ສະໝຸນໄພພື້ນບ້ານຮັກສາພະຍາດນໍ້າກັດຕີນ



ເດິກດື່ນ ທ່ຽງຄືນ ບໍ່ຍອມຫລັບຍອມນອນ ອາດສົ່ງຜົນຮ້າຍຕໍ່ຮ່າງກາຍໄດ້ ຫາກໄດ້ຮັບການພັກຜ່ອນທີ່ບໍ່ພຽງພໍ ບັນຫາດ້ານສຸຂະພາບກໍຈະຖາມຫາແນ່ນອນ. ຮູ້ຫລືບໍ່ວ່າການນອນໜ້ອຍມີຜົນຕໍ່ນຳ້ໜັກຕົວຂອງທ່ານນຳ ເຮັດໃຫ້ຕຸ້ຍງ່າຍກ່ວາຄົນທີ່ນອນຕາມເວລາປົກກະຕິ.ເພາະການນອນໜ້ອຍ ຫລື ນອນບໍ່ພຽງພໍ ລວມທັງການນອນບໍ່ເປັນເວລາ ຈະສົ່ງຜົນກະທົບເຮັດໃຫ້ຮໍໂມນໃນຮ່າງກາຍມີຄວາມຜິດປົກກະຕິ ສົ່ງຜົນຕໍ່ລະດັບນຳ້ຕານໃນເລືອດ ເຮັດໃຫ້ຮໍໂມນເກຣລິນທີ່ກະຕຸ້ນໃຫ້ຫິວເພີ່ມສູງຂຶ້ນ ແລະ ເຮັດໃຫ້ຮໍໂມນເລັບຕິນ ເຊິ່ງເປັນຮໍໂມນຄວາມອີ່ມຫລຸດລົງ ທັງນີ້ການນອນໜ້ອຍຍັງກະຕຸ້ນໃຫ້ຮູ້ສຶກຫິວອາຫານທີ່ມີໄຂມັນ ແລະ ຄາໂບໄຮເດຣດສູງຂຶ້ນນຳ ດ້ວຍເຫດນີ້ຈຶ່ງເພີ່ມໂອກາດສ່ຽງໃນການເພີ່ມຂຶ້ນຂອງນຳ້ໜັກ ແລະ ເຮັດໃຫ້ທ່ານຕຸ້ຍຂຶ້ນໄດ້ໄວຫລາຍ. ນອກຈາກນີ້ແລ້ວອາດກະທົບຕໍ່ການເຮັດວຽກຂອງແຊນສະໝອງ ເຮັດໃຫ້ສະໝອງຂອງທ່ານຮູ້ສຶກເຄັ່ງຄຽດ ທັງຍັງສົ່ງຜົນຕໍ່ເລື່ອງຂອງສະພາບອາລົມໄດ້ນຳ ເຊິ່ງຄົນນອນໜ້ອຍ ຫລື ນອນບໍ່ພຽງພໍ ຈະມີອາລົມບໍ່ຄົງທີ່, ຫງຸດຫງິດງ່າຍ, ສະມາທິສັ້ນ, ອົດທົນຕໍ່ສິ່ງໃດໄດ້ບໍ່ດົນ ແລະ ອາດຈະສົ່ງຜົນກະທົບຕໍ່ປະສິດທິພາບໃນການເຮັດວຽກ ລວມເຖິງການຮຽນນຳ

ຈາກການຮຽນການສອນໃນວິຊາເຄມີ ເລື່ອງໄຂມັນ ແລະ ນຳ້ມັນ ກັບຄຳຖາມທີ່ວ່າ ນຳ້ມັນພືດກັບນຳ້ມັນສັດ ນຳ້ມັນຊະນິດໃດດີກ່ວາກັນ ? ຄຳຖາມຈາກນັກຮຽນຖືເປັນຈຸດເລີ່ມຕົ້ນແຫ່ງການຮຽນຮູ້ ແລະ ນຳໄປສູ່ການສ້າງອົງຄວາມຮູ້ ແລະ ເກີດເປັນອົງຄວາມຮູ້ຝັງແໜ້ນ ປູກຝັງໃຫ້ນັກຮຽນເກີດທັກສະຂະບວນການທາງວິທະຍາສາດ ແລະ ເປັນການສ້າງຄະຕິທີ່ດີຕໍ່ການຮຽນວິຊາວິທະຍາສາດ ເຊິ່ງເປັນພື້ນຖານຂອງການສ້າງນະວັດຕະກຳໃນອະນາຄົດ.

ສຳລັບທ່ານໃດທີ່ກຳລັງຈະຫລຸດນຳ້ໜັກ ເພື່ອໃຫ້ມີຮູບຮ່າງທີ່ດີ, ການຫລຸດນຳ້ໜັກ ຫລື ຄວບຄຸມອາຫານນັ້ນ ສິ່ງທີ່ຕ້ອງຫລຸດຫລາຍທີ່ສຸດແມ່ນແປ້ງ, ແຕ່ເຊື່ອຫລືບໍ່ວ່າ ການກິນມັນດ້າງທີ່ເປັນອາຫານປະເພດແປ້ງ ມີຄາໂບໄຮເດຣດສູງ ຊະນິດທີ່ຄົນຢ້ານຕຸ້ຍຢ້ານນັ້ນ ສາມາດຊ່ວຍຫລຸດນຳ້ໜັກໄດ້ດີ ເຊິ່ງຄວາມຈິງກ່ຽວກັບເລື່ອງນີ້ຈະເປັນມາແນວໃດນັ້ນ ມາເບິ່ງພ້ອມກັນເລີຍ.ມັນດ້າງ ເປັນພືດຫົວຊະນິດໜຶ່ງທີ່ມີກາກໄຍຫລາຍທີ່ສຸດໃນຈຳນວນພືດທັງໝົດ ເຊິ່ງມີສັບພະຄຸນຊ່ວຍຫລຸດລະດັບຄໍເລສເຕີໂຣນ, ອຸດົມໄປດ້ວຍສານອາຫານ, ແຮ່ທາດ ແລະ ວິຕາມິນຫລາຍຊະນິດ ເຊັ່ນ: ໂປຕັສຊຽມ ມີສ່ວນຊ່ວຍກຳຈັດໂຊດຽມສ່ວນເກີນໃນຮ່າງກາຍ, ຊ່ວຍປັບຄວາມດຸ່ນດ່ຽງຂອງໂຊດຽມໄດ້ເປັນຢ່າງດີ, ວິຕາມິນ A, ແບຕ້າແຄໂຣທີນ ເມື່ອປຸງແຕ່ງສຸກແລ້ວຈະໃຫ້ລົດຊາດນຸ້ມ ແລະ ຫວານ, ກິນແຊບອີ່ມທ້ອງ ແລະ ໃຫ້ພະລັງງານໜ້ອຍກ່ວາເມື່ອທຽບກັບເຂົ້າໃນປະລິມານເທົ່າກັນ ຈຶ່ງໃຫ້ຜົນໃນການຫລຸດນຳ້ໜັກ ຫລື ຫລຸດຄວາມຕຸ້ຍໄດ້ດີກ່ວາ.ການຫລຸດນຳ້ໜັກດ້ວຍການກິນມັນດ້າງແທນເຂົ້າ ຈະເຮັດໃຫ້ບໍ່ເກີດຄວາມເຄັ່ງຄຽດ, ໄດ້ສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ຈຶ່ງເໝາະສົມເປັນອາຫານສຳລັບຄົນທີ່ຢາກຫລຸດນຳ້ໜັກເປັນຢ່າງຍິ່ງ ແລະ ນອກຈາກນີ້,…

ມະນຸດສາມາດຮັບຮູ້ຄວາມຮູ້ສຶກໄດ້ຫລາຍທາງ ເມື່ອມີສິ່ງຕ່າງໆມາກະຕຸ້ນ ເຊິ່ງສາຍຕາເປັນໜຶ່ງສຳຜັດທີ່ປຸງແຕ່ງສະພາບດ້ານອາລົມໄດ້ດີ, ນັກປຸງແຕ່ງອາຫານສ່ວນຫລາຍໄດ້ເອົາຄວາມແຕກຕ່າງຂອງສີມາເປັນຕົວຊ່ວຍໃນການກະຕຸ້ນຄວາມຢາກອາຫານຂອງຜູ້ບໍລິໂພກ ລວມໄປເຖິງການໃຊ້ພາຊະນະໃສ່ອາຫານ, ການອອກແບບ, ການຕົກແຕ່ງ ແລະ ການສ້າງບັນຍາກາດພາຍໃນເຮືອນ ເຊິ່ງສິ່ງນີ້ສະແດງວ່າສີມີຜົນຕໍ່ຄວາມຮູ້ສຶກທີ່ແຕກຕ່າງກັນອອກໄປນັ້ນເອງ.

ແມ່ນເລື່ອງປົກກະຕິແທ້ບໍ? ເວລາກິນອາຫານເຜັດແລ້ວແສບທ້ອງຕະຫຼອດ ອາດຈະນໍາໄປສູ່ໂຣກຮ້າຍທີ່ອັນຕະລາຍຕໍ່ສຸຂະພາບໄດ້😥🌶🌶 ໃນຊ່ວງໄວລຸ້ນ ຫາ ໄວກາງຄົນ ການກິນເຜັດຖືວ່າເປັນຂອງຄູ່ກັນ ບາງຄົນຕິດກິນເຜັດຈົນຕ້ອງກິນທຸກມື້ ສົ່ງຜົນໃຫ້ບາງຄັ້ງອາດມີອາການແສບທ້ອງ ແລະ ມີອາການເຈັບທ້ອງຮ່ວມນໍາ ເເຕ່ຮູ້ບໍວ່າການກິນເຜັດແລ້ວແສບທ້ອງບໍ່ແມ່ນເລື່ອງປົກກະຕິ ແລະ ບໍ່ຄວນປ່ອຍຜ່ານ ເພາະອາດຈະເປັນສັນຍານເຕືອນຂອງໂຣກທາງເດີນອາຫານເຊັ່ນ:

ປະລິມານ ນໍ້າຕານ ທີ່ຄວນໄດ້ຮັບໃນໜຶ່ງມື້ ແຕ່ລະໄວອາຍຸຄວນກິນເທົ່າໃດ ຈຶ່ງບໍ່ຕຸ້ຍ.ເປັນຫຍັງເຮົາຈຶ່ງບໍ່ຄວນກິນນໍ້າຕານຫລາຍເກີນໄປໃນ 1 ມື້ ເພາະວ່າການກິນນໍ້າຕານຫລາຍເກີນໄປ ຈະກາຍເປັນພະລັງງານສ່ວນເກີນ ເຮັດໃຫ້ຮ່າງກາຍເກັບສະສົມໄວ້ໃນຮ່າງກາຍໃນຮູບແບບໄຂມັນ ສົ່ງຜົນເຮັດໃຫ້ນໍ້າໜັກເພີ່ມຂຶ້ນ.ແລ້ວປະລິມານນໍ້າຕານທີ່ຄວນກິນໃນ 1 ມື້ ຕາມຊ່ວງອາຍຸ ຄວນເທົ່າໃດ?ອົງການອະນາໄມໂລກແນະນໍາວ່າບໍ່ຄວນກິນນໍ້າຕານເກີນ 10% ຂອງພະລັງງານທັງໝົດທີ່ໄດ້ຮັບໃນແຕ່ລະມື້ ຫລື ຄິດໄລ່ເປັນປະລິມານນໍ້າຕານໄດ້ 6 ບ່ວງກາເຟ ຫລື 24 ກຣາມ, ແຕ່ກໍບໍ່ສະເໝີໄປ ເພາະຊ່ວງໄວອາຍຸມີການໃຊ້ພະລັງງານທີ່ຕ່າງກັນ ເຊິ່ງແຕ່ລະໄວອາຍຸຈຶ່ງຄວນກິນນໍ້າຕານໃຫ້ເໝາະສົມດັ່ງນີ້:

ຟ້າຜ່າເກີດຈາກການສະສົມຂອງປະຈຸໄຟຟ້າພາຍໃນກ້ອນເມກ ເມື່ອກ້ອນເມກມີປະຈຸໄຟຟ້າສະສົມຫຼາຍເກີນໄປ ຈະເກີດກາຍຄາຍປະຈຸເຮັດໃຫ້ເກີດຟ້າເມບ ແລະ ຟ້າຜ່າ ເຊິ່ງການຄາຍປະຈຸໄຟຟ້ານີ້ອາດເກີດຂຶ້ນລະຫວ່າງກ້ອນເມກ ຫຼື ລົງມາທີ່ພື້ນດິນຈຶ່ງເຮັດເຊິ່ງເຮົາເອີ້ນປາກົດການນີ້ວ່າ “ຟ້າຜ່າ”.ມື້ນີ້ລາວໂພສຈະມາບອກ 6 ຂໍ້ຄວນປະຕິບັດເວລາທີ່ຝົນຕົກຟ້າຮ້ອງເພື່ອລົດອັດຕາສ່ຽງ “ຟ້າຜ່າ”1.ຫ້າມໃຊ້ໂທລະສັບ, ເນື່ອງຈາກໂທລະສັບມີວັດສະດຸຈໍາພວກໂລຫະເປັນສ່ວນປະກອບ ສາມາດເປັນສື່ນໍາໄຟຟ້າ2.ຫ້າມນໍາໃຊ້ອຸປະກອນໄຟຟ້າ ແລະ ອຸປະກອນເອເລັກໂຕນິກອື່ນໆ3.ຄວນນໍາເຄື່ອງປະດັບທີ່ເປັນໂລຫະອອກຈາກຮ່າງກາຍ4.ຖ້າຫາກເຮົາຢູ່ໃນລົດຕອນຝົນຕົກຟ້າຮ້ອງ ໃຫ້ຈອດລົດຫ່າງຈາກບໍລິເວນທີ່ມີຕົ້ນໄມ້ໃຫ່ຍ, ຕຶກສູງ, ເສົາໄຟຟ້າ, ປ້າຍໂຄສະນາ…5.ຖ້າຢູ່ໃນຕຶກ ຫຼື ອາຄານຄວນປິດປະຕູ – ປ່ອງຢ້ຽມຽໃຽໃຫ້ໜາແໜ້ນທຸກບານ ພ້ອມຢູ່ຫ່າງຈາກຝາຕຶກ ແລະ ປະຕູ – ປ່ອງຢ້ຽມ6.ຖອດປັກສຽບອຸປະກອນເຄື່ອງອງໃຊ້ໄຟຟ້າອອກໃຫ້ໝົດ ເພື່ອປ້ອງກັນໄຟຟ້າລັດວົງຈອນອັນເປັນສາເຫດຂອງອັກຄີໄພທີ່ຈະຕາມມາ

ຈູດຂີ້ເຫຍື້ອສົ່ງຜົນຮ້າຍຕໍ່ຮ່າງກາຍ ຮ້າຍແຮງແມ່ນສ່ຽງເປັນມະເຮັງບໍ່ຮູ້ໂຕ ເນື່ອງຈາກປັດຈຸບັນ, ບັນຫາການຈັດການຂີ້ເຫຍື່ອໃນຫຼາຍໆເຂດຍັງບໍ່ສາມາດຮັບປະກັນໄດ້ ເນື່ອງຈາກປັດໃຈຫຼາຍໆຢ່າງເຊັ່ນ: ລົດເກັບຂີ້ເຫຍື້ອບໍ່ມາຕາມນັດ, ສັດລ້ຽງໄຈ້ຖົງຂີ້ເຫຍື້ອ, ບາງກຸ່ມຄົນເອົາຂີ້ເຫຍື້ອໄປຖິ້ມຢູ່ດິນວ່າງ, ບາງຄົນເລືອກທີ່ຈະຈູດ ແລະ ອື່ນໆ… ການຈູດຂີ້ເຫຍື້ອ ໂດຍສະເພາະຂີ້ເຫຍື້ອປລາສຕິກ PUV ເຊັ່ນ: ແນວຫໍ່ອາຫານ, ສາຍໄຟ, ສະຫຼາກເຄື່ອງດື່ມ ຜະລິດຕະພັນຕ່າງໆ ຖ້າຈູດໃນອຸນຫະພູມຕ່ຳຈະເຮັດໃຫ້ເກີດກາດສ Dioxin ເຊິ່ງເປັນສານກໍ່ມະເຮັງຕົກຄ້າງຢູ່ໃນທຳມະຊາດໄດ້ເປັນໄພຕໍ່ລະບົບປະສາດ ແລະ ດວງຕາ, ທີ່ສຳຄັນຄືມີຂະໜາດນ້ອຍ, ບໍ່ມີສີ, ບໍ່ມີກິ່ນ ເມື່ອສູດດົມເຂົ້າໄປບໍ່ຮູ້ໂຕ. ອາດຈະເກີດອາການລະຄາຍເຄື່ອງຕໍ່ຮ່າງກາຍໄດ້ ສະນັ້ນ, ບໍ່ຄວນທີ່ຈະຈູດຂີ້ເຫຍື້ອຊະຊາຍ ໂດຍສະເພາະໃນບໍລິເວນຕົວເມືອງ ທີ່ມີປະຊາກອນອາໃສຢູ່ຈຳນວນຫຼາຍ ເຮົາຄວນກຳຈັດຂີ້ເຫຍື້ອໃຫ້ຖືກວິທີ ບໍ່ວ່າຈະເປັນການແຍກປະເພດຂີ້ເຫຍື້ອ ແລະ ໃຫ້ໜ່ວຍງານເກັບກູ້ຂີ້ເຫຍື້ອມາຈັດການ ເພື່ອທຳລາຍຂີ້ເຫຍື້ອໃຫ້ຖືກວິທີ ແລະ ປອດໄພຕໍ່ຄົນເຮົາທີ່ສຸດ.

ສັນຍານເຕືອນ ຮ່າງກາຍບໍ່ໄຫວ (ຮອດເວລາທີ່ຮ່າງກາຍຕ້ອງພັກ).1) ເຈັບຫົວ/ວິນຫົວອາການ basic ທີ່ຫລາຍຄົນຕ້ອງພົບ ເພາະເກີດຈາກການນອນບໍ່ພໍ, ຈຶ້ງໃສ່ຈໍ, ໃຊ້ສາຍຕາໜັກ ຫລື ໃຊ້ສະໝອງຄິດຫລາຍເກີນໄປ.2) ເປັນຫວັດທີ່ເກີດຈາກການພັກຜ່ອນບໍ່ພຽງພໍ, ຮ່າງກາຍເລີ່ມອ່ອນເພຍ ເຮັດໃຫ້ຕິດເຊື້ອໄວຣັສໄດ້ງ່າຍ ແລະ ອາດຈະເປັນຫວັດ ຈົນເຖິງຂັ້ນມີໄຂ້ສູງ.3) ຂີ້ຫລົງຂີ້ລືມສະໝອງສັ່ງການຊ້າກວ່າປົກກະຕິ, ຂີ້ຫລົງຂີ້ລືມ ແລະ ອະນາຄົດອາດເປັນອັລໄຊເມີ.4) ຕາມົວ/ປວດຕາອັນມາຈາກການໃຊ້ສາຍຕາໜັກເກີນໄປເຊັ່ນ ການອ່ານໜັງສື, ຫລິ້ນເກມ, ເບິ່ງຊີຣີ່ ຈຶ່ງເຮັດໃຫ້ດວງຕາຂອງເຮົາອ່ອນລ້າ ຕາມົວ ເຮັດໃຫ້ປະສິດທິພາບການເບິ່ງເຫັນຫລຸດລົງ.5) ປວດຕົນຕົວເກີດຈາກການຢູ່ໃນທ່າເດີມດົນເກີນໄປເຊັ່ນ: ການນັ່ງເຮັດວຽກ, ກົ້ມດົນ… ອາການພວກນີ້ຈະເລີ່ມຈາກການປວດບໍລິເວນບ່າໄຫລ່ລາມໄປຮອດສັນຫລັງ ແລະ ອາດເຮັດໃຫ້ເຈັບຫລັງຊໍາເຮື້ອ

ຊ່ວງນີ້ໃຜມີອາການບໍ່ສະບາຍ ຫລື ໄອດົນໆ ອັນດັບທໍາອິດແມ່ນຄວນໄປຫາໝໍກ່ອນ ແລະ ຕາມມາດ້ວຍການເບິ່ງແຍງຮັກສາຕົວເອງເຊັ່ນ: ການຫລີກລ່ຽງອາຫານບາງຊະນິດທີ່ອາດເຮັດໃຫ້ເຈັບຄໍແຮງຂຶ້ນ ເຊິ່ງອາຫານບາງຊະນິດທີ່ຄວນຫລີກລ່ຽງນັ້ນມີດັ່ງນີ້:.

ສະໝຸນໄພພື້ນບ້ານຮັກສາພະຍາດນໍ້າກັດຕີນ

ໃຜທີ່ຖືກຍຸງກັດຕະຫລອດ ເປັນຍ້ອນສະບູ ຫລື ບໍ່?ແຕ່ການວິໄຈພົບວ່າ ຍຸງກໍເລືອກກິ່ນສະບູເຊັ່ນກັນ! ແລ້ວກິ່ນແບບໃດທີ່ຍຸງມັກ ເຮົາຄວນຫລີກລ່ຽງກິ່ນໃດ ຖ້າບໍ່ຢາຖືກກັດ ມາເບິ່ງເລີຍ!!.ເຮົາອາດຈະເຄີຍໄດ້ຍິນທິດສະດີການເລືອກກັດຂອງຍຸງ ວ່າຍຸງມັກກັດຄົນເລືອດກຸຸບ O ຫລື ຄົນທີ່ມີເຫື່ອ, ແຕ່ມື້ນີ້ມີການວິໄຈໃໝ່ແລ້ວວ່າ ຂະໜາດກິ່ນສະບູທີ່ເຮົາອາບນໍ້າຢູ່ນັ້ນ ກໍສົ່ງຜົນເຮັດໃຫ້ຍຸງເລືອກກັດເຮົາໄດ້ເຊັ່ນກັນ!.ເຊິ່ງທີມນັກວິໄຈໄດ້ໃຫ້ຜູ້ຮ່ວມທົດສອບ ລອງໃຊ້ສະບູຂອງຍີ່ຫໍ້ຕ່າງໆ ແລະ ຜົນການທົດລອງ ທັງກ່ອນ ແລະ ຫລັງໃຊ້, ພົບວ່າມີບາງກິ່ນທີ່ຖືກໃຈຍຸງກວ່າຕອນທີ່ບໍ່ທັນໃຊ້ສະບູກອີກ.ເຊິ່ງກິ່ນທີ່ຍຸງມັກທີ່ສຸດສ່ວນຫລາຍຈະເປັນກິ່ນດອກໄມ້ ເພາະປົກກະຕິແລ້ວຍຸງກໍມັກກິນນໍ້າຫວານຈາກດອກໄມ້ເຊັ່ນກັນ ແລະ ຜູ້ທີ່ໃຊ້ສະບູກິ່ນດອກໄມ້ກໍເລີຍຕົກເປັນເປົ້າສາຍຕາຂອງຍຸງທັນທີ.ສ່ວນກິ່ນທີ່ຍຸງບໍ່ມັກກໍຈະເປັນສະບູທີ່ມີສ່ວນປະກອບດຽວກັບຢາກັນຍຸງເຊັ່ນ: ຫົວສີໄຄ, ໝາກນາວ, ແລະ ຢູຄາລິບຕັດ ແຕ່ເຖິງແມ່ນວ່າການເລືອກກິ່ນສະບູຈະຊ່ວຍບໍ່ໃຫ້ເຮົາຕົກເປັນເປົ້າສາຍຕາຂອງຍຸງໄດ້.ແຕ່ການແກ້ບັນຫາທີ່ຕົ້ນເຫດກໍຈະເປັນການດີ ຖ້າແຖວເຮືອນໃຜມີຍຸງຫລາຍກໍລອງສັງເກດວ່າຈຸດໃດທ່ເປັນນໍ້າຂັງ ແລະ ຄວນທໍາລາຍແຫລ່ງນໍ້ານັ້ນຖິ້ມ ຫລື ຄຸມໄວ້ບໍ່ໃຫ້ຍຸງວາງໄຂ່ໃສ່, ຍິ່ງເຂົ້າຊ່ວງຍາມຝົນແບບນີ້ຍິ່ງຈະມີຍຸງຫລາຍ ຄວນປ້ອງກັນຕົນເອງ ທັງຕົ້ນເຫດ ແລະ…

ເຄີຍສັງເກດໂຕເອງບໍ່ວ່າມື້ໃດທີ່ນອນໜ້ອຍ ສະໝອງຈະລືມນັ້ນ ລືມນີ້ຕະຫລອດ, ມີອາການຊຶມໆ ມຶນງົງ ເຊິ່ງນັ້ນອາດມາຈາກການນອນບໍ່ພໍ ເພາະການນອນເປັນສ່ວນໜຶ່ງຂອງຊີວິດສະໝອງ ແລະ ຮ່າງກາຍ ເຊິ່ງຈະໃຊ້ເວລາໃນການນອນເພື່ອບໍາລຸງຮັກສາສ່ວນຕ່າງໆໃຫ້ດີຂຶ້ນ ເພື່ອໃຫ້ຮ່າງກາຍມີປະສິດທິພາບໃນການເຮັດວຽກແນວໃດກໍຕາມການນອນບໍ່ເປັນເວລາ ອາດສ່ຽງເປັນອັລໄຊເມີ ຍິ່ງສະໝອງບໍ່ໄດ້ພັກ ບໍ່ໄດ້ຮັບການພັກຜ່ອນຢ່າງເຕັມທີ່ ຈະຍິ່ງສົ່ງຜົນໃຫ້ມີບັນຫາກ່ຽວກັບຄວາມຈື່ຈໍາ ແລະ ເສື່ອມໄວກວ່າປົກກະຕິ ລວມທັງການໃຊ້ຊີວິດປະຈໍາວັນ, ລະບົບຄວາມຈໍາອາດມີການຫລົງລືມຕະຫລອດ ລະວັງຈະສົ່ງຜົນໃນໄລຍະຍາວເດີ້ມາປັບປ່ຽນພຶດຕິກໍາການນອນເຫລົ່ານີ້ ເພື່ອສຸຂະພາບຂອງສະໝອງທີ່ດີຂຶ້ນ!

ທຸກຄົນຮູ້ຫຼືບໍ່? ຄວນເປີດຕາໄຟສູງໃນຍາມໃດ ຈຶ່ງຖືກຕ້ອງເໝາະສົມ, ມື້ນີ້ແອັດຈະມາແບ່ງປັນຂໍ້ມູນໃຫ້ຮູ້ໄປນຳກັນ. ຄວນເປີດໄຟຕາສູງເມື່ອຢູ່ໃນບ່ອນມືດ ໃນຕອນກາງຄືນເມື່ອເດີນທາງໄກ ຫຼື ຈຳເປັນຕ້ອງຂັບໄປບ່ອນທີ່ມີແສງສະຫວ່າງໜ້ອຍ ໃນກໍລະນີນີ້ ຫາກໃຊ້ໄຟສູງຖືວ່າບໍ່ເປັນການເສຍມາລະຍາດ ເນື່ອງຈາກເສັ້ນທາງມືດ ການເປີດໄຟສູງຈະຊ່ວຍໃຫ້ເບິ່ງເຫັນເສັ້ນທາງໄດ້ກວ້າງ ແລະ ໄກ, ແຕ່ຖ້າຫາກມີລົດຂັບສວນມາກໍຄວນຈະປິດໄຟສູງກ່ອນ ເພື່ອບໍ່ໃຫ້ຄົນອື່ນເຫຼື້ອມຕາ ເມື່ອລົດເຂົາເຈົ້າຂັບຜ່ານໄປແລ້ວຈຶ່ງເປິດຄືນ.