ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເຄີຍສົງໄສບໍວ່າ ເປັນຫຍັງຍຸງຄືມັກກັດແຕ່ເຮົາ? ແລ້ວຍຸງຮູ້ໄດ້ແນວໃດວ່າ ເລືອດກຸ່ມໃດ “ແຊບ” ທີ່ສຸດ? 🔍

ເຄີຍສົງໄສບໍວ່າ ເປັນຫຍັງຍຸງຄືມັກກັດແຕ່ເຮົາ? ແລ້ວຍຸງຮູ້ໄດ້ແນວໃດວ່າ ເລືອດກຸ່ມໃດ “ແຊບ” ທີ່ສຸດ? 🔍

ຖ້າເຈົ້າເປັນຄົນໜຶ່ງທີ່ມັກຖືກຍຸງກັດຢູ່ຕະຫຼອດ ໃນຂະນະທີ່ຄົນນັ່ງຂ້າງໆ ກັບບໍ່ຖືກຍຸງກວນເລີຍ… ທ່ານບໍ່ໄດ້ຄິດໄປເອງ ເພາະໃນໂລກຂອງຍຸງ ພວກມັນມີ “ເມນູໂປດ” ທີ່ເລືອກກັດເປັນພິເສດ ແລະ ວິທະຍາສາດກໍມີຄຳຕອບໃຫ້ກັບເລື່ອງນີ້ແລ້ວ.

🩸 ກຸ່ມເລືອດໃດ? ທີ່ຍຸງ “ມັກ” ຫຼາຍທີ່ສຸດ
ຈາກການສຶກສາ ແລະ ວິໄຈທາງວິທະຍາສາດທີ່ໄດ້ຮັບການຍອມຮັບໃນລະດັບສາກົນ ພົບວ່າ ຍຸງມັກກັັດຄົນທີ່ມີ “ກຸ່ມເລືອດ O” ຫຼາຍທີ່ສຸດ

  1. ກຸ່ມເລືອດ O: ຖືກຍຸງກັດຫຼາຍກວ່າກຸ່ມເລືອດອື່ນໆ ເຖິງ 2 ເທົ່າ
  2. ກຸ່ມເລືອດ A: ເປັນກຸ່ມທີ່ຍຸງມັກນ້ອຍກວ່າກຸ່ມເລືອດ O ຢ່າງຊັດເຈນ
  3. ກຸ່ມເລືອດ B: ຢູ່ລະດັບປານກາງ ລະຫວ່າງ O ແລະ A

🧬 ຍຸງ “ຮູ້” ໄດ້ແນວໃດວ່າເຮົາມີເລືອດກຸ່ມໃດ?
ຍຸງບໍ່ໄດ້ມີຕາທິບ ຫຼື ກ້ອງຈຸລະທັດເພື່ອເບິ່ງກຸ່ມເລືອດຂອງເຮົາ ແຕ່ພວກມັນໃຊ້ “ລະບົບເຊັນເຊີດົມກິ່ນ” ທີ່ອັດສະຈັນ:

  1. ສານເຄມີທີ່ຂັບອອກທາງຜິວໜັງ 🧪: ຄົນເຮົາປະມານ 85% ຈະຂັບສານເຄມີ (Saccharides) ທີ່ລະບຸກຸ່ມເລືອດຂອງໂຕເອງອອກມາທາງຜິວໜັງ ແລະ ເຫື່ອ. ຍຸງຈະໃຊ້ໜວດຂອງມັນດົມກິ່ນສານເຄມີເຫຼົ່ານີ້ ເຮັດໃຫ້ມັນຮູ້ໄດ້ທັນທີວ່າເຮົາມີເລືອດກຸ່ມໃດ ກ່ອນທີ່ມັນຈະບິນມາເກາະຜິວໜັງເຮົາຊ້ຳ!
  2. ຍຸງສາມາດດົມກິ່ນກາສກາກໂບນິກ ທີ່ເຮົາຫາຍໃຈອອກມາໄດ້ຈາກໄລຍະໄກເຖິງ 50 ແມັດ.
  3. ຄວາມຮ້ອນ ແລະ ກິ່ນເຫື່ອ: ກົດແລັກຕິກ (Lactic acid), ອາມໂມເນຍ, ແລະ ຄວາມຮ້ອນຈາກຮ່າງກາຍ ເປັນໂຕດຶງດູດຍຸງຊັ້ນດີ ໂດຍສະເພາະຫຼັງຈາກການອອກກຳລັງກາຍ.

💡 ຮູ້ ຫຼື ບໍ່? ມີພຽງ “ຍຸງໂຕເມຍ” ເທົ່ານັ້ນນັ້ນທີ່ກັດ ແລະ ດູດເລືອດຄົນ ເພາະພວກມັນຕ້ອງການໂປຣຕີນ ແລະ ແຮ່ທາດໃນເລືອດໄປໃຊ້ໃນການຜະລິດ ແລະ ພັດທະນາໄຂ່ຂອງພວກມັນນັ້ນເອງ.