ໄຂຂໍ້ສົງໄສ ປາກະປ໋ອງຕ້ອງອຸ່ນກ່ອນກິນບໍ? ຮູ້ໄວ້ກ່ອນກິນຈະດີທີ່ສຸດ 🐟🥫

ໄຂຂໍ້ສົງໄສ ປາກະປ໋ອງຕ້ອງອຸ່ນກ່ອນກິນບໍ? ຮູ້ໄວ້ກ່ອນກິນຈະດີທີ່ສຸດ 🐟🥫
Health | ເມື່ອມີຄົນຖາມວ່າ ປາກະປ່ອງ ຕ້ອງອຸ່ນກ່ອນກິນຫຼືບໍ່? ຄຳຕອບຄື: ບໍ່ຈຳເປັນຕ້ອງອຸ່ນກໍສາມາດກິນໄດ້ທັນທີ!
ເພາະໃນຂະບວນການຜະລິດ ປາກະປ໋ອງແມ່ນຜ່ານການຂ້າເຊື້ອດ້ວຍຄວາມຮ້ອນສູງແລະຄວາມດັນມາແລ້ວ ເນື້ອປາຈຶ່ງສຸກສະນິດແລະປອດໄພຕັ້ງແຕ່ຢູ່ໃນກະປ໋ອງ.
⚠️ ແຕ່ມີຂໍ້ຄວນລະວັງທີ່ຕ້ອງຮູ້:
ກວດເຊັກກະປ໋ອງກ່ອນກິນ: ຖ້າກະປ໋ອງບຸບ, ບວມ, ມີຮອຍຮົ່ວ ຫຼື ມີໝ້ຽງຂຶ້ນ ຫ້າມກິນເດັດຂາດ! ເພາະອາດມີເຊື້ອແບັກທີເຣຍອັນຕະລາຍປົນເປື້ອນ.
ຢ່າອຸ່ນທັງກະປ໋ອງ: ຖ້າຢາກກິນແບບຮ້ອນໆ ໃຫ້ເທໃສ່ຖ້ວຍແກ້ວ ຫຼື ພາຊະນະທີ່ທົນຄວາມຮ້ອນກ່ອນນຳເຂົ້າໄມໂຄຣເວບ ຫຼື ໝໍ້ຄ້າງໄຟ ຫ້າມເອົາກະປ໋ອງໄປດາດໄຟໂດຍກົງ ເພາະສານເຄມີທີ່ເຄືອບກະປ໋ອງອາດລະລາຍປົນເປື້ອນໃສ່ອາຫານໄດ້.
ສະຫຼຸບແລ້ວ ປາກະປ໋ອງແມ່ນກິນໄດ້ເລີຍເພາະສຸກແລ້ວ ແຕ່ການອຸ່ນໃຫ້ຮ້ອນຈະຊ່ວຍເພີ່ມຄວາມຫອມ ແລະ ເຮັດໃຫ້ລົດຊາດແຊບຂຶ້ນຕື່ມ. 😋
👇 ແລ້ວທຸກຄົນເດ? ປົກກະຕິມັກເປີດຝາກິນເລີຍ ຫຼື ຕ້ອງເອົາໄປອຸ່ນ/ໄປປຸງແຕ່ງກ່ອນ? ຄອມເມັ້ນມາບອກກັນແດ່! 👇