3 ຕົ້ນໄມ້ກິ່ນຫອມ ປູກປະດັບເຮືອນ ເສີມໂຊກລາບ ດຶງຄວາມໂຊກດີ ໃຫ້ເຈົ້າຂອງເຮືອນ

3 ຕົ້ນໄມ້ກິ່ນຫອມ ປູກປະດັບເຮືອນ ເສີມໂຊກລາບ ດຶງຄວາມໂຊກດີ ໃຫ້ເຈົ້າຂອງເຮືອນ Life | ການເລືອກຕົ້ນໄມ້ປູກໃນເຮືອນ ບໍ່ແມ່ນແຄ່ເລື່ອງຂອງຄວາມສວຍງາມ ຫຼື ກິ່ນຫອມທີ່ຊ່ວຍໃຫ້ຜ່ອນຄາຍເທົ່ານັ້ນ ແຕ່ຕາມຫຼັກຮວງຈຸ້ຍ ກິ່ນຫອມທີ່ບໍລິສຸດຄືຕົວດຶງດູດພະລັງງານບວກ ແລະ ຊັບສິນເຂົ້າມາສູ່ທີ່ຢູ່ອາໄສ. ຖ້າທ່ານກຳລັງຊອກຫາຕົ້ນໄມ້ດີໆ ມາປູກໄວ້ໃນຮົ້ວເຮືອນ ນີ້ຄື 3 ຕົ້ນໄມ້ມຸງຄຸນທີ່ບໍ່ຄວນພາດ: 🌸 1. ຕົ້ນມະລິ (Jasmine): ກິ່ນຫອມບໍລິສຸດ ສ້າງຄວາມສະຫງົບ ແລະ ຄວາມຮັກມະລິສົ່ງກິ່ນຫອມເຢັນ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງໃນເຮືອນ ແຕ່ຍັງເປັນສັນຍາລັກຂອງຄວາມຮັກທີ່ບໍລິສຸດ ຄວາມກະຕັນຍູ ແລະ ຄວາມເມດຕາ. ຕາມຄວາມເຊື່ອ ການປູກມະລິໄວ້ທາງທິດເໜືອ ຫຼື ທິດຕາເວັນອອກ ຈະຊ່ວຍເສີມສະເໜ່ ໃຫ້ຄົນໃນເຮືອນໄດ້ຮັບຄວາມອຸປະຖຳຄຳຊູ…













