ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຖ້າຂື້ນຊື່ວ່າໜາກຕານຫລາຍຄົນຄົງຈະຮູ້ຈັກກັນ ເພາະນອກຈາກຈະກີນແຊບແລ້ວເວລາ ມັນແກ່ຈົນອອກເປັນຈາວແລ້ວກໍຍັງມີປະໂຫຍດຢ່າງຫລວງຫລາຍ

ຖ້າຂື້ນຊື່ວ່າໜາກຕານຫລາຍຄົນຄົງຈະຮູ້ຈັກກັນ ເພາະນອກຈາກຈະກີນແຊບແລ້ວເວລາ ມັນແກ່ຈົນອອກເປັນຈາວແລ້ວກໍຍັງມີປະໂຫຍດຢ່າງຫລວງຫລາຍ ໂດຍສະເພາະໃຊ້ຮັກສາໜີ້ວຖົງບີ, ພາວະນໍ້າບີຂຸ້ນ, ອາການບໍ່ຍ່ອຍ, ທ້ອງອຶດຊໍ້າເຮື້ອ, ກົດໄຫລຍ້ອນຈາກລະບົບຍ່ອຍອາຫານຜິດປົກກະຕິໃຜທີ່ຮັກສາປິ່ນປົວອາການກົດໄຫລຍ້ອນມາດົນບໍ່ເຫັນຜົນລອງວິທີ່ນີ້ເບີ່ງ, ຈາວຕານມີລັກສະນະຄ້າຍໆ ຄືກັບຈາວໜາກພ້າວເກິດຈາກຕົ້ນຕານແກ່ທີ່ເລີ່ມຈະອອກເປັນຕົ້ນແລ້ວ ມີລົດຊາດມັນໆ ຫວານໆ
ວິທີຮັບປະທານ: ໃຫ້ກີນຈາວຕານສົດໆ ຄັ້ງລະ1ໜ່ວຍຄື: ຕອນທ່ຽງ ຕອນບ່າຍແລະຕອນແລງ21ໂມງ ຊື່ງເວລານີ້ເປັນເວລາຂອງນໍ້າບີ ກີນຕິດຕໍ່ກັນ 3-7 ມື້ແລ້ວແຕ່ອາການຄົນເປັນວ້າເປັນຫລາຍເປັນໜ້ອຍໄລຍະທີ່ກີນແມ່ນຫ້າມກີນອາຫານຍ່ອຍຢາກ, ອາຫານທີ່ມີໄຂມັນສູງເຊັ່ນ: ນົມ ເນີຍ ແລະອາຫານທີ່ມີລົດຊາດເຂັ້ມຂຸ້ນປະເພດເຄັມ ຫວານ ແລະເຜັດ ຖ້າປະຕິບັດໄດ້ຈາວຕານຈະຄ່ອຍໆລະລາຍໜີ້ວໃນຖົງບີເທື່ອລະນ້ອຍ ສັງເກດອາການເຫັນຜົນ ຫລືບໍ່ເຫັນຜົນສັງເກດຈາກພະວະພາວະທ້ອງອຶດ, ອາຫານບໍ່ຍ່ອຍຈະຄ່ອຍໆຫລຸດລົງເຫັນຜົນຈະແຈ້ງພາຍໃນ5-7ມື້