ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຫຼາຍຄົນມັກກິນ ແຕ່ບໍ່ຮູ້ວ່າມີປະໂຫຍດຂະໜາດນີ້! “ຜັກຫວານ” ຜັກພື້ນບ້ານທີ່ບໍ່ຄວນເບິ່ງຂ້າມ 🍃

ຫຼາຍຄົນມັກກິນ ແຕ່ບໍ່ຮູ້ວ່າມີປະໂຫຍດຂະໜາດນີ້! “ຜັກຫວານ” ຜັກພື້ນບ້ານທີ່ບໍ່ຄວນເບິ່ງຂ້າມ 🍃

Health | ຜັກຫວານ ບໍ່ໄດ້ມີດີແຕ່ຄວາມແຊບ ແລະ ກິ່ນຫອມທີ່ເປັນເອກະລັກໃນໝໍ້ແກງເທົ່ານັ້ນ ແຕ່ມັນຄື “ຊຸບເປີຟູດ” ແບບພື້ນບ້ານທີ່ອັດແໜ້ນໄປດ້ວຍຄຸນຄ່າທາງໂພຊະນາການສູງກວ່າທີ່ຫຼາຍຄົນຄິດ 💪

3 ປະໂຫຍດເນັ້ນໆ ຈາກຜັກຫວານທີ່ເຈົ້າອາດຍັງບໍ່ຮູ້:

👁️ ບຳລຸງສາຍຕາຂັ້ນສຸດ: ມີວິຕາມິນເອ ແລະ ເບຕ້າແຄໂຣທິນສູງ ໃຜທີ່ຢູ່ໜ້າຈໍຄອມ ຫຼື ຈໍໂທລະສັບດົນໆ ຕ້ອງກິນເພື່ອຫຼຸດຄວາມສ່ຽງຈໍປະສາດຕາເສື່ອມ.

🛡️ ເສີມພູມຄຸ້ມກັນໃຫ້ຮ່າງກາຍ: ອຸດົມໄປດ້ວຍວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະຫຼະ ຊ່ວຍປົກປ້ອງຈຸລັງໃນຮ່າງກາຍ ແລະ ປ້ອງກັນອາການເປັນຫວັດໄດ້ເປັນຢ່າງດີ.

🦴 ບຳລຸງກະດູກ ແລະ ແຂ້ວ: ມີການຊຽມ ແລະ ຟົດສະຟໍຣັດສູງ ທີ່ມີສ່ວນຊ່ວຍໃຫ້ກະດູກແຂງແຮງ ຫຼຸດຄວາມສ່ຽງໂລກກະດູກຜຸ.

ນອກຈາກນີ້ ຜັກຫວານຍັງມີກາກໃຍອາຫານສູງ ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ ຖືເປັນຜັກດີຕໍ່ສຸຂະພາບທີ່ຫາໄດ້ງ່າຍ ແລະ ລາຄາບໍ່ແພງ 🍽️

ເມນູຜັກຫວານຈານໂປດຂອງແຕ່ລະຄົນແມ່ນຫຍັງ? ລະຫວ່າງ “ແກງໃສ່ໄຂ່ມົດແດງ” ຫຼື “ຂົ້ວນ້ຳມັນຫອຍ” ມັກແບບໃດຫຼາຍກວ່າກັນ ຄອມເມັ້ນມາບອກກັນແດ່! 👇