ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ບົດຂ່າວ

ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ທີ່ ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ

ໃນວັນທີ 31 ຕຸລາ ຜ່ານມາ, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ທີ່ ນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ, ພາຍໃຕ້ການເປັນປະທານຂອງ ທ່ານ ດາໂຕະ ເຊຣີ ໂມຮາມັດ ຄາເລັດ ບິນ ນໍດິນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ, ມີບັນດາຄະນະລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ທ່ານ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມ ໄດ້ສະຫຼຸບຕີລາຄາຫຍໍ້ ແລະ…

ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ສຳເລັດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 12 (ADMM-PLUS)

ໃນວັນທີ 1 ພະຈິກ 2025, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 12 (ADMM-ບວກ) ທີ່ນະຄອນຫຼວງກົວລາລໍາເປີ, ມາເລເຊຍ, ໂດຍການເປັນປະທານຂອງ ທ່ານ ດາໂຕະ ເຊຣີ ໂມຮາມັດ ຄາເລັດ ບິນ ນໍດິນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນພາຍໃຕ້ຫົວຂໍ້: ” ທົບທວນຄືນ ການສ້າງຕັ້ງກອງປະຊຸມ ADMM-ບວກ ຄົບຮອບ 15 ປີ ແລະ…

ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 19 ແລະ ອາຊຽນ-ບວກ ຄັ້ງທີ 12 ທີ່ ເມືອງກົວລາລໍາເປີ, ມາເລເຊຍ, ໃນວັນທີ 2 ພະຈິກ 2025, ໄດ້ຈັດພິທີເຊັນບົດບັນທຶກ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ ກ່ຽວກັບການຮ່ວມມື ແລະ ການແລກປ່ຽນດ້ານວຽກງານປ້ອງກັນຊາດ. ຕາງໜ້າລົງນາມຝ່າຍລາວໂດຍທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຝ່າຍຍີ່ປຸ່ນລົງນາມໂດຍ ທ່ານ ຊິນຈີໂຣ ໂອອິຊູມິ, ລັດຖະມົນຕີປ້ອງກັນປະເທດ ແຫ່ງ…

ທາບທາມ ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2

ວັນທີ 30 ຕຸລາ 2025 ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມ ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ທີ່ຈຸດທາບທາມກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ຄະນະນໍາຂອງສອງກໍາລັງປະກອບອາວຸດ, ຜູ້ແທນກອງປະຊຸມເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຄົ້ນຄວ້າ, ປະກອບຄໍາເຫັນໃສ່…

ເປີດເທດສະການຮູບເງົາດີເດັ່ນລາວ-ຈີນ 2025

ວິທະຍຸໂທລະພາບ ສູນກາງຈີນ (CMG) ປະຈໍາລາວຮ່ວມກັບກົມຮູບເງົາ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2025 ຂຶ້ນຢ່າງເປັນທາງການໃນວັນທີ 29 ຕຸລາ 2025, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ເລັດ ໄຊຍະພອນ ປະທານສູນກາງກຳມະບານລາວ, ພ້ອມດ້ວຍບັນດາອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ດາລານີ…

ກວດກາຄືນການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກອງປະຊຸມກວດກາຄືນການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງອະນຸກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2025, ທີ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ, ມີບັນດາສະຫາຍຄະນະນຳກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ບັນດາກົມກອງ ທີ່ກ່ຽວຂ້ອງ…

ໄຂກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 27 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ພາຍໃຕ້ຫົວຂໍ້ “ຍົກສູງການນຳພາວຽກງານກຳມະບານ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ພັດທະນາສີມືແຮງງານໃຫ້ເຂັ້ມແຂງຮອບດ້ານ ຕິດພັນກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໜ່” ໂດຍການເປັນປະທານຂອງສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ສິນລະວົງ ຄຸດໄພທູດ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີການນຳພັກ-ລັດ, ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ແຂກຮັບເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ. ສະຫາຍ ເລັດ ໄຊຍະພອນ ໄດ້ກ່າວໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX…

ຊ້ອມປະສານສຽງກ້ອນເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຄັ້ງທີ 3

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ, ດັ່ງນັ້ນ ໃນຕອນເຊົ້າວັນທີ 20 ຕຸລາ 2025, ຢູ່ທີ່ວິທະຍາຄານນາຍທະຫານບົກກົມມະດຳ. ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ ແລະ ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ໄດ້ສ້າງແຜນການຈັດຕັ້ງການຊ້ອມປະສານສຽງກ້ອນເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຄັ້ງທີ 3 ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.…

ສານອວຍພອນ

ຂອງ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເນື່ອງໃນວັນວິທະຍາສາດແຫ່ງຊາດ 12 ຕຸລາ 2025 ຄົບຮອບ 38 ປີ (ປັບປຸງວັນທີ 06/10/2025) ຮຽນ: – ບັນດາທ່ານ ການນໍາພັກ-ລັດ ທີ່ ເຄົາລົບ ແລະ ນັບຖືຢ່າງສູງ, – ບັນດາທ່ານ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, – ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສະມາຄົມ ແລະ ຜູ້ປະກອບການ, ນັກຄົ້ນຄວ້າວິທະຍາສາດ, ພະນັກງານ ແລະ ຄູ-ອາຈານ ນັກຮຽນຮູ້,…

50 ປີແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ

ເມື່ອຫວນຄືນວັນຊາດທີ 2 ທັນວາ 1975 ເຊິ່ງເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນຂອງຊາດລາວເຮົາ ກໍຄືຂອງປະຊາຊົນລາວບັນດາເຜົ່າ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ ແລະ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ. ສະນັ້ນ, ເນື່ຶອງໃນໂອກາດ ວັນຊາດທີ 2 ທັນວາ ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮອງເລຂາຄະນະພັກ, ຮັກສາການຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ທັດສະນະວ່າ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງຊາດລາວເຮົາ, ເຊິ່ງກ່ອນໜ້ານີ້ 50…

ເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ

ວັນທີ 6 ຕຸລາ 2025, ຢູ່ ສະໜາມເຝິກຊ້ອມກອບກູ້ໄພພິບັດອ່າງນໍ້າຫຸມ ໄດ້ຈັດພິທີ ເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ທີ່ ສປປ ລາວ ເປັນເຈົ້າພາບ ໂດຍມີ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການ ທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍຫວຽດນາມ, ທ່ານ…

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝ VI

ໃນວັນທີ 30 ກັນຍາ 2025, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝ VI ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງເລຂາ, ບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງທີI ສະໄໝ VI ປະຈຳໄຕມາດ 3 ແລະ ວາງທິດທາງແຜນການນຳພາປະຈຳໄຕມາດ 4 ປີ 2025 ຜ່ານມາໄດ້ມີສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບຕໍ່ການຊີ້ນໍາ-ນໍາພາ…

ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ໃນວັນທີ 15 ກັນຍາ 2025, ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ…

ເສີມຂະຫຍາຍມູນເຊື້ອອັນດີງາມຂອງນັກຮົບເກົ່າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່

ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ການຕໍ່ສູ້ອັນຍຶດເຍື້ອຍາວນານມີຫຼາຍສະຫາຍໃນກຳລັງປະກອບອາວຸດໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍຖືກບາດເຈັບເສຍອົງຄະ ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ. ພ້ອມກັນນັ້ນກໍມີຫຼາຍສະຫາຍໄດ້ກາຍເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ກາຍເປັນພະນັກງານການນຳຢູ່ຕາມກະຊວງ, ອົງການ, ກົມກອງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດ, ສ່ວນຫຼວງຫຼາຍມີອາຍຸສູງ, ໄດ້ອອກພັກຜ່ອນຮັບບຳນານ, ບຳເນັດ ຢູ່ຕາມທ້ອງຖິ່ນຕ່າງໆ, ແຕ່ບັນດາສະຫາຍເຫຼົ່ານັ້ນຍາມໃດກໍຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ ແລະ ພ້ອມແລ້ວທີ່ຈະສືບຕໍ່ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ບັນດາສະຫາຍເຫຼົ່ານັ້ນມີຄວາມມຸ້ງມາດປາຖະໜາຢາກໃຫ້ມີການຈັດຕັ້ງເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ເຕົ້າໂຮມຄວາມຄິດເຫັນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ດີຂຶ້ນເລື້ອຍໆ. ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (9 ກັນຍາ 2002-9 ກັນຍາ 2025) ສະຫາຍ ພົນໂທ…

ລະນຶກເຖິງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມຂອງ ສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ

ປີ 2025, ສປ ຈີນ ໄດ້ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມຂອງ ສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ. ໃນ 8 ທົດສະວັດກ່ອນ, ກອງກຳລັງລັດທິຟາດຊິດ ແລະ ລັດທິທະຫານ ໄດ້ເປີດສາກສົງຄາມຮຸກຮານຢ່າງໂຈ້ງແຈ້ງ. ເຊິ່ງໄດ້ທໍາລາຍ ແລະ ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນມາສູ່ໂລກ. ໃນທ່າມກາງຄວາມຊົ່ວຮ້າຍ ແລະ ມືດມົນ, ປະຊາຊົນຈີນ, ລັດເຊຍ, ພ້ອມດ້ວຍປະເທດອື່ນໆຫຼາຍກວ່າ 50 ປະເທດ ລວມທັງປະເທດລາວ ໄດ້ສະແດງຄວາມມຸ້ງໝັ້ນ ເພື່ອຮ່ວມແຮງຮ່ວມໃຈກັນຕໍ່ສູ້ຕ້ານການຮຸກຮານດັ່ງກ່າວ, ສຸດທ້າຍ, ຄວາມເປັນທໍາໄດ້ເອົາຊະນະຄວາມໂຫດຫ້ຽມຂອງຟາດຊິດ ແລະ ຄວາມກ້າວໜ້າໄດ້ເອົາຊະນະກະແສປະຕິການ. ຈີນແມ່ນສະໜາມຮົບຕົ້ນຕໍຂອງອາຊີໃນສະໄໝສົງຄາມໂລກ ຄັ້ງທີ…