ແດງກີ 1, 2, 3 ແລະ 4 ເຊິ່ງປະເທດລາວເຮົາມີການລະບາດ 4 ສາຍພັນວົນວຽນກັນໄປຂຶ້ນກັບແຕ່ລະຂອບເຂດພື້ນທີ່ໄວຣັສແດງກີມີຍຸງລາຍເຮືອນເປັນພາຫະນະນຳເຊື້ອພະຍາດ ໂດຍສະເພາະຍຸງລາຍໂຕແມ່ ເຊິ່ງກັດຕອນກາງເວັນ ແລະ ດູດເລືອດຄົນເປັນອາຫານເຂົ້າສູ່ກະເພາະ ສະສົມໃນແຊນຜິວໜັງກະເພາະຈົນເພີ່ມຈຳນວນຫລາຍຂຶ້ນ ເຂົ້າສູ່ຕ່ອມນ້ຳລາຍ ແລະ ເຂົ້າໃນຮ່າງກາຍຄົນທີ່ຖືກກັດເປັນລາຍຕໍ່ໄປເຊື້ອໄວຣັສແດງກີມີໄລຍະຟັກໂຕໃນຍຸງປະມານ 8 – 12 ມື້ ເມື່ອຍຸງຕົວນີ້ໄປກັດຄົນອື່ນອີກກໍຈະປ່ອຍເຊື້ອໄວຣັສໄປຍັງຜູ້ທີ່ຖືກກັດ ເມື່ອເຊື້ອເຂົ້າສູ່ຮ່າງກາຍຄົນ…
ໝາກຂາມປ້ອມ ນອກຈາກຈະເປັນໝາກໄມ້ແລ້ວ ຍັງຖືກຈັດເປັນສະໝຸນໄພພື້ນບ້ານອີກຊະນິດໜຶ່ງ ທີ່ມີປະສິດທິພາບໃນການແກ້ໄອ, ມີວິຕາມິນຊີສູງ ແລະ ຍັງຊ່ວຍຕໍ່ຕ້ານອະນຸມູນອິດສະຫລະອີກດ້ວຍເຊິ່ງປະໂຫຍດຂອງໝາກຂາມປ້ອມມີດັ່ງນີ້:
😪🤢🦟ພະຍາດໄຂ້ເລືອດອອກເປັນເປັນພະຍາດຕິດຕໍ່ ທີ່ມີຍຸງລາຍເປັນພາຫະນໍາໂລກເຊື້ອ ອາການຂອງໄຂ້ເລືອດອອກທີ່ມີຫຼາຍຢ່າງຕັ້ງແຕ່ບໍ່ມີອາການຈົນເຖິງມີອາການຮຸນແແຮງ ແລະ ອາດຈະເສຍຊີວິດໄດ້ຖ້າບໍ່ໄດ້ຮັບການຮັກສາທີ່ຖືກຕ້ອງ ແລະ ທັນເວລາ ເຊິ່ງການສັງເກດອາການເບື້ອຕົ້ນກໍແມ່ນກຸນແຈສຳຄັນໃນການຮັກສາໂລກ ກ່ອນທີ່ຈະມີອາກາດຮຸນແຮງ 1, ໄລຍະໄຂ້ສູງ ອາການຄື: ມີໄຂ້ສູງເຖິງ 39-40 ອົງສາ, ປວດຫົວຮຸນແຮງໂດຍສະເພາະບໍລິເວນໜ້າຜາກແລະອ້ອມຮອບດວງຕາ, ປວດເມື່ອຍຕາມຕົວອາດຈະເປັນກ້າມເນື້ອ ຫຼື ຂໍ້ກະດູກ, ເບື່ອອາຫານ, ອາຈຽນ, ໜ້າແດງ, ຜິວແດງ, ຕ່ອມນໍ້າເຫຼືອງຂະຫຍາຍໃຫ່ຍຂຶ້ນ ເຊິ່ງໄລຍະນີ້ແມ່ນຈະມີໄຂ້ສູງຕະຫຼອດໄລຍະເວລາ 2-7 ມື້ 2, ໄລຍະວິກິດ ອາການຄື: ໄຂ້ລົດລົງ, ອາດຈະມີພາວະຊ໊ອກ, ຄວາມດັນຕໍ່າ, ເລືອດດັງໄຫຼ ຫຼື ຖ່າຍເປັນເລືອດ ເປັນໄລຍະທີ່ຕ້ອງເຝົ້າລະວັງເປັນພິເສດ ໄລຍະນີ້ເກີດຂຶ້ນຫຼັງຈາກໄຂ້ລົງປະມານວັນທີ 3-7 ວັນ…
ແຫຼ່ງຂໍ້ມູນ:ກົມອະນາໄມ
ເຖິງແມ່ນວ່າເຮົາຈະບໍ່ໄດ້ນອນ 1 ຊົ່ວໂມງ ກໍມີຜົນຕໍ່ພຶດຕິກໍາໃນການໃຊ້ຊີວິດໄດ້ເຊັ່ນການຊ່ວຍເຫລືອຄົນອື່ນ ແລະ ການອົດນອນຈະສົ່ງຜົນຕໍ່ສະໝອງເຊິ່ງກົງກັບທິດສະດີຈິດໃຈ ທີ່ເຮັດໃຫ້ຄົນເຮົາມີຄວາມກະຕືລືລົ້ນໃນການໃຊ້ຊີວິດໜ້ອຍລົງ, ຖືໄດ້ວ່າການນອນເປັນໜຶ່ງໃນວິທີພັກຜ່ອນທີ່ສົ່ງຜົນດີຕໍ່ຮ່າງກາຍ ແລະ ຈິດໃຈ, ເມື່ອເຮົານອນເຕັມອີ່ມ ຫລື ພັກຜ່ອນຢ່າງພຽງພໍ ຈະເຮັດໃຫ້ຊີວິດໃນແຕ່ລະມື້ນັ້ນມີຊີວິດຊີວາຂຶ້ນ.ເວົ້າມາແລ້ວກະຂໍຕົວໄປພັກຜ່ອນກ່ອນ😴 ເພື່ອຈະໄດ້ກະຕືລືລົ້ນຂຶ້ນ😄
ຊ່ວງນີ້ໄຂ້ຍຸງກໍາລັງລະບາດຢ່າງຮຸນແຮງໃນບ້ານເຮົາ ເພື່ອປ້ອງກັນຕົວເຮົາເອງຈາກພະຍາດໄຂ້ຍຸງລາຍ ຄວນເລີ່ມຈາກການປ້ອງກັນ ແລະ ຢຸດຢັ້ງການແຜ່ພັນຂອງຍຸງລາຍ ພວກເຮົາເລີຍມີວິທີກໍາຈັດໜອນນໍ້າມາໃຫ້ທຸກຄົນໄດ້ປະຕິບັດຈາກໝາກຂີ້ຫູດດັ່ງນີ້:.1 ເອົາໝາກຂີ້ຫູດມານວດ ໃຫ້ນໍ້າມັນຊຶມອອກ ຫລັງຈາກນັ້ນນໍາໄປໃສ່ພາຊະນະທີ່ມີນໍ້າຂັງ2 ນໍ້າມັນໝາກຂີ້ຫູດຈະເຮັດ ໜອນນໍ້າຍຸງລາຍບໍ່ສາມາດຂຶ້ນມາຫາຍໃຈໄດ້3 ກິ່ນນໍ້າມັນໝາກຂີ້ຫູດ ຈະປ້ອງກັນບໍ່ໃຫ້ຍຸງລາຍເຂົ້າມາວາງໄຂ່ໃສ່4 ປ່ຽນຖ່າຍໝາກຂີ້ຫູດທຸກໆ 3 ມື້.