ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ວິທະຍາສາດເພື່ອສຸຂະພາບ: ເມື່ອສັດຕູໂຕຮ້າຍ ກາຍມາເປັນພັນທະມິດ !!!

ວິທະຍາສາດເພື່ອສຸຂະພາບ: ເມື່ອສັດຕູໂຕຮ້າຍ ກາຍມາເປັນພັນທະມິດ !!!

ຮູ້ຫຼືບໍ່ວ່າ… ໂຄງການຍຸງ Wolbachia ເກີດຂຶ້ນຈາກການຄົ້ນຄວ້າລະດັບໂລກ ໂດຍໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຢ່າງອົບອຸ່ນຈາກປະເທດອົດສະຕາລີ ທີ່ຈັບມືກັບ ສປປ ລາວ ຂອງພວກເຮົາ ເພື່ອນຳໃຊ້ເຕັກໂນໂລຊີທາງວິທະຍາສາດມາປົກປ້ອງຊີວິດຂອງທຸກຄົນ.

🤔 ແລ້ວໂຄງການນີ້ເຮັດແນວໃດ? ແລະ ຍຸງຈະຊ່ວຍເຮົາໄດ້ແນວໃດ?

ໂຄງການນີ້ໄດ້ນຳເອົາແບັກທີເຣຍ Wolbachia ທີ່ມີຢູ່ໃນທຳມະຊາດໄປໃສ່ໄວ້ໃນຍຸງລາຍ ເພື່ອເຮັດໜ້າທີ່ “ບລັອກ (Block)” ແລະ ຢຸດຢັ້ງບໍ່ໃຫ້ເຊື້ອໄວຣັສໄຂ້ເລືອດອອກສາມາດຂະຫຍາຍຕົວໃນໂຕຍຸງໄດ້. ເມື່ອປ່ອຍຍຸງເຫຼົ່ານີ້ໄປປະສົມພັນໃນທຳມະຊາດ, ພວກມັນກໍຈະສົ່ງຕໍ່ແບັກທີເຣຍ Wolbachia ໄປສູ່ລູກຫຼານຍຸງລາຍຮຸ່ນຕໍ່ໆໄປ ຈາກຍຸງຮ້າຍທີ່ເຄີຍແຜ່ເຊື້ອ ກໍຈະກາຍເປັນຍຸງພັນທະມິດທີ່ “ບໍ່ສາມາດແຜ່ເຊື້ອໄຂ້ເລືອດອອກ” ໃຫ້ພວກເຮົາໄດ້ອີກຕໍ່ໄປ!

ນີ້ບໍ່ແມ່ນແຕ່ເລື່ອງຂອງວິທະຍາສາດ ແຕ່ຄື “ສາຍສຳພັນອັນແໜ້ນແຟ້ນ ແລະ ງົດງາມຕະຫຼອດ 74 ປີ” ທີ່ອົດສະຕາລີມີໃຫ້ກັບການພັດທະນາ, ຮ່ວມສ້າງສຸຂະພາບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເລື້ອຍໆ.