ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ

ກໍາລັງປ້ອງກັນຊາດຕ້ອງ: “ຮູ້ໃຫ້ທັນ, ກຳໃຫ້ແໜ້ນ, ຕີຕ້ານໃຫ້ຖືກຈຸດ, ທັນການ, ເດັດຂາດ, ວ່ອງໄວ ແລະ ຊັດເຈນ” ຕໍ່ແຕ່ລະເຫດການທີ່ເກີດຂຶ້ນ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ດໍາເນີນໃນລະຫວ່າງວັນທີ 07-08 ສິງຫາ 2025 ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ຕໍ່ບັນດາສະຫາຍຄະນະພັກຊຸດໃໝ່ ໃຫ້ເອົາໃຈໃສ່ ສືບຕໍ່ນໍາພາຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດຢ່າງຕັ້ງໜ້າໂດຍເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກກະຊວງລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ ຢູ່ບັນດາກົມກອງສູນກາງ…

ສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ.

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນ ແລະ ສຳເລັດລົງດ້ວຍໝາກຜົນອັນຈົບງາມ, ພາຍຫຼັງໄດ້ດຳເນີນມາເປັນເວລາ 2 ວັນ ເລີ່ມແຕ່ວັນທີ 7 ຫາ ວັນທີ 8 ສິງຫາ 2025 ທີ່ກະຊວງປ້ອງກັນປະເທດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ,…

ຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI

ໃນວັນທີ 8 ສິງຫາ 2025, ສະຫາຍ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ,…

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນໃນວັນທີ 5 ສິງຫາ ແລະ ສໍາເລັດລົງໃນວັນທີ 6 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ. ສະຫາຍ ພົນເອກ ວິໄລ…

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນໃນວັນທີ 5 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ…

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ສິງຫາ 2025, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີສະຫາຍຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ບັນດາສະຫາຍຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ,…

ສຳເລັດກອງປະຊຸມດໍາເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ.

ວັນທີ 15 ກໍລະກົດ 2025, ກະຊວງປ້ອງກັນປະເທດ ໄດ້ສຳເລັດກອງປະຊຸມດໍາເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພາຍຫຼັງດຳເນີນເປັນເວລາ 2 ວັນ, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການສູນກາງພັກ, ບັນດາສະຫາຍຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງ, ບັນດາສະຫາຍເລຂາ, ຮອງເລຂາ ຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມຂ້າງກະຊວງ, ຄະນະພັກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ. ຜ່ານການຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດການເມືອງ ຕະຫຼອດໄລຍະເວລາ 2 ວັນ, ເຫັນໄດ້ວ່າ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຊີວິດຊີວາ,…

ຄະນະກວດກາໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ລົງເຄື່ອນໄຫວເຮັດວຽກຢູ່ກອງວິທະຍຸກະຈາຍສຽງກອງທັບ

ໃນວັນທີ 07 ກໍລະກົດ 2025, ຄະນະກວດກາໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ຂອງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ລົງເຄື່ອນໄຫວເຮັດວຽກ ຢູ່ກອງວິທະຍຸກະຈາຍສຽງກອງທັບໂດຍການນໍາພາຂອງສະຫາຍ ພັນໂທ ວິໄລສິນ ສິນທະສອນ ຫົວໜ້າພະເເນກກວດກາຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນໂທ ນາງ ເເສງວຽງ ເເນວຮັກພູມສະໄໜ ເລຂາຄະນະພັກຮາກຖານ, ຫົວຫນ້າການເມືອງກອງວິທະຍຸກະຈາຍສຽງກອງທັບ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານກອງວິທະຍຸກະຈາຍສຽງກອງທັບເຂົ້າຮ່ວມ. ໂອກາດນີ້ແຕ່ລະໜ່ວຍພັກໄດ້ລາຍງານກ່ຽວກັບຜົນສໍາເລັດໃນການຊີ້ນໍາ – ນໍາພາວຽກງານກໍ່ສ້າງໜ່ວຍພັກອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະຜ່ານມາ ແລະ ທິດທາງແຜນການສູ້ຊົນໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ເເລະ ບາງບົດຮຽນທີ່ຖອດຖອນໄດ້ ເຊິ່ງຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມ…

ອົງຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2024.

ອົງຄະນະພັກ ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ໃນວັນທີ 17 ມິຖຸນາ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພະນັກງານສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025 ໂດຍຍົກໃຫ້ເຫັນ…

ກົມໃຫຍ່ການເມືອງກອງທັບສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

ວັນທີ 21 ພຶດສະພາ 2025, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024. ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບລາຍງານ ແລະ ຕີລາຄາຄືນການນໍາພາປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024…

ສະຫຼຸບຖອດຖອນບົດຮຽນ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະດັບຫຼຽນກາລະນຶກ 70 ປີ ແລະ ມອບບັດສະມາຊິກພັກ ທົ່ວອົງຄະນະພັກ ກອງພັນໃຫຍ່ 11.

ວັນທີ 7 ພຶດສະພາ 2025 , ກອງພັນໃຫຍ່ 11 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະດັບຫຼຽນກາລະນຶກ 70 ປີ ແລະ ມອບບັດສະມາຊິກພັກ ທົ່ວອົງຄະນະພັກ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 11, ຄະນະພັກ – ຄະນະບັນຊາ, ມີພະນັກງານ ແລະ ສະມາຊິກພັກຫຼັກແຫຼ່ງ ທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກ,…

ພິທີປິດຝຶກອົບຮົມ ວຽກງານສື່ມວນຊົນໄລຍະສັ້ນ ທົ່ວກອງທັບ ຄັ້ງທີ I

ພິທີປິດຊຸດອົບຮົມ ວຽກງານສື່ມວນຊົນໄລຍະສັ້ນ ທົ່ວກອງທັບ ຄັ້ງທີ I ຈັດຂຶ້ນໃນວັນທີ 9 ສິງຫາ 2024, ຢູ່ໂຮງຮຽນທິດສະດີການເມືອງທັບ ໂດຍການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະອຳນວຍການ, ພະນັກງານຄູອາຈານ, ນັກຝຶກອົບຮົມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນເອກ ທິມສາວ ດວງຈໍາປາ ຮອງຫົວຫນ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໃຫ້ຮູ້ວ່າ: ຜ່ານການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດ ແຜນການອົບຮົມຕົວຈິງເຫັນວ່າ: ນັກຝຶກອົບຮົມມີຄວາມຮັບຮູ້, ເຊື່ອມຊຶມກຳແໜ້ນ ແລະ ເຂົ້າໃຈຕໍ່ບັນຫາທີ່ນໍາມາຝຶກອົບຮົມໃນຄັ້ງນີ້, ຕື່ນຕົວຫ້າວຫັນປະຕິບັດມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງທັບ, ເວົ້າລວມ,…

ໃນ 6 ເດືອນຜ່ານມາ ກອງທັບປະຊາຊົນລາວ ໄດ້ສຳເລັດການເປັນເຈົ້າພາບຈັດກອງປະຊຸມອາຊຽນ ແລ້ວ 7 ກອງປະຊຸມ

ວັນທີ 9 ສິງຫາ 2024 ທີ່ຫ້ອງວ່າການກະຊວງ, ກອງເລຂາອາຊຽນ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ຈັດກອງປະຊຸມລາຍງານຜົນສໍາເລັດໃນການເປັນປະທານອາຊຽນຂອງກອງທັບປະຊາຊົນລາວໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ6ເດືອນທ້າຍປີ2024, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຜູ້ຕາງໜ້າກົມ, ຫ້ອງການ, ກອງ ແລະ ອະນຸກໍາມະການທີ່ກ່ຽວຂ້ອງເຂົ້າຮ່ວມ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ໄດ້ລາຍງານຜົນສໍາເລັດເລັດໃນການເປັນປະທານອາຊຽນຂອງກອງທັບປະຊາຊົນລາວ ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ເຫັນວ່າສາມາດດໍາເນີນບັນດາກອງປະຊຸມຕ່າງໆໃຫ້ໄດ້ສໍາເລັດຕາມແຜນການ ເຊິ່ງມີ 7…

ກອງພັນໃຫຍ່ 661 ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 13 ສິງຫາ 2024 ກອງພັນໃຫຍ່ 661 ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງອາຊຽນຄົບຮອບ 57 ປີ (8 ສິງຫາ 1967-8 ສິງຫາ 2024) ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ ( 13 ສິງຫາ 1950-13 ສິງຫາ 2024) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ຄະນະພັກກອງພັນໃຫຍ່ ຫົວໜ້າພະແນກການເມືອງກອງພັນໃຫຍ່ 661, ມີຕາງໜ້າຄະນະພັກ-ຄະນະບັນຊາ 3 ກອງພັນນ້ອຍ 5 ພະແນກການ,ຕະຫຼອດຮອດ…